ໃນກອງປະຊຸມ, ທ່ານພົນເອກ ໂຕເລິມ ເນັ້ນໜັກວ່າ ປະຈຸບັນສະຫະລັດອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າແຖວໜ້າ, ທັງແມ່ນໜຶ່ງໃນບັນດາຕະຫຼາດສົ່ງອອກແຖວໜ້າໂລກຂອງຫວຽດນາມ. ແບ່ງປັນຄວາມຫຍຸ້ງຍາກເຊິ່ງບັນດາວິສາຫະກິດ, ໃນນັ້ນມີວິສາຫະກິດອາເມລິກາ ແລະຄູ່ຮ່ວມມືຜະລິດຢູ່ຫວຽດນາມ ເຄີຍຍ້ອນ ພະຍາດໂຄວິດ-19, ທ່ານພົນເອກ ໂຕເລິມ ໃຫ້ຮູ້ວ່າຄວາມຫຍຸ້ງຍາກໃນຕໍ່ໜ້າພຽງມີລັກສະນະໄລຍະສັ້ນ, ຊົ່ວຄາວເທົ່ານັ້ນ.

leftcenterrightdel
ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ເຂົ້າຮ່ວມກອງປະຊຸມທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານລັດຖະມົນຕີ ຫວັງວ່າ ໃນໄລຍະຈະມາເຖິງ, ປະຊາຄົມວິສາຫະກິດອາເມລິກາ ຈະຮ່ວມເດີນທາງພ້ອມກັບຫວຽດນາມ ບົນຈິດໃຈ “ກົມກຽວກັນກ່ຽວກັບຜົນປະໂຫຍດ”, ກໍາແໜ້ນກາລະໂອກາດຢ່າງທັນການ, ຊອກຫາທິດທາງທີ່ສອດຄ່ອງເພື່ອຮັກສາ ແລະພັດທະນາການດຳເນີນທຸລະກິດໃນພາບການໃໝ່.

ສ່ວນທ່ານ Michael Michalak ຮອງປະທານຂັ້ນສູງທັງເປັນຜູ້ອໍານວຍການບໍລິຫານພາກພື້ນຂອງ USABC, ຕີລາຄາສູງບາດກ້າວພັດທະນາໃນການພົວພັນຮ່ວມມືລະຫວ່າງສອງປະເທດອາເມລິກາ-ຫວຽດນາມ ໃນໄລຍະຜ່ານມາ; ຫວັງວ່າໃນໄລຍະຈະມາເຖິງ, ລັດຖະບານຫວຽດນາມ ເວົ້າລວມ, ກະຊວງຕໍາຫຼວດຫວຽດນາມ ເວົ້າສະເພາະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດອາເມລິກາ ລົງທຶນໄລຍະຍາວຢູ່ຫວຽດນາມ...

ໂດຍ: ກວຽດເຕີມ