ທີ່ການພົບປະເຈລະຈາ, ທ່ານ ຮວ່າງບິ່ງກວນ ໄດ້ແຈ້ງໃຫ້ຮັບຊາບກ່ຽວກັບສະພາບການ ແລະໝາກຜົນການຕ້ານ ແລະສະກັດກັ້ນພະຍາດໂຄວິດ-19 ຢູ່ຫວຽດນາມ, ສະພາບເສດຖະກິດ-ສັງຄົມ; ວຽກງານຊີ້ນໍາ, ກະກຽມໃຫ້ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ; ບັນດາມາດຕະການເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງພັກໃນສະພາບຕ້ານ ແລະສະກັດກັ້ນພະຍາດໂຄວິດ-19.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Ogata Yasuo ໄດ້ຕີລາຄາສູງໝາກຜົນ, ວິທີເຮັດຂອງຫວຽດນາມ ໃນການຕ້ານ ແລະສະກັດກັ້ນພະຍາດໂຄວິດ-19 ແລະປະຕິບັດ “ເປົ້າໝາຍຄວບຄູ່” ທັງບຸລິມະສິດການຄວບຄຸມ, ສະກັດກັ້ນພະຍາດໂຄວິດ-19, ຮັບປະກັນຊີວິດຂອງປະຊາຊົນ, ທັງສືບຕໍ່ຮັກສາຄວາມໝັ້ນຄົງດ້ານເສດຖະກິດ-ສັງຄົມ. ພ້ອມທັງຢັ້ງຢືນວ່າຜົນສໍາເລັດຂອງຫວຽດນາມ ສະແດງໃຫ້ເຫັນລັກສະນະດີເລີດຂອງລັດທິສັງຄົມນິຍົມໃນວຽກງານຕ້ານ ແລະສະກັດກັ້ນພະຍາດໂຄວິດ-19.

ທ່ານ ຮວ່າງບິ່ງກວນ ແລະທ່ານ Ogata Yasuo ໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍກໍ່ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງພັກ, ປະກອບສ່ວນຢ່າງຕັ້ງໜ້າ, ຊຸກຍູ້ການພົວພັນສອງປະເທດ.

ໂດຍ: ດັ້ງເກື່ອງ