leftcenterrightdel
ງານວາງສະແດງຮູບພາບ ເນື່ອງໃນໂອກາດ 45 ປີແຫ່ງການໄປຢ້ຽມຢາມຫວຽດນາມ ຂອງປະທານ Fidel Castro. ພາບປະກອບຄັດຈາກ: baoquocte.vn

ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ຫວນຄືນປະຫວັດສາດຂະບວນການສາມັກຄີຂອງປະຊາຊົນກູບາ ຕໍ່ພາລະກິດການປະຕິວັດຂອງປະຊາຊົນ ສາມ ປະເທດອິນດູຈີນ, ປະກອບສ່ວນໂຄສະນາ ແລະສຶກສາອົບຮົມໃຫ້ລຸ້ນຄົນອະນາຄົດຂອງແຕ່ລະປະເທດ ກ່ຽວກັບການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງປະເທດຕ່າງໆ.

ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ພິທີ, ທ່ານ ເລແທັງຕຸ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳກູບາ ຢັ້ງຢືນວ່າ: ຍາມໃດ ຫວຽດນາມ ກໍ່ຄຽງບ່າຄຽງໄຫຼ່ພ້ອມກັບປະຊາຊົນກູບາ ແລະສະແດງຄວາມເຊື່ອໝັ້ນວ່າ ສອງຊາດຈະພ້ອມກັນກ້າວຂຶ້ນ ແລະສາຍພົວພັນລະຫວ່າງສອງປະເທດ ຈະມີບັນດາບາດກ້າວພັດທະນາໃໝ່, ການຮ່ວມມືຮອບດ້ານ ແລະມີຄວາມເຊື່ອໝັ້ນຢ່າງເດັດຂາດ.

ສ່ວນທ່ານເອກອັກຄະລັດຖະທູດລາວ ແລະກຳປູເຈຍ ປະຈຳກູບາ ກໍ່ຍົກໃຫ້ເຫັນນ້ຳໃຈມິດຕະພາບ ແລະສາຍພົວພັນສອງຝ່າຍທີ່ໂດດເດັ່ນໃນຂົງເຂດສັງຄົມ, ວັດທະນະທຳ ແລະເສດຖະກິດ. ທ່ານຮອງປະທານສະຖາບັນ ICAP Victor Gaute ໄດ້ສະແດງຄວາມຫວັງວ່າ ລຸ້ນຄົນອະນາຄົດຢູ່ແຕ່ລະປະເທດ ຈະມີຄວາມຮັບຜິດຊອບໃນການຮັກສາ, ປັບປຸງ ແລະພັດທະນາສາຍພົວພັນສາມັກຄີ, ແບບອ້າຍນ້ອງທີ່ສະໜິດແໜ້ນທີ່ມີຢູ່ແລ້ວ.

ຂ່າວ: ວິທະຍຸກະຈາຍສຽງ