ວັນທີ 15 ພະຈິກ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37, ພາຍໃຕ້ການເປັນປະທານຂອງຫວຽດນາມ, ປະທານອາຊຽນ 2020, ສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP) ລວມມີ 10 ປະເທດອາຊຽນ ແລະ 5 ຄູ່ເຈລະຈາ, ລວມມີ ຈີນ, ຍີ່ປຸ່ນ, ສ. ເກົາຫຼີ, ອົດສະຕາລີ ແລະນິວຊີແລນ, ໄດ້ລົງນາມຢ່າງເປັນທາງການພາຍຫຼັງການເຈລະຈາມາເປັນເວລາ 8 ປີ. ເມື່ອໄດ້ຮັບການລົງນາມ ແລະປະຕິບັດ, RECP ໄດ້ຕີລາຄາຈະນຳມາເຊິ່ງສະຖານະການໃໝ່, ໂຄງສ້າງໃໝ່ ແລະຊຸກດັນໃໝ່ໃຫ້ ການຄ້າພາກພື້ນ ແລະສາກົນ.

leftcenterrightdel
ບັນດາປະເທດຄູ່ຮ່ວມມືເຂົ້າຮ່ວມການເຊັນ RCEP. ພາບ: baodautu.vn.

ດ້ວຍ 15 ສະມາຊິກ, RCEP ແມ່ນສັນຍາທັນສະໄໝ, ຮອບດ້ານ, ມີຄຸນນະພາບສູງ. ຄຽງຂ້າງບັນດາຂໍ້ມາດຕາລະອຽດ, ບັນດາຄຳໝັ້ນສັນຍາກ່ຽວກັບການເປີດປະຕູຕະຫຼາດໃນຂົງເຂດສິນຄ້າ, ການບໍລິການ ແລະການລົງທຶນ, ຫັນລະບຽບການດ້ານພາສີ, ລະບຽບຫຼັກການຕົ້ນກຳເນີດເປັນງ່າຍດາຍສ້າງເງື່ອນໄຂສະດວກໃຫ້ການຄ້າ, ສັນຍາ RCEP ຍັງລວມມີບັນດາພາກກ່ຽວກັບຊັບສິນທາງປັນຍາ, ການຄ້າເອເລັກໂຕນິກ, ການແກ່ງແຍ້ງ, ວິສາຫະກິດຂະໜາດນ້ອຍ ແລະກາງ (SMEs), ການຮ່ວມມືດ້ານເສດຖະກິດ ແລະເຕັກນິກ.

FTA ໃຫຍ່ທີ່ສຸດໃນໂລກ ແລະຄວາມຫວັງກໍາລັງແຮງໃໝ່

ບັນດາການເຈລະຈາກ່ຽວກັບ RCEP ເລີ່ມດໍາເນີນໃນທ້າຍປີ 2012 ລະຫວ່າງ 10 ປະເທດສະມາຊິກຂອງອາຊຽນ ແລະ 6 ຄູ່ເຈລະຈາລວມມີ: ຈີນ, ຍີ່ປຸ່ນ, ສ. ເກົາຫຼີ, ອົດສະຕາລີ ແລະນິວຊີແລນ. ໃນເດືອນພະຈິກ 2019, ອິນເດຍ ໄດ້ຖອນອອກຈາກ RCEP ຍ້ອນບາງບັນຫາຍັງບໍ່ທັນໄດ້ຮັບການແກ້ໄຂ. ຄາດຄະເນວ່າ, ເມື່ອ RCEP ໄດ້ປະຕິບັດຈະສ້າງຂຶ້ນຕະຫຼາດດ້ວຍຂອບຂະໜາດມີຈໍານວນຜູ້ອຸປະໂພກບໍລິໂພກປະມານ 2,2 ຕ້ືຄົນ ແລະGDP ເກືອບ 49.000 ຕື້ໂດລາສະຫະລັດ, ກວມເອົາປະມານ 30% GDP ທົ່ວໂລກ. ເພາະສະນັ້ນ, ຫຼາຍການຕີລາຄາຖືວ່າ RCEP ແມ່ນສັນຍາການຄ້າເສລີ (FTA) ໃຫຍ່ທີ່ສຸດໃນໂລກ, ມີຄວາມໝາຍຫຼາຍຢ່າງ. ນັກຊ່ຽວຊານດ້ານເສດຖະກິດ ຫວໍຈີ໊ແທັງ ຖືວ່າ ຄວາມໝາຍທຳອິດ, ນັ້ນແມ່ນສັນຍານີ້ມີລັກສະນະສັນຍາລັກໃຫຍ່ກ່ຽວກັບວິວັດການເຊື່ອມຕໍ່ຫັນການຄ້າການລົງທຶນເປັນເສລີຢູ່ພາກພື້ນ. ອາຊຽນ ແລະບັນດາຄູ່ຮ່ວມມືຍັງສືບຕໍ່ຢັ້ງຢືນວິວັດການຫັນການຄ້າການລົງທຶນເປັນເສລີແມ່ນຄວາມຈຳເປັນເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ. ຄວາມໝາຍທີສອງນັ້ນແມ່ນ FTA ໃຫຍ່ທີ່ສຸດຢູ່ໂລກໃນຈຸດເວລານີ້ ແລະອາຊຽນ ຮັກສາບົດບາດໃຈກາງໃນການວາງອອກບັນດາຂໍ້ລິເລີ່ມໃນການກໍ່ສ້າງບັນດາໂຄງປະກອບ.

ຕາມການຕີລາຄາຂອງນັກຊ່ຽວຊານຫຼາຍຄົນແລ້ວ, ສັນຍາ RCEP ໄດ້ຮັບຖືວ່າແມ່ນກໍາລັງໜູນເຕີບໂຕໃໝ່ໃຫ້ການຄ້າສາກົນຍ້ອນວ່າໄດ້ພິສູດໃນຫຼາຍປັດໄຈ. ທີໜຶ່ງ , RCEP ແລະ FTA ແມ່ນສອງສັນຍາໜຶ່ງດຽວທີ່ເຕົ້າໂຮມຄວາມເປັນຫຼາຍຮູບຫຼາຍແບບນັບແຕ່ບັນດາພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກລວມທັງບັນດາພື້ນຖານເສດຖະກິດດ້ອຍພັດທະນາ, ມີລາຍຮັບຕ່ຳກໍ່ຄືລາຍຮັບສູງ ແລະລາຍຮັບປານກາງ.

leftcenterrightdel
ທີ່ຮ່າໂນ້ຍ, ທ່ານ ເຈິ່ນຕ໊ວນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ, ຕາງໜ້າໃຫ້ຫວຽດນາມ, ເຊັນສັນຍາ RCEP. ພາບ: baodautu.vn.

ທີສອງ, ອາຊຽນ ແມ່ນໃຈກາງຂອງ RCEP. ໃນຂະນະບັນດາສະມາຊິກບໍ່ຂຶ້ນກັບອາຊຽນ ຂອງ RCEP ໄດ້ເຊື່ອມຕໍ່ກັບອາຊຽນ ຜ່ານບັນດາ FTA ອາຊຽນ+1 ແລະໃນອະນາຄົດ, RCEP ອາດສາມາດຈະປ່ຽນແທນທັງໝົດ FTA ອາຊຽນ+1. ສຳລັບຈີນ, RCEP ແມ່ນແງ່ຫວັງໃສແຈ້ງຍ້ອນວ່າປະຈຸບັນອາຊຽນ ແມ່ນຄູ່ຮ່ວມມື ການຄ້າໃຫຍ່ທີສອງຂອງຈີນ. ເມື່ອ RCEP ມີຜົນສັກສິດ, ການຄ້າ ແລະການລົງທຶນລະຫວ່າງອາຊຽນ - ຈີນ ຈະເຕີບໂຕຢ່າງວ່ອງໄວ ແລະມີຜົນທະທ້ອນຢ່າງຕັ້ງໜ້າເຖິງຕ້ອງໂສ້ມູນຄ່າພາກພື້ນ.

ທີສາມ RCEP ມີຂອບເຂດເປີດກວ້າງກວ່າ. ເມື່ອທຽບໃສ່ບັນດາ FTA ອາຊຽນ+1, ສັນຍາ RCEP ມີຄວາມສາມາດສໍາຜັດໃຫຍ່ກວ່າຫຼາຍ. ຄຽງຂ້າງກັນນັ້ນ, ບັນດາປະເທດສະມາຊິກ RCEP ລ້ວນແຕ່ມີລະດັບການເຕີບໂຕເສດຖະກິດສູງ, ຫຼາຍປະເທດ RCEP ມີປະຊາກອນໜູ່ມ. ນີ້ແມ່ນບັນດາເງື່ອນໄຂ ແລະປັດໄຈ ສະດວກເພື່ອໃຫ້ການຄ້າອາຊຽນ ແລະບັນດາຄູ່ຮ່ວມມືພາຍນອກເຕີບໂຕ.

RCEP – ຂີດໝາຍພິເສດຂອງຫວຽດນາມ ແລະອາຊຽນ ໃນປີ 2020

ປີ 2020 ແມ່ນປີຫຍຸ້ງຍາກສຳລັບຫວຽດນາມ ໃນຖານະແມ່ນປະທານໝູນວຽນຂອງສັນຍາ RCEP. ທ່າອ່ຽງອາລັກຂາປະກົດຂຶ້ນຢູ່ຫຼາຍປະເທດເຮັດໃຫ້ບັນດາການເຈລະຈາສັນຍາການຄ້າເສລີລ້ວນແຕ່ປະເຊີນໜ້າກັບບັນຫາຕ່າງໆຢ່າງແນ່ນອນ. ພ້ອມກັນນັ້ນ, ສະພາບການພູມສາດການເມືອງໃນພາກພື້ນກໍ່ມີການປ່ຽນແປງຫຼາຍຢ່າງ, ໃນນັ້ນພົ້ນເດັ່ນແມ່ນການກຳນົດຄືນໃໝ່ການພົວພັນພູມສາດການເມືອງໃນພາກພື້ນ ແລະລະຫວ່າງບັນດາປະເທດໃຫຍ່ບໍ່ທັນສິ້ນສຸດລົງ. ນອກນັ້ນ, ພະຍາດໂຄວິດ-19 ແກ່ຍາວໄດ້ເຮັດໃຫ້ບັນດາປະເທດປະສົບກັບຄວາມຫຍຸ້ງຍາກຫຼາຍກວ່າໃນການຍົກອອກຄຳໝັ້ນສັນຍາໃດໃນການເຊື່ອມໂຍງເສດຖະກິດ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ໄດ້ເສີມຂະຫຍາຍບົດບາດປະທານອາຊຽນ 2020 ເປັນຢ່າງດີ, ເສີມຂະຫຍາຍບົດບາດໃຈກາງ, ນຳພາຂອງອາຊຽນ ເພື່ອບັນລຸໄດ້ຜົນສຳເລັດແມ່ນການເຊັນສັນຍາ RCEP. ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ, ປະທານອາຊຽນ 2020 ຢັ້ງຢືນວ່າ: ການເຊັນສັນຍາ RCEP ພາຍຫຼັງດໍາເນີນການເຈລະຈາມາເປັນເວລາຫຼາຍປີນັ້ນແມ່ນຄວາມເອກອ້າງທະນົງໃຈ, ແມ່ນຜົນງານໃຫຍ່ຫຼວງຂອງບັນດາປະເທດອາຊຽນ, ດ້ວຍບົດບາດໃຈກາງຂອງຕົນໄດ້ພ້ອມກັບບັນດາປະເທດຄູ່ຮ່ວມມືສ້າງພື້ນຖານໃຫ້ແກ່ໄລຍະຮ່ວມມືໃໝ່, ມີລັກສະນະຮອບດ້ານ, ຍາວນານມຸ່ງໄປເຖິງອະນາຄົດ, ເໝາະສົມກັບລະດັບພັດທະນາ ແລະນຳມາເຊິ່ງຜົນປະໂຫຍດໃຫ້ທຸກປະເທດໃນພາກພື້ນ.

ຄາດຄະເນວ່າ, RCEP ຈະມີຜົນສັກສິດຢ່າງເປັນທາງການພາຍຫຼັງມີ 6 ປະເທດອາຊຽນ ພ້ອມກັບ 3 ປະເທດໃນຈຳນວນ 5 ປະເທດຍັງເຫຼືອໃຫ້ສັດຕະຍາບັນ. ການເຈລະຈາສຳເລັດຜົນ ແລະການເຊັນ RCEP ໄດ້ປະກອບສ່ວນສ້າງໂຄງປະກອບການຄ້າໃໝ່ໃນພາກພື້ນ, ຊຸກຍູ້ການຫັນການຄ້າໃນໂລກຕາມທິດເປັນເສລີ, ສະ ດວກແບບຍືນຍົງ. ສຳລັບຫວຽດນາມ, ຜ່ານການເຊັນ RCEP, ຫວຽດນາມ ພ້ອມກັບອາຊຽນ ໄດ້ປະກອບທັດສະນະຂອງຕົນເຂົ້າໃນການກໍານົດບັນດາກົນໄກຮ່ວມມືໃໝ່ກໍ່ຄືຫຼັກການຂອງພາກພື້ນ, ເພີ່ມທະວີຖານະບົດບາດຂອງປະເທດກໍ່ຄືຮັກສາບົດບາດໃຈກາງຂອງອາຊຽນ.

ໂດຍ: ແສງເດືອນ