ໃນເຄິ່ງສັດຕະວັດຜ່ານມາ, ການພົວພັນສອງຝ່າຍຫວຽດນາມ-ສະວິດ ໄດ້ມີບາດກ້າວຄືບໜ້າໃນທຸກຂົງເຂດລວມມີ: ການເມືອງ-ການພົວພັນຕ່າງປະເທດ, ການຄ້າ ແລະການລົງທຶນ, ການຮ່ວມມືພັດທະນາ, ວັດທະນະທຳ, ການສຶກສາ ແລະກໍ່ສ້າງ, ການພົບປະແລກປ່ຽນປະຊາຊົນ.

leftcenterrightdel
ທ່ານ  Ivo Sieber ເອກອັກຄະລັດຖະທູດສະວິດ ປະຈໍາ ຫວຽດນາມ. ພາບຄັດຈາກ Swiss BET.

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 30 ປີແຫ່ງວັນຮ່ວມມືພັດທະນາລະຫວ່າງສະວິດ ແລະຫວຽດນາມ (11-10-1971/11-10-2021), ທ່ານ Ivo Sieber ເອກອັກຄະລັດຖະທູດສະວິດ ປະຈໍາ ຫວຽດນາມ ໄດ້ມີບົດຂຽນດ້ວຍຫົວຂໍ້ “50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສະວິດ ແລະຫວຽດນາມ,” ຫວນຄືນປະຫວັດສາດແຫ່ງການພົວພັນທາງການທູດ ແລະການຮ່ວມມືລະຫວ່າງສອງປະເທດໃນເຄິ່ງສັດຕະວັດຜ່ານມາ.

ປະຫວັດສາດການພົວພັນທີ່ຍາວນານ

ທ່ານ Ivo Sieber ເນັ້ນໜັກວ່າ ເມື່ອສະວິດ ແລະຫວຽດນາມ ສ້າງຕັ້ງການພົວພັນທາງການທູດໃນວັນທີ 11 ຕຸລາ 1971 ຢ່າງເປັນທາງການ, ແງ່ຫວັງກ່ຽວກັບວິທີການຮ່ວມມືລະຫວ່າງສອງປະເທດນັບແຕ່ນັ້ນມາແມ່ນໄດ້ຮັບການຍົກສູງຂຶ້ນສູ່ລະດັບສູງໃໝ່.

ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ການພົວພັນລະຫວ່າງສະວິດ-ຫວຽດນາມ ໄດ້ເລີ່ມຂຶ້ນແຕ່ເຄິ່ງທ້າຍສັດຕະວັດ 19, ດ້ວຍສອງບໍລິສັດການຄ້າສະວິດ, ຄື: Diethelm ແລະ Biedermann ໄດ້ສ້າງພື້ນຖານໃຫ້ແກ່ການພົວພັນດ້ານທຸລະກິດ.

ໃນຂະນະທີ່ມີຊາວສະວິດ ອາໄສຢູ່ຫວຽດນາມ ເປັນສ່ວນຫຼາຍໃນຈຸດເວລານັ້ນໄດ້ມີການເຄື່ອນໄຫວໃນຂົງເຂດການຄ້າ, ເຕັກນິກ ຫຼືກະສິກຳ, ຫວຽດນາມ ຍັງດຶງດູດແຂກທ່ອງທ່ຽວ ແລະຜູ້ທີ່ນິຍົມການສ່ຽງໄພ, ມັກຄົ້ນຫາ. ໃນຈຳນວນນີ້, ຜູ້ທີ່ມີຄົນຮູ້ຈັກຫຼາຍທີ່ສຸດແມ່ນທ່ານ Alexandre Yersin ນັກຄົ້ນຄວ້າຈຸລິນຊີວິທະຍາທີ່ມີເຊື້ອຊາດສະວິດ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ພົບປະກັບທ່ານປະທານາທິບໍດີສະວິດ Guy Parmelin. ພາບ: ສຳນັກຂ່າວສານຫວຽດນາມ.

ດ້ວຍຄວາມສຸດໃຈ ແລະຄວາມກະຕືລືລົ້ນຢາກຮູ້ຢາກເຫັນຂອງທ່ານ ໄດ້ເປີດຊ່ອງທາງຂົງເຂດໃໝ່ກ່ຽວກັບວິທະຍາສາດ, ສຸຂະພາບ, ກະສິກຳໃຫ້ແກ່ຫວຽດນາມ. ພິເສດ, ການຄົ້ນພົບຂອງທ່ານກ່ຽວກັບ ຈຸລິນຊີ ທີ່ກໍ່ໃຫ້ເກີດໂລກຮ່າ ທີ່ມີຜົນກະທົບໃນໄລຍະຍາວຢູ່ຫວຽດນາມ ແລະຕ່າງປະເທດ.

ປີ 1954, ສະວິດໄດ້ຈັດຕັ້ງກອງປະຊຸມເຊີແນວ ກ່ຽວກັບອິນດູຈີນ. ດ້ວຍຖານະບົດບາດເປັນກາງ, ສະວິດ ໄດ້ສ້າງເງື່ອນໄຂໃຫ້ປະເທດ ສາທາລະນະລັດ ປະຊາທິປະໄຕຫວຽດນາມ ເຂົ້າຮ່ວມການທູດຫຼາຍຝ່າຍເປັນຄັ້ງທຳອິດ.

ຈຸດເວລາສຳຄັນຕໍ່ໄປເຊິ່ງທ່ານເອກອັກຄະລັດຖະທູດ Ivo Sieber ໄດ້ເຕື້ອງເຖິງໃນບົດຂຽນນັ້ນແມ່ນຈຸດເວລາທີ່ປະຫວັດສາດເກີດຂຶ້ນມາກ່ອນນີ້ 50 ປີ, ປີ 1971, ສະວິດ ກາຍເປັນໜຶ່ງໃນບັນດາປະເທດຕາເວັນຕົກທຳອິດທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ.

ເປີດກວ້າງການພົວພັນຮ່ວມມືສອງຝ່າຍຢ່າງບໍ່ຢຸດຢັ້ງ

ບົນພື້ນຖານທີ່ມີປະຫວັດສາດການພົວພັນຍາວນານທີ່ກ່າວມາຂ້າງເທິງນັ້ນ, ທ່ານເອກອັກຄະລັດຖະທູດ Ivo Sieber ໄດ້ຢັ້ງຢືນຄໍາໝັ້ນສັນຍາພ້ອມກັບຄວາມໄວ້ເນື້ອເຊື່ອໃຈຢ່າງໝັ້ນແກ່ນຂອງສະວິດ ທີ່ມີຕໍ່ຫວຽດນາມ ວ່າໄດ້ສ້າງພື້ນຖານໃຫ້ແກ່ການພົວພັນສອງຝ່າຍເປີດກວ້າງ ແລະເພີ່ມທະວີ.

ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ການປະຕິຮູບດ້ານເສດຖະກິດ ແລະການເຊື່ອມໂຍງຢ່າງວ່ອງໄວຂອງຫວຽດນາມ ເຂົ້າກັບເສດຖະກິດໂລກມາແຕ່ປີ 2000 ໄດ້ສ້າງເງື່ອນໄຂສະດວກກວ່າອີກໃຫ້ແກ່ການເພີ່ມທະວີການພົວພັນລະຫວ່າງສະວິດ ແລະຫວຽດນາມ, ໄດ້ພາໄປເຖິງການເປີດນຳໃຊ້ສະຖານກົງສູນໃຫຍ່ສະວິດ ປະຈຳ ນະຄອນໂຮ່ຈີມິນ ໃນປີ 2015.

ສຳລັບຝ່າຍຫວຽດນາມ ກໍ່ໄດ້ເປີດສະຫຼອງສະຖານກົງສູນ ປະຈຳ ເຊີແນວ ໃນປີ 1984 ແລະຍົກລະດັບຂຶ້ນເປັນສະຖານກົງສູນໃຫຍ່ ແລະຄະນະປະຕິບັດງານ ສປຊ ໃນ 10 ປີຕໍ່ມາ. ປີ 2000, ຫວຽດນາມ ໄດ້ເປີດສະຖານທູດ ປະຈຳ  Bern. ການຢ້ຽມຢາມຂັ້ນສູງຢູ່ທັງສອງຝ່າຍ, ລວມມີການຢ້ຽມຢາມໃນປີສະເຫຼີມສະຫຼອງນີ້ແມ່ນຈຸດພິເສດໃນການພົວພັນຮ່ວມມືທີ່ແກ່ຍາວໃນຫຼາຍທົດສະວັດຜ່ານມາຂອງທັງສອງປະເທດ.

ໃນຮອບ 50 ປີຜ່ານມາ, ການພົວພັນລະຫວ່າງສະວິດ ແລະຫວຽດນາມ ໄດ້ຮັບການພັດທະນາ, ເປີດກວ້າງ ແລະເລິກເຊິ່ງເຂັ້ມຂຸ້ນກວ່າ. ການຮ່ວມມືໃນເບື້ອງຕົ້ນແມ່ນສຸມໃສ່ການຊ່ວຍເຫຼືອດ້ານມະນຸດສະທຳ ແລະໜູນຊ່ວຍການພັດທະນາເປັນຕົ້ນຕໍ.

ທ່ານເອກອັກຄະລັດຖະທູດ Ivo Sieber ໃຫ້ຮູ້ວ່າ ໃນຮອບສາມທົດສະວັດຜ່ານມາ, ລັດຖະບານສະວິດ ໄດ້ສະໜອງເງິນກວ່າ 600 ລ້ານ franc (ທຽບເທົ່າ 15.000 ຕື້ດົ່ງ) ເພື່ອໜູນຊ່ວຍພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ. ອົງການຮ່ວມມື ແລະພັດທະນາສະວິດ (SDC) ໄດ້ມີໜ້າຢູ່ຫວຽດນາມ ມາແຕ່ປີ 1991 ແລະຕໍ່ຈາກນັ້ນສີ່ປີກໍ່ມີກົມໃຫຍ່ເສດຖະກິດສະຫະພາບສະວິດ (SECO)ໄດ້ມາປະຈຳຢູ່ຫວຽດນາມ.

ປະຈຸບັນ, ການຮ່ວມມືຂອງບໍລິສັດພາກເອກະຊົນທີ່ມາຈາກສອງປະເທດໄດ້ສວມບົດບາດສຳຄັນຫຼັກແຫຼ່ງ ແລະປະຈຸບັນແມ່ນກຳລັງໜູນຕົ້ນຕໍສຳລັບການພັດທະນາເສດຖະກິດ. ຈາກແງ່ຫວັງທີ່ຕັ້ງໜ້ານີ້, ທັງຫວຽດນາມ ແລະສະວິດ - ພ້ອມກັບບັນດາຄູ່ຮ່ວມມືໃນກຸ່ມການຄ້າເສລີເອີລົບ (EFTA) - ພວມມານະພະຍາຍາມທົບສອງເທົ່າຕື່ມອີກເພື່ອເຊັນສັນຍາການຄ້າເສລີກ້າວໜ້າ, ປະກອບສ່ວນຊຸກຍູ້ຜົນປະໂຫຍດໃຫ້ທັງສອງຝ່າຍ.

ການພົບປະລະຫວ່າງທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ແລະທ່ານປະທານາທິບໍດີສະວິດ Guy Parmelin ຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 76 ໃນເດືອນ ກັນຍາ ໄດ້ເປັນການເນັ້ນໜັກເຖິງຄໍາໝັ້ນສັນຍານີ້.

ທ່ານເອກອັກຄະລັດຖະທູດ Ivo Sieber ຢັ້ງຢືນວ່າ ການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດແມ່ນຈຸດເວລາສຳຄັນສຳລັບສອງປະເທດ. ຜົນງານຕ່າງໆ ເຊິ່ງຫວຽດນາມ ແລະສະວິດ ບັນລຸໄດ້ໃນເຄິ່ງສັດຕະວັດຜ່ານມາເປັນການເນັ້ນໜັກເຖິງກຳລັງແຮງຂອງການພົວພັນຄູ່ຮ່ວມມືນີ້ ກໍ່ຄືຄວາມໄວ້ເນື້ອເຊື່ອໃຈ ແລະຄຳໝັ້ນສັນຍາໃຫ້ແກ່ອະນາຄົດ.

ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ “ປະຫວັດສາດລະຫວ່າງສອງປະເທດພວກເຮົານັບມື້ນັບດີງາມ ແລະຂ້າພະເຈົ້າເຊື່ອໝັ້ນວ່າ ການພົວພັນລະຫວ່າງຫວຽດນາມ ແລະສະວິດ ໃນ 50 ປີຈະມາເຖິງຈະສືບຕໍ່ເຕີບໃຫຍ່ເຂັ້ມແຂງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະປະສົບຜົນສຳເລັດ.

ໂດຍ: ແສງເດືອນ