ໄປຄຽງຄູ່ການສຸມໃສ່ແລກປ່ຽນບັນດາມາດຕະການຮັບມື, ປ້ອງກັນ, ຕ້ານພະຍາດໂຄວິດ-19, ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ເຊິ່ງໄດ້ຈັດຂຶ້ນໃນວັນທີ 26 ມິຖຸນາ, ການນໍາອາຊຽນຫຼາຍທ່ານກໍ່ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

leftcenterrightdel
ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ແອັ໊ງຮວ່ຽນ.

ໃນສະພາບການບັນດາປະເທດໃຫຍ່ແກ່ງແຍ້ງກັນກໍາລັງນັບມື້ນັບຮ້ອນແຮງ, ທ່ານ ຫງວຽນກ໊ວກຢຸງ ໄດ້ຢັ້ງຢືນວ່າ “ອາຊຽນໄດ້ກໍານົດ, ບັນດາປະເທດສະມາຊິກອາຊຽນກໍ່ກໍານົດບໍ່ເລືອກຝ່າຍໃດເຊິ່ງເລືອກເອົາພຽງແຕ່ຜົນປະໂຫຍດຂອງອາຊຽນ ເທົ່ານັ້ນ. ດ້ວຍທັດສະນະຢ່າງຈະແຈ້ງຄືດັ່ງກ່າວນັ້ນອາຊຽນຍາມໃດກໍ່ມີຫຼັກໝັ້ນສະເພາະຂອງຕົນໃນບັນດາບັນຫາສາກົນ ແລະພາກພື້ນ. ນັ້ນແມ່ນວິທີເພື່ອໃຫ້ອາຊຽນ ຮັກສາບົດບາດເປັນໃຈກາງຂອງຕົນຢູ່ພາກພື້ນ. ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າດ້ວຍຈິດໃຈນີ້ຈະສືບຕໍ່ໄດ້ສະແດງອອກຢູ່ທີ່ກອງປະຊຸມສຸດຍອດຄັ້ງນີ້ກໍ່ຄືກອງປະຊຸມສຸດຍອດອາຊຽນໃນທ້າຍປີນີ້”.

ກ່ຽວກັບບັນຫາທະເລຕາເວັນອອກທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36, ຕາມທ່ານ ຫງວຽນກ໊ວກຢຸງ ແລ້ວ, ບັນດາບັນຫາທັງໝົດທີ່ເກີດຂຶ້ນໃນຕົວຈິງແມ່ນໄດ້ເອົາໃສ່ໃນແຜນການດຳເນີນງານຂອງກອງປະຊຸມອາຊຽນ, ໃນນັ້ນມີບັນຫາທະເລຕາເວັນອອກ. ເຖິງຢ່າງໃດກໍ່ຕາມ, ເນື້ອໃນກ່ຽວກັບຄວາມສາມາດເຊື່ອມຕໍ່ການເຈລະຈາຄືນໃໝ່ກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ແມ່ນບໍ່ໄດ້ວາງອອກໃນຂອບເຂດກອງປະຊຸມຄັ້ງນີ້. ຍ້ອນພະຍາດໂຄວິດ-19 ແຜ່ລະບາດ, ສະນັ້ນນັບແຕ່ຕົ້ນປີ 2020 ມາຮອດປະຈຸບັນ, ຍັງບໍ່ທັນໄດ້ຈັດຕັ້ງການປະຊຸມກ່ຽວກັບ COC ເທື່ອ. ຄາດຄະເນວ່າ, ວັນທີ 1 ກໍລະກົດຈະມາເຖິງ ຈະມີການປະຊຸມຂັ້ນ SOM ລະຫວ່າງອາຊຽນ ແລະຈີນ. ເນື້ອໃນຕົ້ນຕໍຂອງການປະຊຸມນີ້ເຖິງວ່າບໍ່ໄດ້ກ່ຽວກັບ COC ຫຼື DOC (ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ) ກໍ່ຕາມ, ແຕ່ກໍ່ແມ່ນໂອກາດເພື່ອເຕື້ອງເຖິງການເລີ່ມຕົ້ນບັນດາການເຄື່ອນໄຫວເຈລະຈາຄືນໃໝ່ກ່ຽວກັບ COC.

ໂດຍ: ເກື່ອງດັ້ງ