ເມື່ອຕອບຄໍາຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ສະພາບການຄວາມເຄັ່ງຕຶງປີນຂັ້ນໄດຢູ່ຕາເວັນອອກກາງ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ:

“ຫວຽດນາມ ມີຄວາມວິຕົກກັງວົນຕໍ່ຄວາມເຄັ່ງຕຶງທີ່ເກີດຂຶ້ນຫວ່າງມໍ່ໆມານີ້ຢູ່ຕາເວັນອອກກາງ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ຫຼີກລ້ຽງການກໍ່ຄວາມເຄັ່ງຕຶງຕື່ມອີກ, ບໍ່ນໍາໃຊ້ກໍາລັງອາວຸດ, ປົກປ້ອງສາມັນຊົນ, ແກ້ໄຂບັນດາຄວາມບໍ່ລົງລອຍກັນຜ່ານການເຈລະຈາໂດຍສັນຕິວິທີບົນພື້ນຖານເຄົາລົບກົດໝາຍສາກົນເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ”.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນສະພາບການຄວາມໝັ້ນຄົງໃນພາກພື້ນມີການຜັນແປຢ່າງສັບສົນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ, ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງຫວຽດນາມ, ວັນທີ 8 ມັງກອນ, ກະຊວງການຕ່າງປະເທດຫວຽດນາມ ໄດ້ອອກແຈ້ງຂ່າວກ່າວເຕືອນໃຫ້ພົນລະເມືອງຫວຽດນາມ ຈຳກັດການໄປຫາບັນດາປະເທດໃນພາກພື້ນທີ່ອາດຈະຖືກຜົນສະທ້ອນຈາກການປະທະກັນ; ເອົາໃສ່ໃຈບັນດາພົນລະເມືອງທີ່ພວມມີໜ້າຢູ່ບັນດາປະເທດຖືກຜົນສະທ້ອນໃຫ້ຫຼີກລ້ຽງໄປຫາເຂດ ເຊິ່ງປະເທດປະຈຳຖິ່ນກ່າວເຕືອນ; ຕິດຕາມ ແລະໃກ້ຊິດຕິດແທດການແນະນໍາຂອງອົງການທີ່ກ່ຽວຂ້ອງເພື່ອຮັບປະກັນຄວາມປອດໄພຊີວິດ ແລະຊັບສິນຂອງຕົນ.

ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: “ກະຊວງການຕ່າງປະເທດຫວຽດນາມ ກໍ່ປະກາດໂທລະສັບສາຍດ່ວນເພື່ອປົກປ້ອງພົນລະເມືອງຂອງບັນດາອົງການຜູ້ຕາງໜ້າຫວຽດນາມຢູ່ພາກພື້ນ ເພື່ອໃຫ້ພົນລະເມືອງສາມາດຕິດຕໍ່ໃນກໍລະນີຢາກຮັບການຊ່ວຍເຫຼືອ. ກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ນໍາບັນດາອົງການຜູ້ຕາງໜ້າຫວຽດນາມຢູ່ພາກພື້ນ, ບັນດາກົມກອງທີ່ກ່ຽວຂ້ອງພາຍໃນປະເທດຕິດຕາມສະພາບການຢ່າງໃກ້ສິດ, ພ້ອມແລ້ວທີ່ຈະດໍາເນີນບັນດາມາດຕະການປົກປ້ອງພົນລະເມືອງໃນກໍລະນີທີ່ຈໍາເປັນ.

ໂດຍ: ເຈິ່ນຮວ່ຽນ