leftcenterrightdel
ກອງປະຊຸມໃຫຍ່ຜູ້ແທນສະມາຄົມຂະແມ-ຫວຽດນາມ ຢູ່ກໍາປູເຈຍ ຄັ້ງທີ III. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມໃຫຍ່, ທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ກໍາປູເຈຍ ເນັ້ນໜັກວ່າ ເຖິງວ່າຢູ່ໃນສະພາບຕ້ອງປະເຊີນໜ້າກັບສິ່ງທ້າທາຍນາໆປະການ, ພິເສດແມ່ນໂລກລະບາດໂຄວິດ-19, ແຕ່ຄະນະບໍລິຫານງານສະມາຄົມເວົ້າສະເພາະ ແລະວົງຄະນະຍາດພໍ່ແມ່ປະຊາຊົນຫວຽດນາມ ຢູ່ ກໍາປູເຈຍ ເວົ້າລວມ ຍັງມີຄວາມມານະພະຍາຍາມ, ແກ້ໄຂຄວາມຫຍຸ້ງຍາກ ແລະບັນລຸໄດ້ຫຼາຍຜົນງານຢ່າງຕັ້ງໜ້າ ແລະເປັນໜ້າຊົມເຊີຍ. ເຖິງຢ່າງໃດກໍ່ຕາມ, ທ່ານ ຫງວຽນຮຸຍຕັງ ກໍ່ສະເໜີ: ສືບຕໍ່ຊຸກຍູ້ວຽກງານໂຄສະນາ, ສຶກສາເພື່ອໃຫ້ພໍ່ແມ່ປະຊາຊົນຍົກສູງຄວາມຮັບຮູ້, ມີການປ່ຽນແປງກ່ຽວກັບແບບແຜນດຳລົງຊີວິດ, ວິທີຄົ້ນຄິດ, ວິທີເຮັດ, ມີຄວາມຄາດຫວັງ ແລະເປັນເຈົ້າການບືນຕົວຂຶ້ນເປັນເຈົ້າຊີວິດຂອງຕົນ. ພໍ່ແມ່ປະຊາຊົນຕ້ອງເຂົ້າໃຈ ແລະປະຕິບັດບັນດາຂໍ້ກຳນົດກົດໝາຍຂອງ ກໍາປູເຈຍ ຢ່າງເຂັ້ມງວດ, ສືບຕໍ່ເພີ່ມພູນຄູນສ້າງການພົວພັນລະຫວ່າງ ຫວຽດນາມ ແລະກໍາປູເຈຍ, ຍົກສູງຈິດໃຈສາມັກຄີ, ຮັກແພງອຸປະຖຳຄ້ຳຊູ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນວົງຄະນະຍາດພໍ່ແມ່ປະຊາຊົນ, ຍາມໃດກໍ່ມຸ່ງໄປເຖິງບ້ານເກີດເມືອງນອນ, ປະເທດຊາດ.

ກອງປະຊຸມໃຫຍ່ໄດ້ປ່ອນບັດຮັບຮອງເອົາລາຍຊື່ຄະນະບໍລິຫານງານສະມາຄົມຂະແມ-ຫວຽດນາມ ຢູ່ກໍາປູເຈຍ ຊຸດທີ III, ອາຍຸການ 2021-2026 ດ້ວຍຜູ້ແທນ 85 ຄົນ. ທ່ານ Sim Chy ສືບຕໍ່ໄດ້ຮັບການເລືອກຕັ້ງເປັນປະທານຄະນະບໍລິຫານງານຊຸດທີ III, ອາຍຸການ 2021-2026.

ໂດຍ: ໄຊນີດາ