ນັກຂ່າວ: ຂໍຮຽນທ່ານນາງ ຫງວຽນກວິ່ງມາຍ, ສະພາບພະຍາດໂຄວິດ-19 ກໍາລັງຜັນແປຢ່າງສັບສົນຢູ່ສະຫະພັນລັດເຊຍ ໃນໄລຍະມໍ່ໆມານີ້. ທ່ານນາງ ຈົ່ງໃຫ້ຮູ້ບາງມາດຕະການ ເຊິ່ງສະຖານທູດຫວຽດນາມ ປະຈໍາ ສະຫະພັນລັດເຊຍ ໄດ້ ແລະກໍາລັງຜັນຂະຫຍາຍເພື່ອປ້ອງກັນສຸຂະພາບໃຫ້ແກ່ພະນັກງານ, ພາລະກອນສະຖານທູດ ກໍ່ຄືໜູນຊ່ວຍປະຊາຄົມຊາວຫວຽດນາມອາໄສຢູ່ລັດເຊຍ.

ທ່ານນາງ ຫງວຽນກວິ່ງມາຍ: ໃນໄລຍະຜ່ານມາ, ອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ສະຫະພັນລັດເຊຍ ໄດ້ຜັນຂະຫຍາຍບັນດາມາດຕະການປ້ອງກັນ ແລະຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນອົງການຜູ້ຕາງໜ້າ ກໍ່ຄືໃນປະຊາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ. ພວກຂ້າພະເຈົ້າ ໄດ້ຊື້ອຸປະກອນການແພດທີ່ຈໍາເປັນຄື: ຜ້າອັດປາກ, ຢາຂ້າເຊື້ອ ເພື່ອແຈກໃຫ້ບັນດາພາກສ່ວນຕ້ອນຮັບພົນລະເມືອງ, ຕ້ອນຮັບແຂກ... ພວກຂ້າພະເຈົ້າໄດ້ແຈ້ງຂໍ້ມູນເຖິງພະນັກງານ, ພາລະກອນຂອງອົງການຜູ້ຕາງໜ້າກ່ຽວກັບບັນດາມາດຕະການສະກັດກັ້ນໃຫ້ແກ່ຕົນເອງ ແລະຄອບຄົວຕາມຂໍ້ສະເໜີແນະຂອງບັນດາອົງການສາທາລະນະສຸກປະເທດປະຈໍາຖິ່ນ ກໍ່ຄືພາຍໃນປະເທດ.

ສໍາລັບປະຊາຄົມ, ພວກຂ້າພະເຈົ້າ ໄດ້ແຈ້ງການທາງເວັບໄຊຂອງອົງການຜູ້ຕາງໜ້າ ກໍ່ຄືຜ່ານສື່ອອນລາຍຂອງປະຊາຄົມ.  ມາຮອດຈຸດເວລານີ້, ພວກຂ້າພະເຈົ້າ ໄດ້ປະກາດ 5 ແຈ້ງການກ່ຽວກັບບັນດາຂໍ້ສະເໜີແນະຂອງອໍານາດການປົກຄອງປະຈໍາຖິ່ນ, ກໍ່ຄືອັບເດດສະພາບການກ່ຽວກັບນະໂຍບາຍຂອງລັດຖະບານລັດເຊຍ ສໍາລັບການຮັບມືກັບພະຍາດໂຄວິດ-19.

leftcenterrightdel
ທ່ານນາງ ຫງວຽນກວິ່ງມາຍ - ອັກຄະລັດຖະທູດ, ຫົວໜ້າໜ່ວຍປະຕິບັດງານຮັບມືກັບພະຍາດໂຄວິດ-19 ຂອງສະຖານທູດຫວຽດນາມ ປະຈໍາ ສະຫະພັນລັດເຊຍ ຕອບສໍາພາດຕໍ່ນັກຂ່າວ. ພາບ: ສໍານັກຂ່າວສານຫວຽດນາມ.

ສະຫະພັນລັດເຊຍ ແມ່ນບໍລິເວນທີ່ກວ້າງໃຫຍ່, ພໍ່ແມ່ປະຊາຄົມຊາວຫວຽດນາມ ດໍາລົງຊີວິດຢູ່ຫຼາຍແຫ່ງຫົນ ເພື່ອໃຫ້ແຈ້ງການກໍ່ຄືບັນດາຂໍ້ສະເໜີແນະ, ຄໍາກ່າວເຕືອນຂອງສະຖານທູດເຖິງປະຊາຄົມຢ່າງວ່ອງໄວທັນການ, ພວກຂ້າພະເຈົ້າ ໄດ້ຕັ້ງໜ້າສົມທົບກັບບັນດາຊ່ອງຕິດຕໍ່ຂອງອົງການຜູ້ຕາງໜ້າ. ຜ່ານບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງຂອງອົງການຜູ້ຕາງໜ້າ ເພື່ອແຈ້ງຂໍ້ມູນຢ່າງທັນການເຖິງບັນດາພາກສ່ວນທີ່ເຂົາເຈົ້າຮັບຜິດຊອບ.

ສະຖານທູດໄດ້ສ້າງຕັ້ງໜ່ວຍປະຕິບັດງານຮັບມືກັບພະຍາດໂຄວິດ-19, ມີໜ້າທີ່ເປັນເສນາທິການ, ລາຍງານຕໍ່ການນໍາໃຫ້ຜັນຂະຫຍາຍບັນດາມາດຕະການທີ່ຈໍາເປັນເພື່ອປ້ອງກັນ ແລະຕ້ານເຊື້ອພະຍາດໂຄວິດ-19 ໂດຍອີງຕາມສະພາບການຢູ່ປະເທດປະຈໍາຖິ່ນ ກໍ່ຄືປະຕິບັດຕາມກົດໝາຍຂອງສະຫະພັນລັດເຊຍ ແລະຫວຽດນາມ. ນອກຈາກນີ້, ຍັງສົມທົບ ແລະເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງຂອງສະຫະພັນລັດເຊຍ ໃນການແຈ້ງຂໍ້ມູນກ່ຽວກັບສະພາບພະຍາດໂຄວິດ-19 ເຖິງປະຊາຄົມຊາວຫວຽດນາມ, ນັກສຶກສາຫວຽດນາມ ແລະແນະນໍາບັນດາວິທີການປ້ອງກັນ ແລະຕ້ານການແຜ່ລະບາດ ແລະແກ້ໄຂບັນດາບັນຫາໂດຍພະຍາດໂຄວິດ-19 ກໍ່ຂຶ້ນ. ພ້ອມທັງ, ສ້າງແຜນການຊື້ບັນດາອຸປະກອນການແພດ, ຜັນຂະຫຍາຍບັນດາວິທີການຂ້າເຊື້ອໂລກຢູ່ບ່ອນເຮັດວຽກ, ບ່ອນຢູ່ຂອງພະນັກງານ, ພາລະກອນເພື່ອປ້ອງກັນ ແລະຕ້ານການແຜ່ລະບາດເມື່ອພະຍາດເກີດຂຶ້ນ.

ນັ້ນແມ່ນບັນດາມາດຕະການ ເຊິ່ງພວກຂ້າພະເຈົ້າໄດ້ຜັນຂະຫຍາຍຢ່າງຕັ້ງໜ້າໃນໄລຍະຜ່ານມາ. ມາຮອດຈຸດເວລານີ້, ຍັງບໍ່ທັນມີຂໍ້ມູນໃດກ່ຽວກັບຄົນຫວຽດນາມ ຢູ່ສະຫະພັນລັດເຊຍ ຕິດເຊື້ອພະຍາດໂຄວິດ-19 ເທື່ອ.

ນັກຂ່າວ: ບົນພື້ນຖານການຄາດຄະເນສະພາບການໃນໄລຍະຈະມາເຖິງ, ສະຖານທູດຈະນໍາໃຊ້ບັນດາມາດຕະການໃດຕື່ມອີກເພື່ອໜູນຊ່ວຍປະຊາຄົມຊາວຫວຽດນາມ ປະຈໍາສະຫະພັນລັດເຊຍ?

ທ່ານນາງ ຫງວຽນກວິ່ງມາຍ: ໜ່ວຍປະຕິບັດງານຮັບມືກັບພະຍາດໂຄວິດ-19 ຂອງສະຖານທູດ ໄດ້ວາງບັນດາວິທີການ, ສ້າງແຜນການທີ່ເໝາະສົມເພື່ອຮັບມືກັບການຜັນແປໃໝ່ທີ່ສັບສົນກວ່າອີກ ເຊິ່ງອາດສາມາດຈະເກີດຂຶ້ນໃນບໍລິເວນ. ໂດຍລະອຽດຄື: ພວກຂ້າພະເຈົ້າ ແບ່ງເປັນກຸ່ມເປົ້າໝາຍເພື່ອມີບັນດາມາດຕະການຮັບມືທີ່ເໝາະສົມ. ເປົ້າໝາຍທີໜຶ່ງແມ່ນພະນັກງານ, ພາລະກອນບັນດາອົງການຜູ້ຕາງໜ້າ ແລະຄອບຄົວ; ເປົ້າໝາຍທີສອງແມ່ນນັກສຶກສາ ແລະເປົ້າໝາຍທີສາມແມ່ນປະຊາຄົມຊາວຫວຽດນາມ. ທຸກໆເປົ້າໝາຍດັ່ງກ່າວໄດ້ຮັບການກໍານົດບັນດາວິທີການທີ່ເໝາະສົມຕາມສະພາບການ, ການຜັນແປທີ່ອາດຈະສັບສົນກວ່າອີກ. ນອກຈາກນີ້, ພວກຂ້າພະເຈົ້າຈະສົມທົບກັບບັນດາສະມາຄົມ, ຄະນະ ກໍ່ຄືບັນດາອົງການທີ່ກ່ຽວຂ້ອງຂອງລັດເຊຍ ເພື່ອໄດ້ຮັບການໜູນຊ່ວຍໃນແຕ່ລະໄລຍະລະອຽດ, ບໍ່ໃຫ້ຕົກຢູ່ໃນທ່າຮັບໃນວຽກງານກະກຽມຮັບມືກັບພະຍາດດັ່ງກ່າວ.

ສໍາລັບເປົ້າໝາຍນັກສຶກສາ, ໃນສອງວັນມໍ່ໆມານີ້ໄດ້ມີຂໍ້ມູນກ່ຽວກັບການປິດຊົ່ວຄາວຫໍພັກນັກສຶກສາຂອງມະຫາວິທະຍາໄລຈໍານວນໜຶ່ງ ແລະນັກສຶກສາຕ່າງປະເທດ ຕ້ອງຊອກຫາທີ່ຢູ່ເອົາເອງ ຫຼື ກັບເມືອປະເທດ. ພວກຂ້າພະເຈົ້າ ໄດ້ສ້າງແຜນການໜູນຊ່ວຍບັນດານັກສຶກສາຢ່າງດີທີ່ສຸດຜ່ານບັນດາສະມາຄົມ, ຄະນະຂອງຊາວຫວຽດນາມ ເພື່ອໜູນຊ່ວຍທີ່ຢູ່ໃຫ້ແກ່ນັກສຶກສາເພາະວ່າທາງໂຮງຮຽນມີແຕ່ປິດຊົ່ວຄາວເພື່ອຂ້າເຊື້ອໂລກ, ແຍກປ່ຽວໃນໄລຍະເວລາ 2-3 ອາທິດເທົ່ານັ້ນ. ພວກຂ້າພະເຈົ້າ ກໍ່ຂໍທິດຊີ້ນໍາຈາກກະຊວງສຶກສາ ແລະກໍ່ສ້າງ ເພື່ອເປັນເອກະພາບກັນໃນການຜັນຂະຫຍາຍວຽກງານໜູນຊ່ວຍນັກສຶກສາ.

ໂດຍ: ໄຊຊະນະ