ບົດທີ 1: ນຳພາອາຊຽນ ຢ່າງໝັ້ນຄົງເຂັ້ມແຂງ

ໃນປະຫວັດສາດກວ່າເຄິ່ງສະຕະວັດແຫ່ງການກຳເນີດ ແລະພັດທະນາໄດ້​ເຫັນ​ປະ​ຈັກ​ຕາອາຊຽນ ຕ້ອງຜ່ານຜ່າຄວາມຫຍຸ້ງຍາກມາຫຼາຍເທື່ອແລ້ວ ແຕ່ວ່າຜ່ານນັ້ນອາຊຽນຍິ່ງເຕີບໃຫຍ່ຂະຫຍາຍຕົວກວ່າ. ດ້ວຍການນຳພາຂອງຫວຽດນາມ ໃນຖານະຕຳແໜ່ງປະທານອາຊຽນ 2020, “ກຳປັ່ນ” ອາຊຽນ ສືບຕໍ່ຢັ້ງຢືນຄຸນນະທາດບໍ່ຍອມຈຳນົນຕໍ່ຄວາມຫຍຸ້ງຍາກ, ເຊື່ອໝັ້ນຕົນເອງຜ່ານຜ່າຄວາມຫຍຸ້ງຍາກ, ກ້າວຂຶ້ນສູ່ອະນາຄົດ.

ໜ້າທີ່ຄວບຄູ່

ອາຊຽນ ແມ່ນຈຸດບຸກທະລຸທຳອິດເພື່ອໃຫ້ຫວຽດນາມ ຜັນຂະຫຍາຍທິດນຳຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ຊ່ວຍທຳລາຍທ່າປິດລ້ອມ, ທ່າຕົກຢູ່ໂດດດ່ຽວ, ສ້າງທ່າເພື່ອໃຫ້ຫວຽດນາມ ເປີດກວ້າງ, ຍົກລະດັບວິວັດການເຊື່ອມໂຍງເຂົ້າກັບສາກົນຂອງປະເທດ. ດ້ວຍລະດັບຄວາມສຳຄັນຍຸດທະສາດຄືແນວນັ້ນ, ອາຊຽນ ຍາມໃດກໍ່ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ ຄືເອກະສານກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໄດ້ຍົກອອກ: “ເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບພ້ອມກັບບັນດາປະເທດອາຊຽນ ກໍ່ສ້າງປະຊາຄົມໃຫ້ມີຄວາມໝັ້ນຄົງເຂັ້ມແຂງ”. ກໍ່ຕ້ອງໃສ່ໃຈວ່າ, ປີ 2020 ໄດ້ສ້າງຂີດໝາຍສຳຄັນເມື່ອຫວຽດນາມ ສະເຫຼີມສະຫຼອງ 25 ປີແຫ່ງວັນເຂົ້າເປັນສະມາຊິກຂອງອາຊຽນ ແລະນີ້ກໍ່ແມ່ນປີບານພັບໃນການຜັນຂະຫຍາຍແຜນການຫັນວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ. ກ້າວເຂົ້າສູ່ປີທີ 8 ໃນການຜັນຂະຫຍາຍມະຕິສະບັບເລກທີ 22-NQ/TW ລົງວັນທີ 10 ເມສາ 2013 ຂອງກົມການເມືອງ ວ່າດ້ວຍການເຊື່ອມໂຍງເຂົ້າກັບສາກົນ ແລະປີທີ 2 ໃນການຜັນຂະຫຍາຍຄຳສັ່ງສະບັບເລກທີ 25-CT/TW ລົງວັນທີ 8 ສິງຫາ 2018 ຂອງຄະນະເລຂາ ວ່າດ້ວຍການຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍເຖິງປີ 2030, ພ້ອມດ້ວຍຕຳແໜ່ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນຖານະຕຳແໜ່ງປະທານອາຊຽນ, ຫວຽດນາມ ກຳນົດປີ 2020 ວ່າແມ່ນກາລະໂອກາດສຳຄັນເພື່ອຢັ້ງຢືນຈິດໃຈຂອງປະເທດຮັກຫອມສັນຕິພາບ, ປ່ຽນແປງໃໝ່, ພວມເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ; ປະກອບສ່ວນຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າໃນສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນລວມຂອງພາກພື້ນ ແລະໂລກ, ເພື່ອຈາກນັ້ນສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາ ແລະຍົກສູງຖານະບົດບາດ, ທີ່ຕັ້ງຂອງປະເທດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ພິທີໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະກອງປະຊຸມຂັ້ນສູງກ່ຽວຂ້ອງ ໄດ້ຈັດຕັ້ງຜ່ານລະບົບທາງໄກໃນວັນທີ 15 ພະຈິກ 2020. ພາບ: ຈ້ອງຫາຍ.

ດ້ວຍການຮັບຮູ້ຄືແນວນັ້ນ, ຫວຽດນາມ ໄດ້ກະກຽມທຸກດ້ານເພື່ອຮັບປະກັນໃຫ້ຜົນສຳເລັດຂອງປີອາຊຽນ 2020, ຮ່ວມແຮງຮ່ວມໃຈກໍ່ສ້າງປະຊາຄົມອາຊຽນໃຫ້ມີຄວາມສາມັກຄີ, ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຖານະບົດບາດ, ທີ່ຕັ້ງສາກົນນັບມື້ນັບສູງ. ໃນຕຳແໜ່ງປະທານອາຊຽນ, ຫວຽດນາມ ໄດ້ເລືອກເອົາຫົວຂໍ້ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື” ແມ່ນຫົວຂໍ້ຂອງປີອາຊຽນ 2020 ດ້ວຍຄວາມໝາຍວ່າປະຊາຄົມສະໜິດຕິດພັນ ແລະພັດທະນາ ຈຳເປັນຕ້ອງເພີ່ມຄວາມເປັນເຈົ້າການຮັບມືກັບປັດໄຈທີ່ມີການກະທົບຈາກພາຍນອກ ແລະກົງກັນຂ້າມ, ມີຄວາມສາມາດເປັນເຈົ້າການຮັບມືໄດ້ກໍ່ຕໍ່ເມື່ອອາຊຽນ ມີຄວາມຜູກພັນ ແລະສາມັກຄີກັນເປັນປຶກແຜ່ນແໜ້ນໜາ.

ກໍ່ສ້າງ “ເຄື່ອງໝາຍການຄ້າ”

ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ບັນດາປະເທດລ້ວນແຕ່ຕີລາຄາວ່າ ພາຍໃຕ້ການນຳພາຂອງຫວຽດນາມ, “ຄວາມສະໜິດຕິດພັນ ແລະເປັນເຈົ້າການຮັບມື” ບໍ່ພຽງແຕ່ແມ່ນຫົວຂໍ້ຂອງປີອາຊຽນ 2020 ເທົ່ານັ້ນຫາກຍັງກາຍເປັນ “ເຄື່ອງໝາຍການຄ້າ” ຂອງອາຊຽນອີກດ້ວຍ. ຍ້ອນສິ່ງດັ່ງກ່າວນັ້ນ, ບັນດາຂໍ້ລິເລີ່ມຂອງຫວຽດນາມ ທີ່ສະເໜີໃຫ້ກອງທຶນອາຊຽນຮັບມືກັບພະຍາດໂຄວິດ-19, ສ້າງສາງແຮອຸປະກອນການແພດສຸກເສີນຂອງອາຊຽນ... ລ້ວນແຕ່ໄດ້ຮັບການສະໜັບສະໜູນ, ຕອບສະໜອງຢ່າງແຮງ ແລະມີການປະກອບສ່ວນຢ່າງສຸດໃຈຈາກບັນດາປະເທດ.

ໃນໄລຍະທີ່ປະເທດຕ່າງໆຕ້ອງສຸມແຫຼ່ງກຳລັງເພື່ອຮັບມືກັບວິກິດການທີ່ບໍ່ເຄີຍມີມາກ່ອນຍ້ອນໂລກພະຍາດ, ຕາມທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລ້ວ, ບັນຫາທີ່ວາງອອກແມ່ນກໍ່ຄວນໂຈະວິວັດການກໍ່ສ້າງປະຊາຄົມອາຊຽນ ຫຼືບໍ່? ແຕ່ວ່າ, ປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍກໍ່ບໍ່ທໍ້ຖອຍ, ພະຍາດໂຄວິດ-19 ບໍ່ສາມາດກີດຂວາງວິວັດການດັ່ງກ່າວໄດ້. ທ່ານ ຫງວຽນກ໊ວກຢູງ ຢັ້ງຢືນວ່າ “ພ້ອມກັບການນຳພາອາຊຽນ ບັນລຸໄດ້ໝາກຜົນຢ່າງລະອຽດໃນການຮ່ວມມືເພື່ອຮັບມືກັບໂລກພະຍາດ, ກ້າວໄປສູ່ການຟື້ນຟູ, ຫວຽດນາມ ຍັງມີຄວາມຕັ້ງໜ້າ, ເປັນເຈົ້າການສະເໜີຫຼາຍຂໍ້ລິເລີ່ມເພື່ອຊຸກຍູ້ວິວັດການກໍ່ສ້າງປະຊາຄົມອາຊຽນ, ບໍ່ພຽງແຕ່ແນໃສ່ປະຕິບັດເປົ້າໝາຍໃນຕໍ່ໜ້າເທົ່ານັ້ນຫາກຍັງຍົກອອກການກຳນົດທິດພັດທະນາຍາວນານອີກດ້ວຍ, ຕົວຢ່າງຄືຖະແຫຼງການຮ່າໂນ້ຍ ວ່າດ້ວຍວິໄສທັດປະຊາຄົມອາຊຽນຫຼັງປີ 2025. ສາມາດເວົ້າໄດ້ວ່າ, ຫວຽດນາມ ໄດ້ປະຕິບັດໜ້າວຽກທີ່ຫຼາຍຄົນມຸ່ງມາດປາດຖະໜານຳປະເທດປະທານອາຊຽນສຳເລັດເປັນຢ່າງດີ”.

ພະລັງຊີວິດຍືນຍົງ

ທ່ານ ຫວູຄວານ ອະດີດຮອງນາຍົກລັດຖະມົນຕີຫວຽດນາມ ແມ່ນຜູ້ທີ່ເຂົ້າຮ່ວມວິວັດການຫວຽດນາມ ເຂົ້າເປັນສະມາຊິກຂອງອາຊຽນ ນັບແຕ່ຊຸມປີຕົ້ນທົດສະວັດ 1990, ເປັນສັກຂີພິຍານກ່ຽວກັບບາດກ້າວເດີນທຳອິດຂອງຫວຽດນາມ ຢູ່ “ເວທີ” ໃໝ່ ແລະຍາມໃດກໍ່ໄດ້ຕິດຕາມໄລຍະທາງ 1/4 ສະຕະວັດທີ່ຫວຽດນາມ ເຂົ້າເປັນສະມາຊິກຂອງ “ຊາຍຄາລວມ” ຢ່າງໃກ້ຊິດ. ທ່ານເນັ້ນໜັກວ່າ ປີ 2020 ແມ່ນປີ “ປະສົບກັບຄວາມຫຍຸ້ງຍາກສະນັ້ຈຶ່ງເຫັນໄດ້ກຳລັງຄວາມສາມາດ” ຕໍ່ກັບ “ຜູ້ນຳພາ” ຫວຽດນາມ ແລະ “ກຳປັ່ນ” ອາຊຽນ, ທ່ານ ຫວູຄວານ  ຖືວ່າ ພາຍໃຕ້ການນຳພາຂອງຫວຽດນາມ, ອາຊຽນ ໄດ້ສະແດງໃຫ້ເຫັນພະລັງຊີວິດທີ່ຍືນຍົງ.

ທ່ານ ຫວູຄວານ ອະດີດຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ແບ່ງປັນວ່າ “ເຖິງວ່າເວລາຜ່ານພົ້ນໄປ, ແຕ່ລະປີອາຊຽນ ລ້ວນແຕ່ມີຫົວຂໍ້ສະເພາະ ແຕ່ວ່າເນື້ອໃນຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື” ຈະຊ້ອນແຝງຢູ່ທາງຫຼັງ. ບົນພື້ນຖານບັນດາຜົນງານຂອງປີ 2020, ຂ້າພະເຈົ້າຫວັງວ່າ “ຄອບຄົວໃຫຍ່” ອາຊຽນ ຈະຮັກສາໄດ້ກຳລັງຄວາມສາມາດ, ຊື່ສຽງແມ່ນໜຶ່ງໃນບັນດາອົງການຈັດຕັ້ງຮ່ວມມືພາກພື້ນທີ່ປະສົບຜົນສຳເລັດທ່ີສຸດຢູ່ໃນໂລກ”.

ໂດຍ: ແສງເດືອນ