ທີ່ການຕ້ອນຮັບ, ທ່ານ ຮ່າກິມງອັກ ຢັ້ງຢືນວ່າ ໃນການຜັນຂະຫຍາຍແນວທາງເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ, ກວ້າງຂວາງ, ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການຮ່ວມມື APEC ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງຢູ່ພາກພື້ນອາຊີ-ປາຊີຟິກ.

ທ່ານ ຮ່າກິມງອັກ ສະແດງຄວາມຂອບໃຈຕໍ່ຄະນະເລຂາ APEC ແລະທ່ານນາງ Sta Maria ທີ່ໄດ້ສົມທົບຢ່າງແໜ້ນແຟ້ນ ແລະໜູນຊ່ວຍຫວຽດນາມ ໃນການເປັນເຈົ້າພາບຈັດຕັ້ງ APEC ປີ 2006, 2017 ກໍ່ຄືຜັນຂະຫຍາຍຫຼາຍໂຄງການຍົກສູງຄວາມສາມາດໃນຂົງເຂດຄືພັດທະນາແຫຼ່ງຊັບພະຍາກອນມະນຸດ, ຍົກສູງສິດອຳນາດໃຫ້ແມ່ຍິງ, ຍົກສູງກຳລັງຄວາມສາມາດໃຫ້ບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ...

leftcenterrightdel
ທ່ານ ຮ່າກິມງອັກ ຮອງລັດຖະມົນຕີການຕ່າງປະເທດ ຕ້ອນຮັບທ່ານນາງ ປອ Rebecca Sta Maria, ຜູ້ອໍານວຍການບໍລິຫານຄະນະເລຂາ APEC. ພາບ: ຫງວຽນຮົ່ງ.

ທ່ານນາງ Sta Maria ຕີລາຄາສູງຄວາມມານະພະຍາຍາມຄວບຄຸມພະຍາດ, ຮັບມືຢ່າງປອດໄພ, ເປີດປະຕູ ແລະຟື້ນຟູເສດຖະກິດຂອງຫວຽດນາມ ຢ່າງມີປະສິດທິຜົນ, ຊົມເຊີຍຫວຽດນາມ ບັນລຸຜົນສໍາເລັດໃນການຜັນຂະຫຍາຍວຽກງານການຕ່າງປະເທດຫຼາຍຝ່າຍ ແລະເຂົ້າຮ່ວມບັນດາການຮ່ວມສຳພັນເສດຖະກິດສາກົນ; ຊົມເຊີຍບົດບາດ ແລະການປະກອບສ່ວນຂອງຫວຽດນາມ ໃນ APEC ໃນຕະຫຼອດກວ່າ 20 ປີຜ່ານມາ, ພິເສດແມ່ນຜົນສໍາເລັດຂອງປີ APEC 2017, ກໍ່ຄືບັນດາຂໍ້ລິເລີ່ມປະກອບສ່ວນຊຸກຍູ້ບັນດາເນື້ອໃນຮ່ວມມືສໍາຄັນ, ໂດຍສະເພາະແມ່ນກໍ່ສ້າງ ແລະຜັນຂະຫຍາຍວິໄສທັດ APEC ຮອດປີ 2040.

ແບ່ງປັນກ່ຽວກັບສິ່ງທ້າທາຍຕ່າງໆໃນພາກພື້ນ ແລະໂລກ, ສອງຝ່າຍເຫັນດີເປັນເອກະພາບຕ້ອງຊຸກຍູ້ການຮ່ວມມືຍົກສູງບົດບາດຂອງ APEC ໃນການໜູນຊ່ວຍບັນດາພື້ນຖານເສດຖະກິດຟື້ນຟູພາຍຫຼັງພະຍາດ, ຍູ້ແຮງການເຊື່ອມຕໍ່ລະຫວ່າງເສດຖະກິດພາກພື້ນ, ປະກອບສ່ວນຊຸກຍູ້ການເຕີບໂຕກວມລວມ, ຍືນຍົງ; ປັງປຸງລະບົບຕ່ອງໂສ້ການສະໜອງໃຫ້ເຂັ້ມແຂງດ້ວຍຕົນເອງ, ຊຸກຍູ້ການຄ້າ ແລະການລົງທຶນໃຫ້ເປີດກວ້າງ ແລະມີຄວາມເສລີ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ສະໜັບສະໜູນລະບົບການຄ້າຫຼາຍຝ່າຍກັບ WTO ແມ່ນເປັນໃຈກາງ...

ໃນວັນດຽວກັນ, ທ່ານນາງ Sta Maria ມີບັນດາການເຮັດວຽກ, ແບ່ງປັນກັບສູນຄົ້ນຄວ້າ APEC, ສະຖາບັນການຕ່າງປະເທດ ແລະບາງອົງການ, ວິສາຫະກິດຫວຽດນາມ ກ່ຽວກັບສະພາບການຮ່ວມມື, ກໍ່ຄືກໍານົດທິດເຄື່ອນໄຫວຂອງ APEC ໃນປີ 2022.

ໂດຍ: ໄຊນີດາ