ຜ່ານໄລຍະ 75 ປີແຫ່ງການພັດທະນາ, ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງໃນວັນທີ 24 ຕຸລາ 1945, ມາຮອດປະຈຸບັນ, ສະຫະປະຊາຊາດ ໄດ້ກາຍເປັນອົງການຈັດຕັ້ງທົ່ວໂລກກວ້າງຂວາງທີ່ສຸດດ້ວຍການເຂົ້າຮ່ວມຂອງເກືອບທຸກປະເທດເອກະລາດໃນທົ່ວໂລກ, ດ້ວຍບົດບາດ ແລະການເຄື່ອນໄຫວກໍ່ໄດ້ຮັບການເປີດກວ້າງໃນທຸກດ້ານ. ຈາກ 51 ປະເທດສະມາຊິກ, ປະຈຸບັນ, ສະຫະປະຊາຊາດ ໄດ້ມີ 193 ປະເທດສະມາຊິກ ແລະບືນຕົວຂຶ້ນກາຍເປັນລະບົບຮອບດ້ານ, ເຄື່ອນໄຫວໃນທຸກຂົງເຂດ, ນັບແຕ່ການແກ້ໄຂ ແລະສະກັດກັ້ນການປະທະກັນ, ຕ້ານການກໍ່ການຮ້າຍ, ປົກປ້ອງຊາວລີ້ໄພ, ປົກປັກຮັກສາສິ່ງແວດລ້ອມ ແລະພັດທະນາແບບຍືນຍົງ, ຊຸກຍູ້ປະຊາທິປະໄຕ, ສິດທິມະນຸດ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ພັດທະນາເສດຖະກິດ-ສັງຄົມ...

leftcenterrightdel
ວາລະໄຂກອງປະຊຸມ ຄັ້ງທີ 32 ສະມັດຊາໃຫຍ່ສະຫະປະຊາຊາດຢູ່ນິວຢອກ ໃນວັນທີ 20 ກັນຍາ 1977 ຮັບຮອງເອົາມະຕິຮັບຮູ້ຫວຽດນາມ ແມ່ນສະມາຊິກຂອງສະຫະປະຊາຊາດ. ພາບ: ສຳນັກຂ່າວສານຫວຽດນາມ.

ດ້ວຍບັນດາຜົນງານສຳຄັນທີ່ບັນລຸໄດ້, ສະຫະປະຊາຊາດໄດ້ຮັບການຮັບຮອງຈາກປະຊາຄົມສາກົນວ່າແມ່ນອົງການຈັດຕັ້ງທົ່ວໂລກມີບົດບາດສຳຄັນທີ່ສຸດໃນຊີວິດການເປັນຢູ່ດ້ານການເມືອງສາກົນ ແລະແມ່ນພື້ນຖານທີ່ຂາດບໍ່ໄດ້ໃນໂລກແຫ່ງສັນຕິພາບ, ວັດທະນາຖາວອນ ແລະຍຸຕິທຳກວ່າ. ບັນດາການປະກອບສ່ວນຕົ້ນຕໍຂອງສະຫະປະຊາຊາດໃນໄລຍະຜ່ານມາລວມມີບັນດາຂົງເຂດ: ສັນຕິພາບ ແລະຄວາມໝັ້ນຄົງສາກົນ; ພັດທະນາ, ຮັບປະກັນ ແລະຊຸກຍູ້ສິດທິມະນຸດ; ເພີ່ມທະວີກົດໝາຍສາກົນ...

ວັນທີ 20 ກັນຍາ 1977, ຫວຽດນາມ ເຂົ້າເປັນສະມາຊິກສະຫະປະຊາຊາດຢ່າງເປັນທາງການ. ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະສະຫະປະຊາຊາດ ໃນໄລຍະກວ່າ 40 ປີຜ່ານມາໄດ້ປະກອບສ່ວນປົກປັກຮັກສາ ແລະຊຸກຍູ້ຜົນປະໂຫຍດແຫ່ງຊາດ-ຊົນຊາດ, ໂດຍສະເພາະແມ່ນຮັກສາ, ປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະສ້າງຄວາມສະດວກໃຫ້ການພັດທະນາປະເທດຊາດ; ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງກວ່າ, ຍົກສູງຖານະບົດບາດ, ຮູບພາບຂອງຫວຽດນາມໃນເວທີປາໄສສາກົນ; ເຮັດໃຫ້ການພົວພັນຂອງຫວຽດນາມ ກັບບັນດາປະເທດ, ຄູ່ຮ່ວມມືຫຼັກແຫຼ່ງແກ່ນສານ ແລະເພື່ອນມິດເລິກເຊິ່ງກວ່າອີກ, ຈາກນັ້ນຍາດແຍ່ງບັນດາແຫຼ່ງກຳລັງສຳຄັນຮັບໃຊ້ກິດຈະການພັດທະນາປະເທດຊາດ.

ດ້ານອື່ນ, ຜ່ານການເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າ ແລະນັບມື້ນັບແທດຈິງສຳລັບການເຄື່ອນໄຫວຂອງສະຫະປະຊາຊາດ, ຫວຽດນາມ ໄດ້ຮັບການຕີລາຄາຈາກສະຫະປະຊາຊາດ ແລະປະຊາຄົມສາກົນວ່າແມ່ນຮູບແບບສຳເລັດຜົນໃນການປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະວັດ ແລະແມ່ນປະເທດຕັດສິນໃຈ ແລະປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະຂໍ້ຕົກລົງປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຢ່າງເຂັ້ມງວດ; ພ້ອມທັງປະກອບສ່ວນຊຸກຍູ້ບັນດາຂໍ້ລິເລີ່ມປະຕິຮູບສະຫະປະຊາຊາດ. ບັນດາການປະກອບສ່ວນເຫຼົ່ານັ້ນແມ່ນພື້ນຖານເພື່ອໃຫ້ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງເຂົ້າຫຼາຍຕຳແໜ່ງ ແລະອົງການຈັດຕັ້ງທີ່ສຳຄັນຂອງສະຫະປະຊາຊາດ, ສ້າງຂີດໝາຍສຳຄັນຫຼາຍຢ່າງ.

ໃນຖານະຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ເດືອນມັງກອນ 2020, ຫວຽດນາມ ໄດ້ສໍາເລັດບັນດາວຽກງານບໍລິຫານ, ເປັນປະທານບັນດາການເຄື່ອນໄຫວ ແລະຕາງໜ້າໃຫ້ສະພາຄວາມໝັ້ນຄົງໃນການພົວພັນກັບບັນດາປະເທດ, ບັນດາອົງການສະຫະປະຊາຊາດ, ບັນດາອົງການຈັດຕັ້ງໃນພາກພື້ນ, ສາກົນ ແລະສື່ມວນຊົນ. ຫວຽດນາມ ກໍ່ສ້າງຂີດໝາຍສຳຄັນໃນການຈັດຕັ້ງສອງເຫດການແມ່ນ: ກອງປະຊຸມປຶກສາຫາລືເປີດຂອງສະພາຄວາມໝັ້ນຄົງດ້ວຍຫົວຂໍ້ “ຊຸກຍູ້ການເຄົາລົບກົດບັດສະຫະປະຊາຊາດໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ” ໂດຍທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ເປັນປະທານ, ຮັບຮອງເອົາຖະແຫຼງການປະທານທຳອິດຂອງສະພາຄວາມໝັ້ນຄົງ ແລະເຄົາລົບກົດບັດສະຫະປະຊາຊາດ; ແລະວາລະປະຊຸມກ່ຽວກັບການຮ່ວມມືລະຫວ່າງສະຫະປະຊາຊາດ ກັບອາຊຽນ ຄັ້ງທຳອິດຢູ່ສະພາຄວາມໝັ້ນຄົງ.

ຍິ່ງໄປກວ່ານັ້ນ, ໃນບົດບາດກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫວຽດນາມ ໄດ້ເຂົ້າຮ່ວມປະກອບສ່ວນເຂົ້າວຽກງານລວມຂອງສະພາຄວາມໝັ້ນຄົງບົນຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະສົມດູນ, ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຫຼັກໝັ້ນສະໜັບສະໜູນເຄົາລົບກົດບັດສະຫະປະຊາຊາດ ແລະບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ສະໜັບສະໜູນຊອກຫາມາດຕະການໃຫ້ບັນດາການປະທະກັນຢູ່ພາກພື້ນ ແລະສາກົນຜ່ານການປຶກສາ, ເຈລະຈາສັນຕິພາບ, ພ້ອມທັງຍົກສູງບັນດາຄວາມມານະພະຍາຍາມ, ບົດຮຽນຂອງຫວຽດນາມ ໃນວິວັດການສ້າງສາ ແລະພັດທະນາປະເທດຊາດຄືນໃໝ່, ເຊື່ອມໂຍງກັບສາກົນ ແລະພາກພື້ນ.

ໃນເດືອນກັນຍາຂອງທຸກປີ, ບັນດາປະມຸກລັດ ແລະການນຳບັນດາປະເທດສະມາຊິກສະຫະປະຊາຊາດ ເຕົ້າໂຮມກັນຢູ່ສຳນັກງານສະຫະປະຊາຊາດທີ່ນິວຢອກ, ອາເມລິກາ ເພື່ອເລີ່ມຕົ້ນວາລະປຶກສາຫາລືຂອງກອງປະຊຸມປະຈຳປີສະມັດຊາໃຫຍ່ສະຫະປະຊາຊາດ. ປີນີ້, ຍ້ອນຜົນກະທົບຢ່າງສັບສົນຂອງພະຍາດໂຄວິດ-19 ເຮັດໃຫ້ສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 75 ໄດ້ຈັດຕັ້ງແບບທາງໄກ ແລະໂດຍກົງ. ໂດຍຜັນຂະຫຍາຍລາຍການພົວພັນຕ່າງປະເທດປີ 2020, ການນຳຂັ້ນສູງຫວຽດນາມ ຈະເຂົ້າຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 75 ດ້ວຍຮູບການບັນທຶກວິດີໂອຄໍາເຫັນປະກອບ. ຄາດຄະເນວ່າ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຈະສົ່ງສານເຖິງເຫດການນີ້.

ພວກເຮົາເຊື່ອໝັ້ນວ່າ ສັບປະດາຂັ້ນສູງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 75 ຈະສຳເລັດຜົນຢ່າງຈົບງາມ, ປະກອບສ່ວນຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາລວມຕໍ່ລັດທິຫຼາຍຝ່າຍ ແລະເປີດອອກບັນດາທິດທາງທີ່ມີປະສິດທິຜົນໃຫ້ຄວາມມານະພະຍາຍາມທົ່ວໂລກຄືປະຈຸບັນຂອງສະຫະປະຊາຊາດໃນຫຼາຍຂົງເຂດ. ເລື່ອງການນຳຂັ້ນສູງຫວຽດນາມ ເຂົ້າຮ່ວມເຫດການນີ້ກໍ່ສະແດງໃຫ້ເຫັນການສະໜັບສະໜູນ, ການຖືເປັນສຳຄັນຂອງຫວຽດນາມ ຕໍ່ກັບບົດບາດຂອງສະຫະປະຊາຊາດ ແລະປາດຖະໜາຢາກຍົກສູງປະສິດທິຜົນການຮ່ວມມືກັບສະຫະປະຊາຊາດກວ່າອີກ,  ສືບຕໍ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ປະກອບສ່ວນຢ່າງຕັ້ງໜ້າ, ແທດຈິງເຂົ້າໃນບັນດາການເຄື່ອນໄຫວຂອງສະຫະປະຊາຊາດ ກໍ່ຄືປະຊາຄົມສາກົນ.

ໂດຍ: ແສງເດືອນ