leftcenterrightdel
ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Motegi Toshimitsu ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ. ພາບ: baoquocte.vn.

ທ່ານ Motegi Toshimitsu ຢືນຢັນວ່າ, ຍີ່ປຸ່ນ ຖືເປັນສໍາຄັນ ແລະປາດຖະໜາຢາກນໍາການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງກັບຫວຽດນາມ ໃຫ້ພັດທະນານັບມື້ນັບແຮງ, ເລິກເຊິ່ງກວ້າງຂວາງ ແລະແທດຈິງກວ່າອີກ.

ສອງຝ່າຍເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືໃນບັນດາຂົງເຂດການລົງທຶນ, ການຄ້າ, ODA, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຕ້ານການປ່ຽນແປງຂອງດິນຟ້າອາກາດ; ສືບຕໍ່ເພີ່ມທະວີການຮ່ວມມືທີ່ບັນດາເວທີປາໄສສາກົນ ແລະພາກພື້ນ, ແລກປ່ຽນກ່ຽວກັບເລື່ອງຊຸກຍູ້ບັນດາການຮ່ວມສໍາພັນດ້ານເສດຖະກິດສາກົນ, ໃນນັ້ນມີການຜັນຂະຫຍາຍສັນຍາ CPTPP ຢ່າງມີປະສິດທິຜົນ ແລະລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານໃນພາກພື້ນ (RCEP).

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: baoquocte.vn.

ສອງຝ່າຍກໍ່ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍເຫັນດີເປັນເອກະສັນກ່ຽວກັບຄວາມສໍາຄັນຂອງການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລ, ປະຕິບັດຕາມກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ຈັດຕັ້ງພິທີລົງນາມໃນຈົດໝາຍທາງການຂອງໂຄງການລະບາຍນ້ຳ ແລະບຳບັດນໍ້າເສຍນະຄອນຮ້າລອງ ທີ່ນໍາໃຊ້ທຶນກູ້ຢືມ ODA ດ້ວຍມູນຄ່າ 11,891 ຕື້ເຢັນ ແລະໂຄງການຮັບເອົາອຸປະກອນໄຈ້ແຍກ dioxin ແລະສະພາບແວດລ້ອມນໍາໃຊ້ທຶນຊ່ວຍເຫຼືອລ້າດ້ວຍມູນຄ່າ 2,7 ລ້ານໂດລາສະຫະລັດ.

ໂດຍ: ທູຈາງ