ໜັງສືພິມ Junge Welt ຂອງເຢຍລະມັນ ໃຫ້ຮູ້ວ່າ ຈຸດສຸມຂອງກອງປະຊຸມແມ່ນຊອກຫາບັນດາມາດຕະການເພື່ອຟື້ນຟູພື້ນຖານເສດຖະກິດພາຍຫຼັງພະຍາດໂຄວິດ-19 ກໍ່ຄືບັນຫາເພີ່ມທະວີການຮ່ວມມືກັບຄູ່ຮ່ວມມື. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຫວັງວ່າ ກອງປະຊຸມຈະແມ່ນກາລະໂອກາດເພື່ອຢັ້ງຢືນຄືນໃໝ່ນໍ້າໃຈສາມັກຄີ, ເຈດຈໍານົງທາງດ້ານການເມືອງ ແລະຄວາມຕັດສິນໃຈຂອງບັນດາປະເທດສາມາຊິກອາຊຽນຜ່ານຜ່າຄວາມຫຍຸ້ງຍາກ, ກ້າວເດີນໄປຢ່າງໝັ້ນແກ່ນ. ອາຊຽນໃຫ້ຄໍາໝັ້ນສັນຍາຢ່າງແຮງສໍາລັບຄວາມເສລີ ແລະການຮ່ວມສໍາພັນນດ້ານເສດຖະກິດ, ສູ້ຊົນປະຕິບັດສໍາເລັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໂດຍໄວ. ໜັງສືພິມ Junge Welt ໃຫ້ຂໍ້ສັງເກດວ່າ ເລື່ອງອາຊຽນພ້ອມກັບຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະນິວຊີແລນ ສາມາດໄດ້ລົງນາມໃນສັນຍາ RCEP ໃນທ້າຍປີນີ້ຈະປະກອບສ່ວນຊ່ວຍໃຫ້ອາຊຽນ ຜ່ານຜ່າບັນດາຄວາມຫຍຸ້ງຍາກຍ້ອນພະຍາດກໍ່ຂຶ້ນໂດຍໄວ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີກ່າວຄໍາເຫັນທີ່ກອງປະຊຸມຂ່າວເພື່ອໂຄສະນາກ່ຽວກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ອນໜ້ານັ້ນ, ເວັບໄຊ Salzburger Nachrichten ຂອງໂອຕະລິດ ກໍ່ໃຫ້ຂ່າວກ່ຽວກັບການຈັດຕັ້ງກອງປະຊຸມສຸດຍອດອາຊຽນ. ບົດຂ່າວຄັດສະເໜີຂ່າວຂອງກະຊວງການຕ່າງປະເທດຫວຽດນາມ  ເມື່ອເຕື້ອງເຖິງ 3 ເສົາຄໍ້າຂອງກອງປະຊຸມລວມມີການຮັບມືກັບພະຍາດໂຄວິດ-19, ຄວາມເຄັ່ງຕຶງກ່ຽວກັບພູມສາດການເມືອງ ແລະຍົກສູງສິດອໍານາດໃຫ້ແກ່ແມ່ຍິງ.

ໂດຍ: ທູຈາງ