ທີ່ການພົບປະເຈລະຈາໃນວັນທີ 8 ມິຖຸນາ, ທ່ານ ຫງວຽນວັນເກິນ ແລະທ່ານ Chris Magnus ໄດ້ມີການແລກປ່ຽນ, ຕີລາຄາຢ່າງກົງໄກກົງມາ ແລະເປີດອົກເປີດໃຈກ່ຽວກັບເລື່ອງຜັນຂະຫຍາຍສັນຍາການຮ່ວມມືໃນຂົງເຂດພາສີລະຫວ່າງຫວຽດນາມ ແລະອາເມລິກາ (ສັນຍາ) ໃນໄລຍະຜ່ານມາ, ຕາມນັ້ນແລ້ວຂະແໜງພາສີອາເມລິກາ ຕີລາຄາສູງຄວາມມານະພະຍາຍາມຂອງຂະແໜງພາສີຫວຽດນາມ ໃນການສືບສວນ, ຄົ້ນພົບ ແລະແກ້ໄຂຂໍ້ມູນ ແລະສະໜອງຂໍ້ມູນເພື່ອແນໃສ່ສະກັດກັ້ນການກະທຳສໍ້ໂກງໃນການຂົນສົ່ງສິນຄ້າຜິດກົດໝາຍເຂົ້າສູ່ອາເມລິກາ, ໃນນັ້ນມີກໍລະນີທີ່ກ່ຽວຂ້ອງເຖິງສິນຄ້າປະເພດໄມ້, ອາລູມີນຽມ, ສິ່ງເສດເຫຼືອ...

leftcenterrightdel
ບັນຍາກາດທີ່ການເຊັນບົດບັນທຶກ. ພາບ: customs.gov.vn

ເພື່ອຜັນຂະຫຍາຍບັນດາເນື້ອໃນຮ່ວມມືຈຸດສຸມ, ທ່ານ ຫງວຽນວັນເກິນ ແລະທ່ານ Chris Magnus ໄດ້ເຫັນດີເປັນເອກະພາບຕໍ່ແຜນນະໂຍບາຍບົ່ງຕົວສູນຕິດຕໍ່ໂດຍກົງຂອງສອງອົງການ, ພ້ອມທັງຜ່ານຊ່ອງທາງເຊື່ອມຕໍ່ຂອງທູດພາສີຂອງອາເມລິກາ ປະຈໍາ ພາກພື້ນ ແລະຮອງທູດພາສີປະຈໍາ ຫວຽດນາມ ເພື່ອເປັນເຈົ້າການປະຕິບັດການແລກປ່ຽນ, ແບ່ງປັນຂໍ້ມູນຢ່າງເປັນປະຈໍາ, ວ່ອງໄວ ແລະມີປະສິດທິຜົນລະຫວ່າງສອງຝ່າຍ.

ເພື່ອສ້າງຂີດໝາຍໃຫ້ແກ່ໝາກຜົນການແລກປ່ຽນເຮັດວຽກຂັ້ນສູງຄັ້ງທໍາອິດລະຫວ່າງສອງອົງການພາສີພາຍຫຼັງການເຊັນສັນຍາ, ທ່ານ ຫງວຽນວັນເກິນ ແລະທ່ານ Chris Magnus ໄດ້ເຊັນບົດບັນທຶກຊ່ວຍຈໍາວ່າດ້ວຍການເພີ່ມທະວີ, ເປີດກວ້າງການຮ່ວມມືເຊິ່ງກັນ ແລະກັນລະຫວ່າງກົມໃຫຍ່ພາສີຫວຽດນາມ ແລະອົງການພາສີ ແລະປົກປັກຮັກສາຊາຍແດນອາເມລິກາ.

ກໍ່ໃນຂອບເຂດການຢ້ຽມຢາມ, ຄະນະປະຕິບັດງານຂອງທ່ານ ຫງວຽນວັນເກິນ ໄດ້ມີການເຮັດວຽກກັບສູນກໍານົດຈຸດສຸມແຫ່ງຊາດ ແລະຫ້ອງການການຄ້າຂອງຂະແໜງພາສີ ແລະປົກປັກຮັກສາຊາຍແດນອາເມລິກາ ເພື່ອແນໃສ່ຮຽນຮູ້ເອົາບົດຮຽນ, ປະສົບການຂອງພາສີ ແລະປົກປັກຮັກສາຊາຍແດນອາເມລິກາ ໃນວຽກງານຄຸ້ມຄອງຄວາມສ່ຽງໄພ, ກໍານົດຈຸດສຸມແບບອັດຕະໂນມັດຕໍ່ກັບສິນຄ້າ ແລະຜູ້ໂດຍສານກໍ່ຄືບັນດາຂ້ໍລິເລີ່ມປະຕິບັດການຄ້າຂອງຂະແໜງພາສີ ແລະປົກປັກຮັກສາຊາຍແດນອາເມລິກາເພື່ອແນໃສ່ສ້າງຄວາມສະດວກດ້ານການຄ້າທີ່ຖືກຕາມກົດໝາຍພ້ອມທັງຄວບຄຸມການເຄື່ອນໄຫວສໍ້ໂກງການຄ້າ, ຫຼີກລ້ຽງພາສີ, ຂົນສົ່ງບໍ່ຖືກຕາມກົດໝາຍ... ຢ່າງມີປະສິດທິຜົນ.

ໂດຍ: ໄຊນີດາ