ການບຸກໂຈມຕີຄັ້ງໃຫຍ່ ແລະລຸກຮື້ຂຶ້ນລະດູບານໃໝ່ປີ 1975 ໄດ້ເປີດສາກດ້ວຍບັ້ນຮົບ ໄຕງວຽນ, ສິ້ນສຸດລົງດ້ວຍບັ້ນຮົບໂຮ່ຈີມິນ ຄັ້ງປະຫວັດສາດ. ເວລາ 11:30 ໂມງຂອງວັນທີ 30 ເມສາ 1975, ປະທານາທິບໍດີ ຮຸ່ນໄຊງ່ອນ ເຢືອງວັນມິງ ຖືກບັງຄັບໃຫ້ຍອມຈໍານົນໂດຍບໍ່ມີເງື່ອນໄຂ, ໄຊງ່ອນ-ຢາດິ້ງ ໄດ້ຮັບການປົດປ່ອຍຢ່າງສົມບູນ. 15 ນາທີຕໍ່ມາ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ອອກອາກາດກ່ຽວກັບຂ່າວໄຊຊະນະ: ກອງທັບເຮົາໄດ້ບຸກເຂົ້າປົດປ່ອຍໄຊງ່ອນ, ຢຶດເອົາກົມໃຫຍ່ເສນາທິການຮຸ່ນໄຊງ່ອນ... ຂ່າວໄຊຊະນະຈາກພາກໃຕ້ ໄດ້ເຮັດໃຫ້ຊາວຫວຽດນາມມີຄວາມເບີກບານມ່ວນຊື່ນສຸດແສນພັນລະນາ. ນັບແຕ່ນີ້ໄປ, ປະເທດຊາດມີເອກະລາດ, ແມ່ນ້ຳລຳເຊ, ພູຜາປ່າໄມ້ໄດ້ໂຮມເຂົ້າກັນເປັນສາຍຍາວຢຽດ.

ຄວາມຊົງຈໍາໃນວັນທີ 30 ເມສາ 1975 ຄັ້ງປະຫວັດສາດນັ້ນມາຮອດປັດຈຸບັນຍັງເຮັດໃຫ້ຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ ເປັນຕົ້ນແມ່ນທ່ານ ຫງວຽນຮຸຍຖັ້ງ, ດັ້ງເທ໊ຊ໊າງ (ອາໄສຢູ່ເຢຍລະມັນ) ຫຼື ທ່ານ ຫງວຽນຈ້ອງບິ່ງ (ອາໄສຢູ່ອາເມລິກາ) ຮູ້ສຶກຕື້ນຕັນໃຈ. ກ່ອນທີ່ຈະໄປຢູ່ເຢຍລະມັນ, ທ່ານ ຫງວຽນຮຸຍຖັ້ງ ເປັນທະຫານ, ສັງກັດກອງພັນປືນໃຫຍ່ 107 ຢູ່ແຂວງກວ໋າງຫງາຍ. ທ່ານ ເລົ່າວ່າ: ກ່ອນມື້ພາກໃຕ້ໄດ້ຮັບການປົດປ່ອຍ, ແຂວງກວ໋າງຫງາຍ ໄດ້ຮັບການປົດປ່ອຍກ່ອນໜຶ່ງເດືອນກວ່າໃນວັນທີ 24 ມີນາ 1975. ສະນັ້ນ, ພາຍຫຼັງໄດ້ເຂົ້າມາຄຸ້ມຄອງແຂວງກວ໋າງຫງາຍແລ້ວ, ກອງພັນປືນໃຫຍ່ 107 ໄດ້ຮັບຄໍາສັ່ງໃຫ້ເດີນທາງອອກໄປເກາະລີ້ເຊີນ ເພື່ອປ້ອງກັນກໍລະນີຈັກກະພັດອາເມລິກາ ກັບຄືນມາບຸກໂຈມຕີ. ທ່ານ ຖັ້ງ ເລົ່າສູ່ຟັງວ່າ: “ເມື່ອກວ໋າງ ຫງາຍ ໄດ້ຮັບການປົດປ່ອຍ, ຜູ້ໃດກໍມີຄວາມເບີກບານມ່ວນຊື່ນທີ່ສຸດຍ້ອນໄດ້ຮັບໄຊຊະນະແບບບໍ່ຄິດບໍ່ຝັນ, ສະນັ້ນເມື່ອໄດ້ຮັບຂ່າວວ່າສາມາດປົດປ່ອຍພາກໃຕ້ໄດ້ແລ້ວ, ພວກຂ້າພະເຈົ້າ, ກໍ່ກອດກັນຮ້ອງໄຫ້ໃນຄວາມເບີກບານມ່ວນຊື່ນ, ຮ້ອງໄຫ້ຍ້ອນປະເທດຊາດມີເອກະລາດ, ຮ້ອງໄຫ້ເມື່ອຮູ້ວ່າຕົນເອງຍັງມີຊີວິດຢູ່ພາຍຫຼັງການຕໍ່ສູ້ທີ່ດຸເດືອດ ແລະຍາວນານ. 

leftcenterrightdel
ກອງທັບປະຊາຊົນຫວຽດນາມ ບຸກເຂົ້າໄຊງ່ອນໃນວັນທີ 30 ເມສາ 1975. ພາບ: ເອກະສານ.

ສ່ວນທ່ານ ດັ້ງເທ໊ຊ໊າງ (ຊາວຫວຽດນາມອາໄສຢູ່ເຢຍລະມັນ) ເລົ່າວ່າ: ໃນປີ 1975, ຂ້າພະເຈົ້າເປັນນັກຮົບທີ່ກໍາລັງຫັດແອບຢູ່ຮວ່າບິ່ງ. ເມື່ອໄດ້ຮັບຂ່າວພາກໃຕ້ໄດ້ຮັບການປົດປ່ອຍໃນຂະນະນັ້ນຂ້າພະເຈົ້າພ້ອມກັບເພື່ອນຮ່ວມກົມກອງຫາກໍ່ກິນເຂົ້າທ່ຽງແລ້ວ. ຕອນບ່າຍມື້ນັ້ນ, ຂ້າພະເຈົ້າ ແລະສະຫາຍໜຶ່ງໃນກົມກອງຮັບຄໍາສັ່ງໃຫ້ເຂົ້າໄປຄຸ້ມຄອງໄຊງ່ອນ. ລົດໄດ້ໄປສົ່ງພວກຂ້າພະເຈົ້າ ແຕ່ຮວ່າບິ່ງ ໄປຮອດຮ່າໂນ້ຍນັ້ນກໍພໍດີຟ້າມືດ. ຄືນນັ້ນ, ທົ່ວນະຄອນຫຼວງໄດ້ສະຫຼອງໄຊຊະນະດ້ວຍການຍິງບັ້ງໄຟດອກຢ່າງຄຶກຄື້ນ. ຕອນເຊົ້າວັນທີ 1 ພຶດສະພາ, ລົດໄດ້ໄປສົ່ງພວກຂ້າພະເຈົ້າຢູ່ສະໜາມບິນຢາເລິມ. ພວກຂ້າພະເຈົ້າຂຶ້ນຍົນ ແລະໄດ້ຮັບການແຈ້ງວ່ານີ້ແມ່ນຖ້ຽວບິນທໍາອິດຈາກພາກເໜືອໄປຫາພາກໃຕ້ ແລະຍ້ອນສະໜາມບິນເຕິນເຊີນເຍິດ ສຳຫຼວດກວດກາລະເບີດຕົກຄ້າງຍັງບໍ່ທັນແລ້ວ ສະນັ້ນຍົນຈຶ່ງຈະໄປລົງຈອດຢູ່ສະໜາມບິນບຽນຮວ່າ. ເຮັດໜ້າທີ່ຄຸ້ມຄອງຢູ່ໄຊງ່ອນ ໄດ້ພຽງແຕ່ 10 ວັນ, ພວກຂ້າພະເຈົ້າ ຕ້ອງບິນກັບຄືນຮ່າໂນ້ຍ, ແລ້ວກໍ່ກັບເມືອຮວ່າບິ່ງ ເພື່ອສືບຕໍ່ຫັດແອບ”.

ບໍ່ໄດ້ມີໜ້າຢູ່ຫວຽດນາມ ໃນຈຸດເວລາປະຫວັດສາດຂອງປະເທດຊາດ, ທ່ານ ຫງວຽນຈ້ອງບິ່ງ (ຊາວຫວຽດນາມອາໄສຢູ່ອາເມລິກາ) ໃຫ້ຮູ້ວ່າຄາວນັ້ນຕົນເອງກໍາລັງເປັນນັກສຶກສາໄປຮໍ່າຮຽນຢູ່ຍີ່ປຸ່ນ. ໄດ້ຮັບຂ່າວວ່າ ປະເທດຊາດໄດ້ຮັບການປົດປ່ອຍ, ບໍ່ພຽງແຕ່ຊາວຫວຽດນາມອາໄສຢູ່ຍີ່ປຸ່ນ ເທົ່ານັ້ນຫາກຍັງນັບທັງຊາວຍີ່ປຸ່ນ ກໍ່ລ້ວນແຕ່ມີຄວາມເບີກບານມ່ວນຊື່ນອີກດ້ວຍ. ທ່ານ ບິ່ງ ຫວນຄືນສູ່ຟັງວ່າ: “ພວກເພື່ອນຍີ່ປຸ່ນ ໄດ້ຈັດງານລ້ຽງຊົມເຊີຍ ຫວຽດນາມ ໄດ້ຮັບການປົດປ່ອຍ, ທ້ອນໂຮມປະເທດຊາດເປັນເອກະພາບ”.

ກໍຄືທ່ານ ບິ່ງ, ທ່ານ ຖັ້ງ ແລະທ່ານ ຊ໊າງ, ຊາວຫວຽດນາມຢູ່ທຸກແຫ່ງຫົນໃນໂລກເກືອບໝົດທຸກຄົນຍາມໃດກໍຈື່ຈຳວັນທີ 30 ເມສາ 1975 ຄັ້ງປະຫວັດສາດ. ນັ້ນແມ່ນວັນທີ່ປະເທດໄດ້ຮັບການປົດປ່ອຍ, ທ້ອນໂຮມປະເທດຊາດເປັນເອກະພາບ, ເໝືອນດັ່ງຄວາມປາດປາດໜາຂອງປະທານໂຮ່ຈີມິນ ທີ່ວ່າ: ປະເທດຫວຽດນາມເປັນອັນດຽວກັນ, ຊົນຊາດຫວຽດນາມເປັນອັນດຽວກັນ”. ໄດ້ດໍາລົງຊີວິດໃນສັນຕິພາບ, ຜູ້ດໍາລົງຊີວິດຢູ່ພາຍໃນປະເທດໄດ້ມານະພະຍາຍາມກໍ່ສ້າງຊີວິດໃຫ້ມີຄວາມອີ່ມໜໍາສໍາລານ ແລະມີຄວາມຜາສຸກ. ຊາວຫວຽດນາມອາໄສຢູ່ຕ່າງປະເທດກໍ່ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຢັ້ງຢືນຖານະທີ່ຕັ້ງຂອງຕົນຢູ່ປະເທດປະຈໍາຖິ່ນ. ທ່ານ ດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ປະທານຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດເຄີຍເນັ້ນໜັກວ່າ: “ເຖິງວ່າຈະອາໄສຢູ່ພູມີປະເທດທີ່ແຕກຕ່າງກັນ, ສະພາບແວດລ້ອມທີ່ແຕກຕ່າງກັນກໍ່ຕາມ, ແຕ່ຊາວຫວຽດນາມອາໄສຢູ່ຕ່າງປະເທດສ່ວນຫຼາຍລ້ວນແຕ່ມີອາລົມຈິດສະໜິດຕິດພັນກັບບ້ານເກີດເມືອງນອນ, ເປັນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກວົງຄະນະຍາດຊົນຊາດຫວຽດນາມ ໄດ້”.

ການເວລາປະຫວັດສາດໄດ້ຜ່ານພົ້ນໄປ 45 ປີແລ້ວ, ແຕ່ໃນຊຸມວັນເດືອນເມສາ ນີ້, ຊາວຫວຽດນາມຢູ່ທຸກແຫ່ງຫົນໃນໂລກລ້ວນແຕ່ຈັດພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບຢ່າງສະຫງ່າຜ່າເຜີຍ. ຊາວຫວຽດນາມອາໄສຢູ່ຕ່າງປະເທດທີ່ເຄີຍເປັນນັກຮົບເກົ່າຂອງກອງທັບປະຊາຊົນຫວຽດນາມ ຍັງນຸ່ງຊຸດທະຫານ, ຢືນກົງຕໍ່ໜ້າທຸງຊາດ ແລະຮ້ອງເພງຊາດ.

ໂດຍ: ໄຊຊະນະ