ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະບັນດາກອງປະຊຸມກ່ຽວຂ້ອງໄດ້ໄຂຂຶ້ນໃນວັນທີ 12 ພະຈິກ, ທີ່ຮ່າໂນ້ຍ ຜ່ານລະບົບທາງໄກ. ໂດຍສືບຕໍ່ຫົວຂໍ້ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື” ຂອງອາຊຽນ 2020, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະບັນດາກອງປະຊຸມຂັ້ນສູງສຸດທ້າຍໂດຍຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງໃນອາຍຸການປະທານອາຊຽນ 2020, ແມ່ນກາລະໂອກາດເພື່ອອາຊຽນ ຕີລາຄາສັງລວມໝາກຜົນການຮ່ວມມືພາຍໃນກຸ່ມ, ນອກກຸ່ມ ແລະວາງອອກການກຳນົດທິດບູລິມະສິດໃຫ້ໄລຍະຕໍ່ໄປ.

leftcenterrightdel
ລາຍການສະແດງສິລະປະທີ່ພິທີໄຂກອງປະຊຸມສຸດຍອດ ຄັ້ງທີ 37. ພາບ: ຫງວຽນຮົ່ງ.

ອາດຈະເຫັນໄດ້ວ່າ, ໃນປະຫວັດສາດ 53 ປີແຫ່ງການສ້າງຕັ້ງຂອງອາຊຽນ, ຍັງບໍ່ທັນມີຍາມໃດທີ່ອາຊຽນຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍຄືປະຈຸບັນ. ພະຍາດໂຄວິດ-19 ໄດ້ສົ່ງຜົນສະທ້ອນເຖິງທຸກວິທີການຮ່ວມມືທີ່ເປັນມູນເຊື້ອຂອງອາຊຽນ. ເຖິງຢ່າງໃດກໍ່ຕາມ, ໃນສະພາບການນັ້ນ, ອີກເທື່ອໜຶ່ງຄຸນນະທາດຂອງປະຊາຄົມອາຊຽນພັດໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ, ສະໜິດຕິດພັນຢ່າງໜັກແໜ້ນລະຫວ່າງບັນດາສະມາຊິກ, ສ້າງເປັນກຳລັງແຮງສັງລວມເພື່ອຍາດແຍ່ງເອົາກາລະໂອກາດ, ສ້າງຄວາມໝັ້ນຄົງເຂັ້ມແຂງຜ່ານຜ່າສິ່ງທ້າທາຍຢ່າງມີປະສິດທິຜົນໂດຍສືບຕໍ່ບັນດາການເຄື່ອນໄຫວແຕ່ຕົ້ນປີມາຮອດປະຈຸບັນ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແມ່ນກາລະໂອກາດເພື່ອໃຫ້ອາຊຽນ ສືບຕໍ່ຢັ້ງຢືນນ້ຳໃຈສາມັກຄີ, ເຈດຈຳນົງດ້ານການເມືອງຢ່າງແຮງ ແລະຄວາມຕັດສິນໃຈສູງບືນຕົວຜ່ານຜ່າທຸກຄວາມຫຍຸ້ງຍາກສິ່ງທ້າທາຍ.

ໝັ້ນຄົງເຂັ້ມແຂງ - ເປັນເຈົ້າການ - ປັບຕົວ

ຕໍ່ໜ້າຜົນກະທົບຂອງໂລກພະຍາດ, ອາຊຽນໄດ້ສະແດງໃຫ້ເຫັນຄວາມສາມາດປະຕິກິລິຍາຢ່າງວ່ອງໄວ, ທັນການ, ສະໜິດຕິດພັນໃນການສົມທົບນະໂຍບາຍ ແລະການກະທຳລະຫວ່າງບັນດາສະມາຊິກ. ອາຊຽນໄດ້ສ້າງຕັ້ງບັນດາກົນໄກໂດຍໄວ, ຄື: ກອງທຶນຮັບມືກັບພະຍາດໂຄວິດ-19, ສ້າງສາງແຮ່ວັດຖຸອຸປະກອນການແພດອາຊຽນ ແລະສູນອາຊຽນກ່ຽວກັບການຮັບມືກັບໂລກພະຍາດທີ່ເກີດຂຶ້ນໃໝ່...

ໃນຂົງເຂດກໍ່ສ້າງປະຊາຄົມ, ອາຊຽນສືບຕໍ່ປະຕິບັດວິໄສທັດປະຊາຄົມອາຊຽນ 2025, ສຳຫຼວດກວດກາຄືນການປະຕິບັດກົດບັດອາຊຽນ, ຖະແຫຼງການວິໄສທັດຮ່າໂນ້ຍ ກ່ຽວກັບວິໄສທັດປະຊາຄົມອາຊຽນ 2025, ສະໜິດຕິດພັນພັດທະນາອະນຸພາກພື້ນກັບປະຊາຄົມອາຊຽນ ເພື່ອເປົ້າໝາຍພັດທະນາແບບຍືນຍົງ... ອາຊຽນໄດ້ເຊັນບົດບັນທຶນຊ່ວຍຈຳວ່າດ້ວຍການປະຕິບັດບັນດາມາດຕະການຍົກເວັ້ນພາສີສຳລັບບັນດາປະເພດສິນຄ້າທີ່ຈຳເປັນ; ຊຸກຍູ້ການໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ຄາດຄະເນວ່າຈະເຊັນຢູ່ກອງປະຊຸມສຸດຍອດຄັ້ງນີ້ເລີຍ. ນີ້ແມ່ນສານຢ່າງແຮງທີ່ຢັ້ງຢືນການສະໜັບສະໜູນຂອງອາຊຽນ ສຳລັບລະບົບການຄ້າຫຼາຍຝ່າຍ, ຫັນການຄ້າ ແລະການລົງທຶນເປັນເສລີ, ພ້ອມກັນນັ້ນກໍ່ແມ່ນການປະກອບສ່ວນສຳຄັນໃຫ້ວິວັດການຟື້ນຟູຫຼັງໂລກພະຍາດຢູ່ພາກພື້ນ.

leftcenterrightdel
ບັນດາການນຳຫວຽດນາມ ແລະແຂກຖືກເຊີນສາກົນ ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37. ພາບ: vov.vn.

ການພົວພັນອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກໃນປີຜ່ານມາກໍ່ໄດ້ຮັບການປັບປຸງ ແລະເພີ່ມທະວີຢ່າງບໍ່ຢຸດຢັ້ງ. ບັນດາກົນໄກຮ່ວມມືອາຊຽນ+1, ອາຊຽນ+3, ຂັ້ນສູງອາຊີຕາເວັນອອກ (EAS), ເວທີປາໄສພາກພື້ນ (ARF) ສືບຕໍ່ຢັ້ງຢືນບົດບາດໃຈກາງຂອງອາຊຽນ. ພິເສດ, ມີ 3 ປະເທດເຂົ້າຮ່ວມສົນທິສັນຍາໄມຕີຈິດ ແລະການຮ່ວມມືອາຊີຕາເວັນອອກສ່ຽງໃຕ້ (TAC) ຕື່ມອີກນັ້ນແມ່ນ: ໂກລົມເບຍ, ກູບາ ແລະອາຟະລິກາໃຕ້. ການເປີດກວ້າງສົນທິສັນຍາ TAC ໄດ້ສະແດງໃຫ້ເຫັນທີ່ຕັ້ງ ແລະບົດບາດສາກົນຂອງອາຊຽນໃນການເພີ່ມທະວີການຮ່ວມມື, ຊຸກຍູ້ສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະໂລກ.

ໃນບັນດາບັນຫາພາກພື້ນ ແລະສາກົນ, ອາຊຽນ ຍາມໃດກໍ່ຢັ້ງຢືນຄືນໃໝ່ຫຼັກໝັ້ນ, ຫຼັກການຂອງອາຊຽນ ກ່ຽວກັບສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ. ກ່ຽວກັບບັນຫາທະເລຕາເວັນອອກ, ອາຊຽນຍາມໃດກໍ່ເຊີດຊູບົດບາດຂອງກົດໝາຍສາກົນ, ບົດບາດສຳຄັນຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ຮຽກຮ້ອງໃຫ້ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະຄົບຖ້ວນ, ລໍຄອຍອາຊຽນ ແລະຈີນ ສ້າງສຳເລັດກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.

ແຜ່ຂະຫຍາຍຈິດໃຈສະໜິດຕິດພັນ ແລະເປັນເຈົ້າການຮັບມື

ອາດເວົ້າໄດ້ວ່າ, ພະຍາດໂຄວິດ-19 ແມ່ນຄວາມຫຍຸ້ງຍາກໜຶ່ງໃຫ້ແກ່ຫວຽດນາມ ໃນຖານະຕຳແໜ່ງເປັນປະທານອາຊຽນ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ບໍ່ພຽງແຕ່ຄວບຄຸມໂລກພະຍາດໄດ້ຢ່າງມີປະສິດທິຜົນ, ກາຍເປັນແບບຢ່າງໃຫ້ຫຼາຍປະເທດ, ພ້ອມທັງນຳພາອາຊຽນຜ່ານຜ່າວິກິດການທົ່ວໂລກຖືກຕາມເນື້ອໃນຈິດໃຈ “ສະໜິດຕິດພັນ, ເປັນເຈົ້າການ ແລະຮັບມື”. ອາຊຽນ ພວມປະຕິບັດ “ໜ້າທີ່ຄວບຄູ່” ທັງປ້ອງກັນຕ້ານພະຍາດໂຄວິດ-19, ທັງຜັນຂະຫຍາຍໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກເພື່ອສ້າງປະຊາຄົມລວມ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກ່າວຄຳເຫັນທີ່ພິທີໄຂກອງປະຊຸມສຸດຍອດອາຊຽນ 37. ພາບ: vov.vn.

ບົນເນື້ອໃນຈິດໃຈນັ້ນ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແມ່ນກອງປະຊຸມສຸດຍອດສຸດທ້າຍໂດຍຫວຽດນາມ ເປັນປະທານຈັດຕັ້ງໃນອາຍຸການປະທານອາຊຽນ 2020. ກອງປະຊຸມແມ່ນກາລະໂອກາດເພື່ອໃຫ້ອາຊຽນ ຕີລາຄາສັງລວມໝາກຜົນການຮ່ວມມືພາຍໃນກຸ່ມ, ນອກກຸ່ມ ແລະວາງອອກການກຳນົດທິດບູລິມະສິດໃຫ້ໄລຍະຕໍ່ໄປ. ບັນດາການນຳຈະຮັບຮອງເອົາ, ຮັບຮູ້ ແລະປະກາດເອກະສານ 80 ສະບັບເຊິ່ງແມ່ນຈຳນວນຫຼາຍທີ່ສຸດນັບແຕ່ກ່ອນຈົນມາຮອດປະຈຸບັນ. ພິເສດແມ່ນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ແລະຂໍ້ຕົກລົງກ່ຽວກັບແລວທາງການສັນຈອນໄປມາລະຫວ່າງອາຊຽນຈະໄດ້ສ້າງຂຶ້ນໃນໂອກາດນີ້. ຈິດໃຈສະໜິດຕິດພັນ, ສາມັກຄີອາຊຽນ, ເປັນເຈົ້າການຮັບມືກັບສະພາບການໃໝ່ສືບຕໍ່ໄດ້ແຜ່ຂະຫຍາຍຢູ່ກອງປະຊຸມຄັ້ງນີ້. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະບັນດາກອງປະຊຸມກ່ຽວຂ້ອງມີຄວາມໝາຍຫຼາຍຢ່າງ, ສິ້ນສຸດອາຍຸການທີ່ມີຂີດໝາຍຫຼາຍຢ່າງຂອງປະທານອາຊຽນ 2020 ຫວຽດນາມ.

ໂດຍ: ແສງເດືອນ