ນັກຂ່າວ David Hutt, ຊ່ຽວຊານດ້ານການເມືອງຢູ່ອາຊີຕາເວັນອອກສ່ຽງໃຕ້ ວິຈານທາງສະຖານີໂທລະພາບ BBC News ຢັ້ງຢືນວ່າ ໃນວິກິດການຜ່ານມາຍ້ອນພະຍາດໂຄວິດ-19, ພັກກອມມູນິດຫວຽດນາມ ໄດ້ກະທໍາດ້ວຍຄວາມຮັບຜິດຊອບ ແລະຖືປະຊາຊົນເປັນຄວາມສົນໃຈແຖວໜ້າ.

ຕາມນັກຂ່າວ David Hutt ແລ້ວ, ເມື່ອພະຍາດໂຄວິດ-19 ເກີດຂຶ້ນ, ພັກກອມມູນິດ ແລະລັດຫວຽດນາມ ໄດ້ມີການກະທຳຢ່າງໂປ່ງໃສ, ເປີດອົກເປີດໃຈໃນການແບ່ງປັນ ແລະແຈ້ງສະພາບການພະຍາດໂຄວິດ-19. ນຳໃຊ້ບັນດາມາດຕະການທີ່ຂ້ຽວຂາດ, ວ່ອງໄວເພື່ອແນໃສ່ຄວບຄຸມພະຍາດ ກໍ່ຄືຊ່ວຍເຫຼືອບັນດາຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19 ແນໃສ່ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ”, ປະຊາຊົນຫວຽດນາມ ມີຄວາມເຊື່ອໝັ້ນທີ່ສຸດຕໍ່ລັດຖະບານ ແລະຮູ້ສຶກວ່າພວກເຂົາກໍາລັງໄດ້ຮັບການປົກປ້ອງ. ສະນັ້ນ, ຜ່ານວິກິດການນີ້ໄດ້ສະແດງໃຫ້ເຫັນຄວາມສາມັກຄີຂອງທົ່ວປວງຊົນຫວຽດນາມ.

leftcenterrightdel
ຄວາມເບີກບານມ່ວນຊື່ນຂອງພວກນ້ອງນ້ອຍຢູ່ບ້ານຮະໂລຍ (ເມືອງເມລີງ, ນະຄອນຮ່າໂນ້ຍ) ພາຍຫຼັງໄດ້ຍົກເລີກຄໍາສັ່ງແຍກປ່ຽວເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຂະນະນັ້ນ, ໜັງສືພິມ The Diplomat ກໍ່ລົງບົດຂຽນທີ່ເຊີດຊູບັນດາມາດຕະການ ເຊິ່ງພັກກອມມູນິດ ແລະລັດຫວຽດນາມ ວາງອອກເພື່ອຄວບຄຸມການແຜ່ລະບາດຂອງໄວຣັດ SARS-CoV-2. ບົດຂຽນເນັ້ນໜັກວ່າ ຫວຽດນາມ ໄດ້ຄວບຄຸມພະຍາດສໍາເລັດຜົນຍ້ອນວ່າອີກຄັ້ງໜຶ້ງໄດ້ອີງໃສ່ຍຸດທະສາດລະດົມປະຊາຊົນທ່ົວປະເທດດ້ວຍຂະໜາດໃຫຍ່, ລະດົມທ່ົວສັງຄົມ ເຊິ່ງລວມມີກໍາລັງກອງທັບ, ຕໍາຫຼວດ, ອໍານາດການປົກຄອງທຸກຂັ້ນ ແລະທຸກຄົນຄືດັ່ງການສູ້ຮົບຕ້ານຝະລັ່ງ ແລະອາເມລິກາ ໃນສະຕະວັດທີ XX ເຊິ່ງພັກກອມມູນິດຫວຽດນາມ ນໍາພາ.

ໜັງສືພິມ Nikkei Asian Review ຂອງຍີ່ປຸ່ນ ກໍ່ລົງບົດຂຽນ, ໃນນັ້ນຊີ້ແຈ້ງວ່າ ຫວຽດນາມ ພວມໄດ້ຮັບການຍ້ອງຍໍຊົມເຊີຍຈາກທ່ົວໂລກ ເພາະວ່າໄດ້ຄວບຄຸມກໍລະນີຕິດແປດພະຍາດລາຍໃໝ່ ແລະເລີ່ມເຄື່ອນໄຫວເສດຖະກິດຄືນໃໝ່ຢ່າງວ່ອງໄວ. ຕາມໜັງສືພິມດັ່ງກ່າວ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດປະສົບຜົນສໍາເລັດຂອງອາຊີ ແລະບໍ່ມີກໍລະນີໃດເສຍຊີວິດຢູ່ປະເທດທີ່ມີພົນລະເມືອງ 96 ລ້ານຄົນ ນັ້ນແມ່ນສິ່ງທີ່ມະຫັດສະຈັນ.

ຄຽງຂ້າງນັ້ນ, ໜັງສືພິມ Nikkei Asian Review ກໍ່ຍົກອອກບັນດາຂໍ້ສະເໜີເພື່ອໃຫ້ຫວຽດນາມ ສາມາດຫັນຜົນງານໃນການຕ້ານພະຍາດໂຄວິດ-19 ເປັນກໍາລັງໜູນເຕີບໂຕເສດຖະກິດ. ຕາມໜັງສືພິມດັ່ງກ່າວ, ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນເພື່ອໜູນຊ່ວຍການເຕີບໂຕພາຍໃນພະເທດ ແລະການເງິນເພື່ອອຸປະຖໍາໃຫ້ແກ່ບັນດາໂຄງການພື້ນຖານໂຄງລ່າງໃຫຍ່ເພື່ອສ້າງວຽກເຮັດງານທໍາ.

ໂດຍ: ທູຈາງ