ທີ່ການຕ້ອນຮັບທ່ານ Vahe Enfiajyan, ທ່ານນາງ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ, ຫວຽດນາມ ແລະອາກເມນີ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ; ສະພາແຫ່ງຊາດຫວຽດນາມ ພວມຊຸກຍູ້, ເພີ່ມທະວີການພົວພັນທາງການທູດລັດຖະສະພາກັບປະເທດຕ່າງໆກວ່າອີກ, ໃນນັ້ນມີອາກເມນີ. ທ່ານນາງ ຫງວຽນທິກິມເງິນ ສະເໜີຕ້ອງສ້າງເງື່ອນໄຂເພື່ອໃຫ້ບັນດາອົງການຂອງສະພາແຫ່ງຊາດສອງປະເທດແລກປ່ຽນບົດຮຽນໃນຂົງເຂດສ້າງກົດໝາຍ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ຕ້ອນຮັບທ່ານ Vahe Enfiajyan. ພາບ: ຈ໊ຽນຖັ໊ງ.

ທ່ານຮອງປະທານສະພາແຫ່ງຊາດອາກເມນີ ຢັ້ງຢືນວ່າ, ການນໍາ ແລະປະຊາຊົນອາກເມນີ ຖືເປັນສໍາຄັນການພົວພັນກັບຫວຽດນາມ. ສະພາແຫ່ງຊາດອາກເມນີ ພ້ອມແລ້ວທີ່ຈະຮ່ວມມືກັບສະພາແຫ່ງຊາດຫວຽດນາມ ເພື່ອນໍາການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດຂຶ້ນສູ່ລະດັບສູງໃໝ່.

ທ່ານ Vahe Enfiajyan ໄດ້ແບ່ງປັນວ່າ, ກຸ່ມສະມາຊິກລັດຖະສະພາມິດຕະພາບອາກເມນີ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຂອງສອງປະເທດ; ປາດຖະໜາຢາກໃຫ້ຫວຽດນາມ ເປີດສະຖານທູດຢູ່ອາກເມນີ ແລະສະພາແຫ່ງຊາດຫວຽດນາມ ສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ອາກເມນີ.

ໂດຍ: ເກື່ອງດັ້ງ