ຄຽງຂ້າງນັ້ນ, ບັນດາບົດຂຽນກໍ່ເຕື້ອງເຖິງຊີວິດ ແລະພາລະກິດຂອງປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງເພິ່ນ (19-5-1890 / 19-5-2020).

ກ່ຽວກັບຂົງເຂດເສດຖະກິດ, ໜັງສືພິມ The Egyptian Gazette ຖືວ່າ ຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນເສືອທີ່ກໍາລັງພົ້ນເດັ່ນຂຶ້ນຢູ່ອາຊີ ດ້ວຍລະດັບການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ໃນປີ 2019 ບັນລຸກວ່າ 7,0%. ປັດຈຸບັນ, ຫວຽດນາມ ນອນໃນກຸ່ມບັນດາປະເທດທີ່ມີດັດຊະນີການພັດທະນາມະນຸດ (HDI) ສູງທີ່ສຸດໃນໂລກ. ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າຫວຽດນາມ ໄດ້ລື່ນກາຍລະດັບ 38 ຕື້ໂດລາສະຫະລັດ ໃນປີ 2019, ແມ່ນລະດັບສູງສຸດໃນ 10 ປີມານີ້ດ້ວຍລະດັບການເຕີບໂຕໃນແຕ່ລະປີແມ່ນ 7,2%.

leftcenterrightdel
ໜັງສືພິມ The Egyptian Gazette ຂອງເອຢິບ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບການຕ້ານ ແລະສະກັດກັ້ນພະຍາດໂຄວິດ-19, ສະຫະປະຊາຊາດ ແລະຫຼາຍປະເທດໃນໂລກໄດ້ສະແດງຄວາມນິຍົມນັບຖືຕໍ່ບັນດາໝາກຜົນທີ່ຕັ້ງໜ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງລັດຖະບານຫວຽດນາມ. ປະຊາຄົມສາກົນຕີລາຄາສູງຄວາມມານະພະຍາຍາມ, ບັນດາມາດຕະການຢ່າງແຮງ, ເປັນເຈົ້າການ ເຊິ່ງຫວຽດນາມໄດ້ປະຕິບັດເພື່ອສະກັດກັ້ນການແຜ່ລະບາດພະຍາດໃນວົງຄະນະຍາດ. ສື່ມວນຊົນເອຢິບ ກໍ່ຮັບຮູ້ເລື່ອງສື່ມວນຊົນສາກົນເຊີດຊູບົດຮຽນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ.

ກ່ຽວກັບແງ່ຫວັງຮ່ວມມືສອງຝ່າຍ, ໜັງສືພິມເອຢິບ ຖືວ່າ ປີຜ່ານມາ, ການພົວພັນລະຫວ່າງຫວຽດນາມ-ເອຢິຍ ສືບຕໍ່ມີບາດກ້າວພັດທະນາໃໝ່ໃນຫຼາຍຂົງເຂດ. ມາຮອດປັດຈຸບັນ, ເອຢິບ ໄດ້ກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ທີສອງຂອງຫວຽດນາມຢູ່ອາຟະລິກາ ດ້ວຍລວມຍອດວົງເງິນການຄ້າສອງສົ້ນບັນລຸ 500 ລ້ານໂດລາສະຫະລັດ.

ໃນຖານະເປັນປະທານອາຊຽນປີ 2020, ຫວຽດນາມ ສາມາດສວມບົດບາດເປັນຂົວເຊື່ອມຕໍ່ສໍາຄັນເພື່ອເຊື່ອມຕໍ່ເອຢິບ ແລະບັນດາປະເທດອາຊຽນ, ຜ່ານນັ້ນປະກອບສ່ວນຊ່ວຍລັດຖະບານເອຢິບ ຊຸກຍູ້ນະໂຍບາຍ “ມູ່ງໄປເຖິງທິດຕາເວັນອອກ”.

ໂດຍ: ທູຈາງ