ທ່ານ ເລຮວ່າຍຈູງ ໄດ້ສະແດງຄວາມຊົມເຊີຍຕໍ່ບາດກ້າວພັດທະນາໃນການພົວພັນລະຫວ່າງສອງປະເທດ ແລະສອງພັກໃນໄລຍະຜ່ານມາຕາມເນື້ອໃນຈິດໃຈແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ; ທ່ານຢັ້ງຢືນວ່າ ພັກ ແລະລັດຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ສິງກະໂປ ກວ່າອີກ; ທ່ານກໍ່ຕີລາຄາສູງຕໍ່ການພົວພັນລະຫວ່າງສອງພັກທີ່ນັບມື້ນັບພັດທະນາຢ່າງດີງາມ ແລະແທດຈິງຜ່ານຫຼາຍຂົງເຂດເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງ, ການຮ່ວມມືບໍາລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ.

leftcenterrightdel
ທ່ານ ເລຮວ່າຍຈູງ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານລັດຖະມົນຕີການຕ່າງປະເທດສິງກະໂປ ໄດ້ສະແດງຄວາມປິຕິຊົມຊື່ນໃນໄລຍະຜ່ານມາການພົວພັນສອງປະເທດສືບຕໍ່ເພີ່ມທະວີໃນຫຼາຍຂົງເຂດ; ທ່ານເນັ້ນໜັກວ່າ ພັກ PAP ແລະລັດສິງກະໂປ ຖືເປັນສໍາຄັນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ, ທ່ານສະເໜີໃຫ້ເພີ່ມທະວີການແລກປ່ຽນລະຫວ່າງການນໍາຂັ້ນສູງສອງປະເທດ; ທ່ານໄດ້ສະແດງໃຫ້ເຫັນກ່ຽວກັບການແບ່ງປັນຫຼາຍທັດສະນະທີ່ຄ້າຍຄືກັນ, ໃນນັ້ນມີບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະຍາດໄດ້ຜົນງານໃໝ່ຫຼາຍຢ່າງ, ນໍາປະເທດຫວຽດນາມ ພັດທະນາສີວິໄລ ແລະວັດທະນາຖາວອນ.

ໂດຍ: ເກື່ອງດັ້ງ