ຄວາມຕັດສິນໃຈຢ່າງແຮງ

ຜ່ານສົງຄາມມາເປັນຫຼາຍຄັ້ງ, ຫວຽດນາມ ມີຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບຄຸນຄ່າຂອງສັນຕິພາບສະນັ້ນຍິ່ງມີກໍາລັງໜູນ, ຄວາມຕັດສິນໃຈຢ່າງແຮງໃນການເຂົ້າຮ່ວມນັບມື້ນັບເລິກເຊິ່ງ, ກວ້າງຂວາງໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຢ່າງເປັນທາງການນັບແຕ່ປີ 2014.

ເລື່ອງໂຮງໝໍກາງສະໜາມຂັ້ນ 2 ເລກ 1 ຫາກໍ່ສໍາເລັດໜ້າທີ່ຢ່າງດີເດັ່ນ ແລະກັບເມືອປະເທດໄດ້ເປັນຂີດໝາຍການເຕີບໂຕຂອງກໍາລັງຮັກສາສັນຕິພາບຫວຽດນາມ ໃນການປະຕິບັດບັນດາໜ້າທີ່ສາກົນ. ຕາມທ່ານພົນຈັດຕະວາ ຮວ່າງກິມຝຸ້ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ແລ້ວ, ການເຄື່ອນໄຫວເປັນຢູ່ UNMISS ເປັນເວລາກວ່າໜຶ່ງປີ, ໂຮງໝໍກາງສະໜາມຂັ້ນ 2 ເລກ 1 ຂອງ ຫວຽດນາມ ໄດ້ຮັບກວດພະຍາດ, ປິນປົ່ວພະຍາດໃຫ້ຄົນເຈັບກວ່າ 2.000 ຄົນ. ນີ້ແມ່ນຕົວເລກສະຖິຕິເຊິ່ງຍັງບໍ່ມີໂຮງໝໍກາງສະໜາມຂັ້ນ 2 ໃດບັນລຸໄດ້.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ງອັກທື.

ບັນດາຜົນງານເບື້ອງຕົ້ນຂອງຫວຽດນາມ ໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກເພື່ອນມິດສາກົນ. ທ່ານ Desire Nyaruhirira, ທີ່ປຶກສາພິເສດຂອງເລຂາທິການໃຫຍ່ອົງການຈັດຕັ້ງສາກົນຝະລັ່ງໂກໂຟນີ ໃຫ້ຮູ້ວ່າ, ໂຮງໝໍກາງສະໜາມຂັ້ນ 2 ຂອງຫວຽດນາມ ບໍ່ພຽງຮັບໃຊ້ໃຫ້ບັນດາກໍາລັງຮັກສາສັນຕິພາບເທົ່ານັ້ນ, ຫາກຍັງກວດ, ປິນປົ່ວພະຍາດໃຫ້ແກ່ຊາວທ້ອງຖ່ິນອີກດ້ວຍ. ການປະກອບສ່ວນທີ່ມີຄວາມໝາຍນີ້ໄດ້ສ້າງເງື່ອນໄຂໜູນຊ່ວຍໃຫ້ບັນດາຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ປະຕິບັດບັນດາໜ້າທີ່ຂອງຕົນໄດ້ດີກວ່າ.

ການຮ່ວມມືຢ່າງແໜ້ນແຟ້ນເພື່ອເປົ້າໝາຍລວມ

ບັນດາຄໍາໝັ້ນສັນຍາຢ່າງແຮງກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດນັບມື້ນັບເລິກເຊິ່ງຂອງຫວຽດນາມ ໄດ້ດໍາເນີນໃນສະພາບປະຊາຄົມຝະລັ່ງໂກໂຟນີພວມມີບົດບາດສໍາຄັນໃນບັນດາການເຄື່ອນໄຫວຮັກສາສັນຕິພາບ. ສະພາບແວດລ້ອມຝະລັ່ງໂກໂຟນີ ແມ່ນໜຶ່ງໃນບັນດາບ່ອນເຄື່ອນໄຫວຕົ້ນຕໍ່ຂອງບັນດາຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ. ປະຈຸບັນ, ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດເຄິ່ງໜຶ່ງໄດ້ຮັບການຜັນຂະຫຍາຍຢູ່ບັນດາປະເທດເວົ້າພາສາຝະລັ່ງ.

ຖ້າຫາກວ່າບັນດານາຍທະຫານເວົ້າພາສາທ້ອງຖິ່ນບໍ່ໄດ້ດີມັນຈະເປັນຮົ້ວກີດຂວາງທີ່ໃຫຍ່ທີ່ສ້າງຄວາມແຕກຕ່າງກັນກ່ຽວກັບວັດທະນະທໍາ, ສັງຄົມລະຫວ່າງບັນດາກໍາລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຂອງ ຫວຽດນາມ ແລະປະຊາຊົນກໍ່ຄືອໍານາດການປົກຄອງທ້ອງຖິ່ນ.

ໂດຍກໍາແໜ້ນໄດ້ສິ່ງດັ່ງກ່າວ, ໃນ 5 ປີຜ່ານມາ, ກົມຮັກສາສັນຕິພາບຫວຽດນາມ ໄດ້ສົມທົບກັບບັນດາປະເທດສັງກັດປະຊາຄົມໂກໂຟນີ ຈັດຕັ້ງຮຽນພາສາຝະລັ່ງເປັນຫຼາຍຊຸດໃຫ້ຖັນແຖວເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດດ້ວຍຄວາມມຸ່ງຫວັງພາສາອາດຈະແມ່ນປະຕູເພື່ອໃຫ້ບັນດານາຍທະຫານໂຮງໝໍກາງສະໜາມເຂົ້າໃຈກວ່າກ່ຽວກັບບັນດາໜ້າທີ່ທີ່ໄດ້ ຮັບມອບໝາຍ ແລະໄດ້ຮັບຄວາມຮັບຮອງຈາກປະຊາຊົນທ້ອງຖິ່ນຢ່າງສະດວກງ່າຍດາຍ. ເພາະສະນັ້ນ, ບັນດາຜົນງານຢ່າງຕັ້ງໜ້າເຊິ່ງ ຫວຽດນາມ ບັນລຸໄດ້ໃນພາລະກໍາຮັກສາສັນຕິພາບສະຫະປະຊາຊາດໃນໄລຍະຜ່ານມານັ້ນສ່ວນໜຶ່ງແມ່ນຍ້ອນມີການສະໜັບສະໜູນຢ່າງແຮງ ແລະການໜູນຊ່ວຍອັນລໍ້າຄ່າຂອງບັນດາປະເທດສັງກັດປະຊາຄົມຝະລັ່ງໂກໂຟນີ.

ດ້ວຍຖະນະແມ່ນສະມາຊິກຂອງປະຊາຄົມບັນດາປະເທດນໍາໃຊ້ພາສາຝະລັ່ງ, ຫວຽດນາມ ໄດ້, ພວມ ແລະນັບມື້ນັບສະໜິດຕິດພັນກັບບັນດາການເຄື່ອນໄຫວຮັກສາສັນຕິພາບຂອງປະຊາຄົມໂກໂຟນີກວ່າອີກ, ໂດຍສະເພາະເມື່ອບັນດາການເຄື່ອນໄຫວຮັກສາສັນຕິພາບເວົ້າລວມທີ່ຕິດພັນຢ່າງແໜ້ນແຟ້ນກັບສະພາບແວດລ້ອມຝະລັ່ງໂກໂຟນີ. ກອງປະຊູມສຳມະນາ “ຫວຽດນາມ ແລະບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ໃນສະພາບແວດລ້ອມຝະລັ່ງໂກໂຟນີ” ແມ່ນຄໍາຢັ້ງຢືນຢ່າງຈະແຈ້ງທີ່ສຸດທີ່ໃຫ້ຄໍາໝັ້ນສັນຍານີ້ຂອງ ຫວຽດນາມ. ບັນດາເນື້ອໃນທີ່ແລກປ່ຽນ, ແບ່ງປັນໃນກອງປະຊຸມສໍາມະນາຄັ້ງນີ້ແມ່ນປະຖົມປັດໄຈສໍາຄັນ ເພື່ອໃຫ້ສອງຝ່າຍຍົກອອກບັນດາວິທີການຮ່ວມມືທັງສອງຝ່າຍ ແລະຫຼາຍຝ່າຍ ເພື່ອເພີ່ມທະວີມີປະສິດທິຜົນປະກອບສ່ວນໃຫ້ບັນດາການເຄື່ອນໄຫວຮັກສາສັນຕິພາບໃນອະນາຄົດ.

ໂດຍ: ເກື່ອງດັ້ງ