ໂດຍຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍບໍ່ຈັກວ່າເທົ່າໃດ ດ້ວຍການປ່ຽນແປງຂອງປະຫວັດສາດ, ປະຊາຊົນສອງປະເທດ ຫວຽດນາມ ແລະກຳປູເຈຍ ໄດ້ຮ່ວມທຸກຮ່ວມສຸກ, ຮ່ວມເປັນຮ່ວມຕາຍ, ສະຫງວນການສະໜັບສະໜູນ, ການຊ່ວຍເຫຼືອໂດຍບໍ່ເຫັນແກ່ຕົວ, ປອດໃສໃຫ້ກັນ ເພື່ອພາລະກິດປົດປ່ອຍຊາດ, ເພື່ອສິດໄດ້ດຳລົງຊີວິດໃນອິດສະຫຼະພາບ, ຄວາມຜາສຸກ ແລະກໍ່ສ້າງປະເທດໃຫ້ວັດທະນາຖາວອນ. ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ກຳປູເຈຍ (24-6-1967 / 24-6-2022), ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍລົງພິມບັນດາບົດຂຽນຫວນຄືນໄລຍະປະຫວັດສາດພິເສດນີ້ຂອງການພົວພັນສອງປະເທດ.

ບົດທີ 1: ໜ້າປະຫວັດສາດໃໝ່ໃນການພົວພັນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງອ້າຍນ້ອງ

ພື້ນຖານຂອງການພົວພັນອັນດີງາມ

ກ່ອນໜ້ານີ້ 55 ປີ, ຫວຽດນາມ ແລະກຳປູເຈຍ ໄດ້ສ້າງຕັ້ງການພົວພັນທາງການທູດ ໃນວັນທີ 24 ມິຖຸນາ 1967. ນີ້ແມ່ນເຫດການສໍາຄັນ, ເປັນຂີດໝາຍໜ້າປະຫວັດສາດໃໝ່ ໃນການພົວພັນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງອ້າຍນ້ອງ. ຕ້ອງຢູ່ໃນສະຖານະການໄລຍະນັ້ນ ຈຶ່ງເຫັນໄດ້ຄວາມໝາຍພິເສດຂອງການສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ແລະລະດັບຍຸດທະສາດຂອງການພົວພັນຫວຽດນາມ-ກຳປູເຈຍ.

ຫວຽດນາມ ແລະກຳປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງສະໜິດຕິດພັນ ແລະມີການພົວພັນທີ່ເປັນມູນເຊື້ອ, ສະໜິດຕິດພັນມາແຕ່ດົນນານ. ການພົວພັນນີ້ໂດຍການນຳ ແລະປະຊາຊົນຮຸ່ນຕ່າງໆຂອງສອງປະເທດ ໄດ້ເພີ່ມພູນຄູນສ້າງດ້ວຍກຳລັງເຫື່ອແຮງ ແລະເລືອດເນື້ອຂອງປະຊາຊົນຫວຽດນາມ ແລະກຳປູເຈຍ ຮຸ່ນຕ່າງໆ, ກາຍເປັນຊັບສົມບັດລວມອັນລ້ຳຄ່າ, ສັກກາລະບູຊາ ແລະຍືນຍົງຂອງສອງຊາດ. ເມື່ອຕອບສຳພາດຕໍ່ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ. ທ່ານ ປອ Kin Phea, ຫົວໜ້າສະຖາບັນການພົວພັນສາກົນ-ສະພາມະຫາບັນດິດລາດຊະວົງກຳປູເຈຍ ໄດ້ເນັ້ນໜັກວ່າ “ສອງປະເທດແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີຂອງກັນ, ດຳລົງຊີວິດຮ່ວມກັນໃນສັນຕິພາບ, ໜູນຊ່ວຍ, ຊ່ວຍເຫຼືອກັນໃນທຸກສະພາບການ. ມີຄວາມເຂົ້າໃຈເຊິ່ງກັນ ແລະກັນບົນພື້ນຖານສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ນັ້ນແມ່ນພື້ນຖານຂອງການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມລະຫວ່າງຫວຽດນາມ ແລະກຳປູເຈຍ”.

leftcenterrightdel
ທ່ານ ຟ້າມວັນດົ່ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Heng Samrin ປະທານສະພາປະ ຊາຊົນປະຕິວັດກຳປູເຈຍ ເຊັນຖະແຫຼງການຮ່ວມຫວຽດນາມ-ກໍາປູເຈຍ ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ເດືອນສິງຫາ 1979. ພາບ: ສຳນັກຂ່າວສານຫວຽດນາມ.

ຫວນຄືນຊຸມປີ 60 ຂອງສະຕະວັດກ່ອນ ເມື່ອສົງຄາມໂດຍອາເມລິກາ ດຳເນີນຢູ່ພາກໃຕ້ຫວຽດນາມ ແລະແຜ່ລາມໃນທົ່ວແຫຼມອິນດູຈີນ, ປະຊາຊົນຫວຽດນາມ, ລາວ ແລະກຳປູເຈຍ ອີກເທື່ອໜຶ່ງໄດ້ເສີມຂະຫຍາຍມູນເຊື້ອສາມັກຄີໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ເພື່ອສືບຕໍ່ຄຽງບ່າຄຽງໄຫຼ່ໃນສົງຄາມຕ້ານພວກຈັກກະພັດ. ກອງປະຊຸມປະຊາຊົນບັນດາຊາດອິນດູຈີນ ຢູ່ພະນົມເປັນ ຕົ້ນປີ 1965 ນັ້ນແມ່ນປະກົດການທີ່ມີຊີວິດຊີວາໃຫ້ມູນເຊື້ອດັ່ງກ່າວ ແລະປະທານໂຮ່ຈີມິນ ໄດ້ຕີລາຄາວ່າແມ່ນ “ໄຊຊະນະອັນໃຫຍ່ຫຼວງຂອງປະຊາຊົນ 3 ປະເທດ ຫວຽດນາມ, ກຳປູເຈຍ ແລະລາວ ໃນພາລະກິດສາມັກຄີຕໍ່ສູ້ຕ້ານພວກສັດຕູລວມແມ່ນຈັກກະພັດອາເມລິກາ”. ພາຍຫຼັງກອງປະຊຸມນີ້, ການພົວພັນລະຫວ່າງລັດຖະບານ ສາທາລະນະລັດ ປະຊາທິປະໄຕຫວຽດນາມ ແລະແນວໂຮມປະເທດຊາດປົດປ່ອຍພາກໃຕ້ຫວຽດນາມ ກັບລາຊະອານາຈັກ ກຳປູເຈຍ ໂດຍ ປະມຸກລັດ Norodom Sihanouk ນໍາໜ້ານັບມື້ນັບໄດ້ຮັບການເພີ່ມທະວີ.

ປະກົດການອັນຮຸ່ງເຮືອງເຫຼືອງເຫຼື້ອມຂອງນ້ຳໃຈສາມັກຄີສູ້ຮົບ

ຮອດກາງເດືອນມິຖຸນາ 1967, ທ່ານ ຟ້າມວັນດົ່ງ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕຫວຽດນາມ, ທ່ານ ຫງວຽນຫຶວທໍ້, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດປົດປ່ອຍພາກໃຕ້ຫວຽດນາມ ແລະປະມຸກລັດ Norodom Sihanouk ໄດ້ມີຈົດໝາຍແລກປ່ຽນກ່ຽວກັບການສ້າງຕັ້ງການພົວພັນທາງການທູດ. ໃນໂທລະເລກສົ່ງເຖິງປະມຸກລັດ Norodom Sihanouk ໃນວັນທີ 23 ມິຖຸນາ 1967, ປະທານໂຮ່ຈີມິນ ຊີ້ແຈ້ງວ່າ ການສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ “ແມ່ນປະກົດການອັນຮຸ່ງເຮືອງເຫຼືອງເຫຼື້ອມຂອງນ້ຳໃຈມິດຕະພາບສະໜິດສະໜົມ ແລະຄວາມສາມັກຄີສູ້ຮົບ”, “ແມ່ນເຫດການປະຫວັດສາດໃນການພົວພັນລະຫວ່າງຫວຽດນາມ ແລະກໍາປູເຈຍ, ເປັນປັດໄຈຕັ້ງໜ້າໃນການຮັກສາສັນຕິພາບຢູ່ອິນດູຈີນ ແລະອາຊີຕາເວັນອອກສ່ຽງໃຕ້”. ທ່ານ Chay Navuth ເອກອັກຄະລັດຖະທູດກໍາປູເຈຍ ປະຈຳ ຫວຽດນາມ ໄດ້ຢັ້ງຢືນຕໍ່ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ວ່າ  “ການສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ ກໍາປູເຈຍ ແລະຫວຽດນາມ ທີ່ມີພູຜາປ່າດົງ, ແມ່ນ້ຳລຳເຊຕິດຈອດກັນແມ່ນເຫດການທີ່ມີຄວາມໝາຍສຳຄັນ, ເປັນຂີດໝາຍໃໝ່ໃນການພົວພັນກໍາປູເຈຍ-ຫວຽດນາມ. ມາຮອດປະຈຸບັນ, ເຖິງວ່າໄດ້ຜ່ານຄວາມຫຍຸ້ງຍາກ ແລະການປ່ຽນແປງຫຼາຍຢ່າງ, ແຕ່ວ່າສອງປະເທດພວກເຮົານັບມື້ນັບສະໜິດຕິດພັນ, ຮ່ວມມືໃນທຸກດ້ານ, ຮ່ວມທຸກຮ່ວມສຸກ, ຮ່ວມເປັນຮ່ວມຕາຍ, ຊ່ວຍເຫຼືອກັນເມື່ອປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ.

ເມື່ອພາກໃຕ້ຫວຽດນາມ ພວມຢູ່ໃນໄລຍະສົງຄາມອັນດຸເດືອດ, ການສ້າງຕັ້ງການພົວພັນທາງການທູດ ສະແດງໃຫ້ເຫັນການສະໜັບສະໜູນອັນລ້ຳຄ່າຂອງປະຊາຊົນກໍາປູເຈຍ ຕໍ່ກັບປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ພາຍໃຕ້ການນຳພາຂອງປະທານໂຮ່ຈີມິນ. ບໍ່ພຽງແຕ່ແນວນັ້ນ, ຕາມທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ກຳປູເຈຍ ແລ້ວ, ເຫດການນີ້ຍັງຢັ້ງຢືນການສະໜັບສະໜູນຢ່າງຈິງໃຈຂອງປະຊາຊົນຫວຽດນາມ ຕໍ່ກັບພາລະກິດຕໍ່ສູ້ປົກປັກຮັກສາພື້ນຖານເອກະລາດ, ເປັນກາງຂອງລາຊະອານາຈັກ ກຳປູເຈຍ ໂດຍປະມຸກລັດ Norodom Sihanouk ນໍາໜ້າ.

ບົນພື້ນຖານການພົວພັນປະຫວັດສາດອັນຍາວນານ ແລະຈາກການຕໍ່ສູ້ຕ້ານພວກຈັກກະພັດ, ການສ້າງຕັ້ງການພົວພັນທາງການທູດ ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນສອງປະເທດຫວຽດນາມ ແລະກໍາປູເຈຍ ສືບຕໍ່ຄຽງບ່າຄຽງໄຫຼ່ກັນໃນການຕໍ່ສູ້ປົດປ່ອຍຊາດ. ທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ກໍາປູເຈຍ ຕອບສຳພາດຕໍ່ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ວ່າ “ດ້ວຍເຈດຈຳນົງອົງອາດກ້າແກ່ນ ແລະຄວາມສາມັກຄີສະໜິດແໜ້ນ, ປະຊາຊົນ ແລະທະຫານສອງປະເທດ ໄດ້ຮ່ວມກັນຍາດໄດ້ໄຊຊະນະປະຫວັດສາດໃນລະດູບານໃໝ່ 1975”.

ໂດຍ: ແສງເດືອນ