leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະທ່ານ Hun Sen ນາຍົກລັດຖະມົນຕີກໍາປູເຈຍ. ພາບ: baochinhphu.vn.

ທີ່ການພົບປະກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະທ່ານ Hun Sen ນາຍົກລັດຖະມົນຕີກໍາປູເຈຍ, ທ່ານ ຫງວຽນຊວນຟຸກ ຕີລາຄາສູງການພັດທະນາຢ່າງຕັ້ງໜ້າຂອງສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານ, ສະໜິດຕິດພັນລະຫວ່າງສາມປະເທດໃນໄລຍະມໍ່ໆມານີ້, ສະເໜີສາມປະເທດຊຸກຍູ້ບັນດາຍຸດທະສາດ, ໂຄງການ, ການຮ່ວມມື ແລະການເຊື່ອມຕໍ່ລະຫວ່າງສາມປະເທດ, ອະນຸພາກພື້ນແມ່ນ້ຳຂອງກໍ່ຄືກັບບັນດາຄູ່ຮ່ວມມືອື່ນໆ, ປາດຖະໜາວ່າສາມປະເທດພ້ອມກັນໜູນຊ່ວຍກັນຮັກສາສັນຕິພາບ, ສະຖຽນລະພາບ, ເອກະລາດເປັນເຈົ້າຕົນເອງ ແລະພັດທະນາເສດຖະກິດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບຜູ້ອໍານວຍການໃຫຍ່ IMF. ພາບ: baochinhphu.vn.

ທີ່ການຕ້ອນຮັບທ່ານນາງ Kristalina Georgieva ຜູ້ອໍານວຍການໃຫຍ່ກອງທຶນເງິນຕາສາກົນ (IMF), ທ່ານ ຫງວຽນຊວນຟຸກ ຕີລາຄາສູງນໍ້າໃຈ ແລະການໜູນຊ່ວຍຂອງທ່ານນາງ Kristalina Georgieva ກໍ່ຄື IMF ແລະທະນາຄານໂລກທີ່ໄດ້ສະຫງວນໃຫ້ແກ່ຫວຽດນາມ, ສະເໜີ IMF ສືບຕໍ່ໜູນຊ່ວຍຫວຽດນາມ ໃນການສ້າງຍຸດທະສາດພັດທະນາ, ບໍລິຫານເສດຖະກິດມະຫາພາກ, ຫັນການຄຸ້ມຄອງພື້ນຖານເສດຖະກິດເປັນທັນສະໄໝ. ທ່ານນາງ Kristalina Georgieva ໃຫ້ຮູ້ວ່າ IMF ປາດຖະໜາວ່າຫວຽດນາມ ສືບຕໍ່ເພີ່ມທະວີການສ້າງໂຄງປະກອບຄືນໃໝ່, ປ່ຽນແປງໃໝ່ຮູບແບບເຕີບໂຕ, ແກ້ໄຂສິ່ງກີດຂວາງ... ; ໃຫ້ຄໍາໝັ້ນສັນຍາວ່າຈະສົມທົບກັບຫວຽດນາມ ແລະອາຊຽນໃນປີ 2020 ຢ່າງມີປະສິດທິຜົນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບລາຊະກຸມມານອັງກິດ Andrew. ພາບ: baochinhphu.vn.

ທີ່ການຕ້ອນຮັບລາຊະກຸມມານອັງກິດ Andrew, ດຸກ (Duke) ແຄວ້ນ York, ທ່ານ ຫງວຽນຊວນຟຸກ ຕີລາຄາສູງ ແລະປາດຖະໜາວ່າ ລາຊະກຸມມານອັງກິດ Andrew ສືບຕໍ່ປະກອບສ່ວນ ແລະໜູນຊ່ວຍໃຫ້ແກ່ການຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ ກໍ່ຄືການພັດທະນາຂອງຫວຽດນາມ ໃນຫຼາຍຂົງເຂດ, ໃນນັ້ນມີຂະບວນການເລີ່ມທຸລະກິດ, ໝູນໃຊ້ເຕັກໂນໂລຢີເຂົ້າໃນການດໍາເນີນທຸລະກິດ, ຜະລິດ, ປົກປັກຮັກສາສິ່ງແວດລ້ອມ, ພັດທະນາເສດຖະກິດ-ສັງຄົມຢູ່ບັນດາທ້ອງຖິ່ນ. ລາຊະກຸມມານອັງກິດ Andrew ກໍ່ໝັ້ນໝາຍວ່າ ຈະຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນຫວຽດນາມ-ອັງກິດ ດ້ວຍບັນດາການກະທໍາຢ່າງລະອຽດ, ແທດຈິງ, ເປັນຕົ້ນແມ່ນປີເປັນປະທານອາຊຽນ 2020 ຂອງຫວຽດນາມ.

ໂດຍ: ທະນາພອນ