ໂດຍສືບຕໍ່ບັນດາການເຄື່ອນໄຫວຂອງປີປະທານອາຊຽນ, ທີ່ກອງປະຊຸມຄັ້ງນີິ້, ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດພາຍໃນອາຊຽນ, ຜັນຂະຫຍາຍການປະຕິບັດບັນດາຂໍ້ລິເລີ່ມ, ບູລິມະສິດດ້ານເສດຖະກິດໂດຍຫວຽດນາມ ຍົກອອກໃຫ້ປີປະທານ, ພ້ອມທັງຊຸກຍູ້ການຮ່ວມມືກັບນອກອາຊຽນ,  ໂດຍບໍ່ຫົວຊາຕໍ່ເລື່ອງບັນດາປະເທດອາຊຽນ ພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ໃຫຍ່ຫຼວງໂດຍພະຍາດໂຄວິດ-19 ກໍ່ຂຶ້ນ.

leftcenterrightdel
ກອງປະຊຸມທາງໄກບັນດາລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 52. ພາບ: ສຳນັກຂ່າວສານຫວຽດນາມ.

ນັບແຕ່ຕົ້ນປີ 2020, ບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ຮັບຮອງເອົາ 13 ຂໍ້ສະເໜີກ່ຽວກັບຂໍ້ລິເລີ່ມຢ່າງເປັນທາງການ, ບຸລິມະສິດການຮ່ວມມືດ້ານເສດຖະກິດຂອງຫວຽດນາມ ໃນປີປະທານອາຊຽນ 2020. ບັນດາຂໍ້ລິເລີ່ມສຸມໃສ່ບັນດາຂົງເຂດ, ຄື: ການຄ້າເອເລັກໂຕນິກ, ການຄ້າສິນຄ້າ, ພະລັງງານ, ເຕັກໂນໂລຢີຂໍ້ມູນຂ່າວສານ, ກະສິກຳ, ການພັດທະນາແບບຍືນຍົງ, ການເງິນ, ການສະຖິຕິ, ການປ່ຽນແປງໃໝ່ປະດິດສ້າງ.

ມາຮອດປະຈຸບັນ, 2 ຂໍ້ລິເລີ່ມໄດ້ສຳເລັດ, ລວມມີຂໍ້ລິເລີ່ມກ່ຽວກັບ “ດັດຊະນີການເຊື່ອມໂຍງດີຈີຕອນອາຊຽນ” ແລະ “ເອກະສານອ້າງອີງກ່ຽວກັບການເຊື່ອມຕໍ່ບັນດາສູນປ່ຽນແປງໃໝ່ປະດິດສ້າງອາຊຽນ”. 11 ຂໍ້ລິເລີ່ມຍັງເຫຼືອນັ້ນອາຊຽນ ພວມມານະພະຍາຍາມຜັນຂະຫຍາຍຖືກຕາມກຳນົດ, ຄາດຄະເນຈະສຳເລັດໃນທ້າຍປີນີ້.

ເຫັນດີເປັນເອກະພາບສູງຕໍ່ມາດຕະການຕ່າງໆ

ໃນສະພາບການພະຍາດໂຄວິດ-19 ພວມສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງບັນດາພື້ນຖານເສດຖະກິດອາຊຽນ, ຄຽງຂ້າງການສືບຕໍ່ຊອກຫາບັນດາມາດຕະການເພື່ອແນໃສ່ຜັນຂະຫຍາຍແຜນການສັງລວມປີ 2025 ຂອງປະຊາຄົມເສດຖະກິດ ອາຊຽນ (AEC) ແລ້ວ, ອາຊຽນ ຍັງມີບັນດາການປັບປຸງຢ່າງທັນການເພື່ອຜ່ານຜ່າບັນດາສິ່ງທ້າທາຍໃນປະຈຸບັນ. ນັ້ນແມ່ນແຜນການຟ້ືນຟູຫຼັງພະຍາດໂຄວິດ-19, ການໝູນໃຊ້ທ່າໄດ້ປຽບຂອງບັນດາສະມາຊິກໃຫ້ມີປະສິດທິຜົນ. ການໝູນໃຊ້ບັນດາກາລະໂອກາດໃນວິວັດການເຊື່ອມໂຍງກັບບັນດາພາກພື້ນຕ່າງໆໃນໂລກ, ຊ່ວຍອາຊຽນ ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດກວ້າງໃຫຍ່ກວ່າ, ມີຂອບຂະໜາດໃຫຍ່ກວ່າ, ມີິລັກສະນະສະໜິດຕິດພັນຢ່າງແໜ້ນແຟ້ນກວ່າ.

ອາຊຽນ ກໍ່ເຫັນດີເປັນເອກະພາບຕໍ່ກຳນົດທິດບຸລິມະສິດໃຫ້ແກ່ການເຊັນສັນຍາ RCEP ໃນທ້າຍປີນີ້, ພ້ອມທັງເພີ່ມທະວີການຮ່ວມມືດ້ານເສດຖະກິດກັບບັນດາຄູ່ຮ່ວມມືຢູ່ນອກອາຊຽນ. ທ່ານ ເຈິ່ນຕ້ວນແອງ ລັດຖະມົນຕີອຸດສາຫະກຳ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ: “ບັນດາລັດຖະມົນຕີເສດຖະກິດອາຊຽນ ແລະບັນດາປະເທດຄູ່ຮ່ວມມືໄດ້ຮັບຮອງເອົາແຜນການດຳເນີນງານອາຊຽນ+3 ກ່ຽວກັບການຫຼຸດຜ່ອນຜົນກະທົບເຖິງເສດຖະກິດໂດຍພະຍາດໂຄວິດ-19 ກໍ່ຂຶ້ນ ແລະຂໍ້ລິເລີ່ມລວມລະຫວ່າງບັນດາລັດຖະມົນຕີເສດຖະກິດອາຊຽນ ແລະສ. ເກົາຫຼີ ກ່ຽວກັບການຊຸກຍູ້ການເຊື່ອມຕໍ່ເສດຖະກິດເພື່ອຮັບມືກັບພະຍາດໂຄວິດ-19. ບັນດາລັດຖະມົນຕີອາຊຽນ ເຫັນດີເປັນເອກະສັນນຳກັນວ່າຕ້ອງຮັກສາບັນດາຄຳໝັ້ນສັນຍາກ່ຽວກັບການເປີດປະຕູຕະຫຼາດດ້ານການຄ້າ  ແລະການລົງທຶນ, ເພີ່ມທະວີບັນດາມາດຕະການສ້າງຄວາມສະດວກດ້ານການຄ້າ ເພື່ອເຮັດໃຫ້ການຜະລິດເປັນປົກກະຕິ, ຮັກສາການເຊື່ອມຕໍ່ລະບົບສະໜອງ, ສ້າງແຜນການຟື້ນຟູຫຼັງພະຍາດໂຄວິດ-19...”

ເສີມຂະຫຍາຍບົດບາດປະທານອາຊຽນ 2020

ບັນດາຂໍ້ລິເລີ່ມນີ້ໄດ້ຮັບການຊຸກຍູ້ຢ່າງຕັ້ງໜ້າຈາກຫວຽດນາມ ເພື່ອແນໃສ່ຮັກສາບັນດາການເຄື່ອນໄຫວດ້ານການຄ້າ, ເພີ່ມທະວີການຮ່ວມມື, ເຊື່ອມຕໍ່ທົ່ວພາກພື້ນໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍາດໂຄວິດ-19 ແລະກະກຽມໃຫ້ແກ່ການຟື້ນຟູເສດຖະກິດຫຼັງພະຍາດໂຄວິດ-19.

ດ້ວຍບົດບາດແມ່ນປະເທດປະທານອາຊຽນ 2020, ຫວຽດນາມ ໄດ້ເປັນເຈົ້າການຮັບມື, ປ່ຽນແບບວິທີການຈັດຕັ້ງບັນດາເຫດການໃນຂອບເຂດອາຊຽນ ໂດຍໄວ, ປະກອບສ່ວນຮັບປະກັນບັນດາການເຄື່ອນໄຫວຮ່ວມມືເສດຖະກິດຈາກຂັ້ນລັດຖະມົນຕີເຖິງຂັ້ນເຕັກນິກຂອງອາຊຽນ ດຳເນີນຖືກຕາມແຜນການ.

ທ່ານ ເຈິ່ນຕ້ວນແອງ ລັດຖະມົນຕີອຸດສາຫະກຳ ແລະການຄ້າຢັ້ງຢືນວ່າ “ນັບແຕ່ເດືອນມີນາ 2020, ລັດຖະມົນຕີເສດຖະກິດບັນດາປະເທດອາຊຽນ ບົນພື້ນຖານຂໍ້ສະເໜີຂອງລັດຖະມົນຕີອຸດສາຫະກຳ ແລະການຄ້າຫວຽດນາມ ໄດ້ຈັດຕັ້ງກອງປະຊຸມບັນດາລັດຖະມົນຕີເສດຖະກິດເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການຮັບມືກັບພະຍາດໂຄວິດ-19, ຍົກອອກບັນດາມາດຕະການທີ່ມີລັກສະນະຄົບຊຸດ, ຮັບປະກັນບັນດາເປົ້າໝາຍ. ທີໜຶ່ງ, ຮັບປະກັນແຫຼ່ງສະໜອງສິນຄ້າສຳຄັນ ແລະວັດຖຸອຸປະກອນການແພດເພື່ອຮັບໃຊ້ຄວາມຕ້ອງການປ້ອງກັນ ແລະຕ້ານພະຍາດໂຄວິດ-19. ທີສອງແມ່ນຮັບປະກັນໃຫ້ລະບົບສະໜອງຢູ່ພາກພື້ນ ແລະໂລກເຊິ່ງອາຊຽນ ພວມເຂົ້າຮ່ວມເຄື່ອນໄຫວຢ່າງຕໍ່ເນື່ອງ, ໃນນັ້ນມີພາກພື້ນອາຊີຕາເວັນອອກແມ່ນພາກພື້ນສຳຄັນທີ່ສຸດສຳລັບບັນດາປະເທດອາຊຽນ ແລະຫວຽດນາມ. ທີສາມແມ່ນສືບຕໍ່ຊອກຫາບັນດາມາດຕະການ, ວິທີການເພື່ອສ້າງຄວາມສະດວກ ແລະໜູນຊ່ວຍໃຫ້ບັນດາວິສາຫະກິດ, ໂດຍສະເພາະແມ່ນວິສາຫະກິດຂະໜາດກາງ ແລະນ້ອຍ”.

ຫວຽດນາມ ເປັນເຈົ້າການນຳໜ້າໃນການປະຕິບັດບັນດາຄຳໝັ້ນສັນຍາຮັກສາການເປີດປະຕູຕະຫຼາດຕາມຄຳໝັ້ນສັນຍາທີ່ບັນດາຂໍ້ລິເລີ່ມຮັບມືກັບພະຍາດໂຄວິດ-19 ດ້ວຍການຍົກເລີກບັນດາມາດຕະການຈໍາກັດການສົ່ງອອກຊົ່ວຄາວສຳລັບຜ້າອັດປາກ-ອັດດັງ ແລະເຂົ້າສານໃນເດືອນເມສາ ແລະເດືອນພຶດສະພາ ເພື່ອປະກອບສ່ວນຮັກສາລະບົບສະໜອງສະບຽງອາຫານ ແລະອຸປະກອນການແພດໃນພາກພື້ນ...

ແລະ, ຢູ່ທີ່ກອງປະຊຸມຄັ້ງນີ້, ຫວຽດນາມສືບຕໍ່ປະຕິບັດບົດບາດປະທານອາຊຽນ 2020 ແລະປະສົບຜົນສຳເລັດ, ປະກອບສ່ວນເຂົ້າໃນເປົ້າໝາຍຊຸກຍູ້ການຮ່ວມສຳພັນເສດຖະກິດພາຍໃນກຸ່ມ, ຜັນຂະຫຍາຍແຜນການສັງລວມ ປີ 2025 ຂອງປະຊາຄົມເສດຖະກິດອາຊຽນ, ຊ່ວຍອາຊຽນ ຜ່ານຜ່າບັນດາສິ່ງທ້າທາຍໃນປະຈຸບັນ.

ໂດຍ: ແສງເດືອນ