ລັດຖະມົນຕີສອງທ່ານໄດ້ຕີລາຄາວ່າ ຫວຽດນາມ ແລະເບລາຣຸດ ມີການພົວພັນໄມຕີຈິດມິດຕະພາບທີ່ເປັນມູນເຊື້ອອັນດີງາມ; ຕີລາຄາສູງການຮ່ວມມືສອງປະເທດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ດ້ວຍການແບ່ງປັນ, ໜູນຊ່ວຍລະອຽດໃນໄລຍະຜ່ານມາ; ເຫັນດີເປັນເອກະພາບນຳກັນວ່າສອງປະເທດຈະມີການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 30 ແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ລັດຖະມົນຕີສອງທ່ານໄດ້ແລກປ່ຽນກ່ຽວກັບບາງບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບການປະທະກັນຢູ່ອູແກຣນ, ທ່ານ ບຸ່ຍແທັງເຊີນ ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ, ຕາມນັ້ນແລ້ວບັນດາຂໍ້ຂັດແຍ້ງກັນ, ບໍ່ລົງລອຍກັນສາກົນຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ເຄົາລົບຫຼັກການພື້ນຖານຂອງກົດບັດ ສປຊ ແລະກົດໝາຍສາກົນ, ໂດຍສະເພາະແມ່ນເຄົາລົບເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດ.

ຮຽກຮ້ອງບັນດາຝ່າຍຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ສາມັນຊົນ ແລະປົກປັກຮັກສາພື້ນຖານໂຄງລ່າງທີ່ຈໍາເປັນ; ສະໜັບສະໜູນບັນດາການເຄື່ອນໄຫວໜູນຊ່ວຍມະນຸດສະທໍາຂອງ ສປຊ ແລະບັນດາຄູ່ຮ່ວມມືສາກົນໃຫ້ປະຊາຊົນຖືກຮັບຜົນສະທ້ອນຈາກການປະທະກັນຢູ່ອູແກຣນ; ຫວຽດນາມ ກຽມພ້ອມປະກອບສ່ວນເຂົ້າບັນດາການເຄື່ອນໄຫວມະນຸດສະທໍາ, ວິວັດການພົວພັນຕ່າງປະເທດ, ການເຈລະຈາກໍ່ຄືການຟື້ນຟູ, ສ້າງສາປະເທດອູແກຣນ ຄືນໃໝ່.

ໂດຍ: ໄຊນີດາ