EVFTA ແມ່ນຄວາມປາດຖະໜາຂອງຫວຽດນາມ ແລະອີຢູ ເມື່ອເຫັນວ່າໂຄງປະກອບເສດຖະກິດສອງຝ່າຍສາມາດປັບປຸງ, ໜູນຊ່ວຍໃຫ້ກັນ. ໂດຍເລີ່ມຈາກຄວາມປາດຖະໜາເຫຼົ່ານັ້ນ, ເດືອນ ມິຖຸນາ 2012, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລະຂ້າຫຼວງໃຫຍ່ຮັບຜິດຊອບດ້ານການຄ້າຂອງອີຢູ ຖະແຫຼງເລີ່ມດຳເນີນການເຈລະຈາສັນຍາ EVFTA.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ຈ້ອງຫາຍ.

ເຖິງຢ່າງໃດກໍ່ຕາມ, ວິວັດການເຈລະຈາ EVFTA ໄດ້ປະສົບກັບອຸປະສັກບໍ່ແມ່ນໜ້ອຍໂດຍເລີ່ມຈາກຄວາມຮຽກຮ້ອງຕ້ອງການຂອງແຕ່ລະຝ່າຍ. ບັນດາຮົ້ວກີດຂວາງທີ່ເຮັດໃຫ້ລະດັບຄວາມໄວຂອງ “ກຳປັ່ນ” EVFTA ຊ້າລົງ ຄື: ການປົກປັກຮັກສາສິ່ງແວດລ້ອມ, ສິດຜົນປະໂຫຍດຂອງຜູ້ອອກແຮງງານ... ແຕ່ສຸດທ້າຍກໍ່ບໍ່ສາມາດກີດຂວາງເຈດຈຳນົງຂອງບັນດາການນຳຫວຽດນາມ ແລະ ອີຢູ ໄດ້. ເລື່ອງ ຫວຽດນາມ ແລະ ອີຢູ ເຫັນດີເປັນເອກະພາບແຍກ EVFTA ເປັນສັນຍາ 2 ສະບັບໃໝ່, ລວມມີ EVFTA ແລະ EVIPA ໃນເດືອນ ມິຖຸນາ 2018 ສະແດງໃຫ້ເຫັນສອງຝ່າຍຕັດສິນໃຈນຳ “ກຳປັ່ນ” ສັນຍາໄປຖືກຕາມເສັ້ນທາງ. ຫຼັກການພື້ນຖານເຫຼົ່ານັ້ນໂດຍບັນດານັກເຈລະຈາຫວຽດນາມ ແລະ ອີຢູ ປະຕິບັດໃນວິວັດການເຈລະຈາກໍ່ຄືກວດການິຕິກຳ-ນັ້ນແມ່ນປັດໄຈເພື່ອໃຫ້ “ກຳປັ່ນ” ສັນຍາ EVFTA ແລະ EVIPA ກັບມາຮອດສະຖານີລົດໄຟ “ເຊັນສັນຍາ” ໃນຕອນບ່າຍວັນທີ 30 ມິຖຸນາ.

ເລື່ອງເຊັນສັນຍາ EVFTA ແລະ EVIPA ກັບອີຢູ ສະແດງໃຫ້ເຫັນຖານະບົດບາດຂອງຫວຽດນາມ ໃນພື້ນຖານເສດຖະກິດທົ່ວໂລກໄດ້ເພີ່ມຂຶ້ນ. ນີ້ແມ່ນສັນຍາຮອບດ້ານທີ່ສຸດ ເຊິ່ງ ອີຢູ ເຄີຍເຊັນກັບປະເທດທີ່ນອນໃນກຸ່ມທີ່ມີລາຍຮັບປານກາງ, ສ້າງມາດຕະຖານໃໝ່ໃຫ້ການພົວພັນແລກປ່ຽນຕ່າງໆຂອງ ອີຢູ ກັບບັນດາປະເທດມີພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນອື່ນ. ມາຮອດປະຈຸບັນ, ຫວຽດນາມ ແມ່ນປະເທດທີ 4 ໃນພາກພື້ນອາຊີ - ປາຊີຟິກ ແລະແມ່ນປະເທດທີ 2 ໃນພາກພື້ນ ອາຊຽນ ເຊັນ FTA ກັບ ອີຢູ.

ສັນຍາ 2 ສະບັບກັບ ອີຢູ ໄດ້ເຮັດໃຫ້ທີ່ຕັ້ງຂອງ ຫວຽດນາມ ເທົ່າທຽມກັບບັນດາຄູ່ຮ່ວມມືໃຫຍ່ຂອງ ອີຢູ ຢູ່ ອາຊີ ຄື: ຍີ່ປຸ່ນ ແລະ ສ. ເກົາຫຼີ. ຍິ່ງມີຄວາມໝາຍກວ່າອີກເມື່ອສັນຍາ 2 ສະບັບ EVFTA ແລະ EVIPA ບໍ່ພຽງແຕ່ນໍາມາເຊິ່ງຜົນປະໂຫຍດສໍາຄັນໃຫ້ທັງຫວຽດນາມ ແລະ ອີຢູ ເທົ່ານັ້ນ ຫາກຍັງມີຄວາມໝາຍໃຫຍ່ຕໍ່ການຮ່ວມມືດ້ານການຄ້າຢູ່ ເອີລົບ ແລະ ອາຊີ ອີກດ້ວຍ.

ເພື່ອນຳ “ກຳປັ່ນ” EVFTA ແລະ EVIPA ໃຫ້ໄປຖືກຕາມເສັ້ນທາງແມ່ນຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງຫວຽດນາມ ແລະ ອີຢູ, ທັງສະແດງໃຫ້ເຫັນທ່າອ່ຽງຮ່ວມມືໃໝ່ໃນສະພາບການພື້ນຖານເສດຖະກິດໂລກພວມມີການປ່ຽນແປງຫຼາຍຢ່າງ ເຊິ່ງຄາດຄະເນໄດ້ຍາກຍ້ອນຜົນກະທົບຈາກສົງຄາມການຄ້າ ອາເມລິກາ - ຈີນ. ພຽງແຕ່ສັງເກດບັນດາຂໍ້ຕົກລົງໃນສັນຍາ EVFTA ກໍ່ສາມາດເຫັນໄດ້ກາລະໂອກາດຮ່ວມມືດ້ານການຄ້າລະຫວ່າງ ອີຢູ ແລະຫວຽດນາມ ໃຫຍ່ຄືແນວໃດແລ້ວເມື່ອບັນດາກະແສພາສີຈາກລະດັບ 99% ຈະຫຼຸດລົງ 0% ໃນຮອບເວລາ 7 ຫາ 10 ປີຈະມາເຖິງ.

ຫວຽດນາມ ສາມາດເພີ່ມການສົ່ງອອກສິນຄ້າທີ່ມີທ່າແຮງຫຼາຍປະເພດເຂົ້າ ອີຢູ, ຄື: ສິນຄ້າຕ່ຳແຜ່ນຕັດຫຍິບ, ເກີບໜັງ, ສິນໃນນ້ຳ, ເຄື່ອງເຟີນີເຈີ... ໃນຂະນະນັ້ນບັນດາວິສາຫະກິດ ອີຢູ ກໍ່ມີກາລະໂອກາດໄດ້ປະມູນບັນດາສັນຍາສາທາລະນະຂອງຫວຽດນາມ. ເມື່ອ EVFTA ແລະ EVIPA ໄດ້ຮັບການລົງນາມ ແລະໃຫ້ສັດຕະຍາບັນຈະແມ່ນໄມ້ງັດເພື່ອພັດທະນາເສດຖະກິດການຄ້າໃຫ້ຫວຽດນາມ, ໂດຍສະເພາະເມື່ອ ອີຢູ ພວມແມ່ນຄູ່ຮ່ວມມືດ້ານການຄ້າ ແລະຄູ່ຮ່ວມມືສົ່ງອອກໃຫຍ່ທີ 2 ຂອງ ຫວຽດນາມ.

ກາລະໂອກາດໄດ້ເປີດກວ້າງຢ່າງຈະແຈ້ງດ້ວຍບັນດາຄວາມສະດວກທີ່ສາມາດເວົ້າໄດ້ວ່າບໍ່ເຄີຍມີມາກ່ອນ. ເຖິງຢ່າງໃດກໍ່ຕາມ, ການນຳໃຊ້ກາລະໂອກາດດັ່ງກ່າວຄືແນວໃດ ແລະຮອດໃສ... ນັ້ນກໍ່ແມ່ນບັນດາຄຳຖາມໃຫຍ່ກຳລັງລໍຖ້າຄຳຕອບ ແລະໝາກຜົນຂອງວິວັດການປະຕິບັດໃນໄລຍະຈະມາເຖິງ. ຖ້າວ່າແຕ່ລະວິສາຫະກິດບໍ່ເປັນເຈົ້າການກຳແໜ້ນກາລະໂອກາດ, ຖ້າວ່າລະບອບລະບຽບການຕ່າງໆບໍ່ໄດ້ສືບຕໍ່ປະຕິຮູບຢ່າງແຮງ, ທັນການໃຫ້ສອດຄ່ອງກັບບັນດາມາດຕາຂອງສັນຍາ, ບັນດາກາລະໂອກາດນັ້ນອາດຈະຖືກເສຍໄປ.

ວັນທີ 30 ມິຖຸນາ 2019 ໄດ້ກາຍເປັນຂີດໝາຍປະຫວັດສາດໃນການພົວພັນ ຫວຽດນາມ - ອີຢູ, ແຕ່ວ່ານີ້ພຽງແຕ່ແມ່ນການເລີ່ມຕົ້ນໃຫ້ໄລຍະໃໝ່ເທົ່ານັ້ນ. ໃນສະເພາະໜ້າ, ລັດຖະສະພາເອີລົບ (EP) ແລະສະພາແຫ່ງຊາດຫວຽດນາມ ຈະຕ້ອງດໍາເນີນການໃຫ້ສັດຕະຍາບັນສັນຍາແຕ່ລະສະບັບ. ພາຍຫຼັງຈຸດເວລານີ້, ຫວຽດນາມ ແລະອີຢູ ຈະຮ່ວມກັນໄປຕາມເສັ້ນທາງໃໝ່: “ກຳປັ່ນ” ນຳ EVFTA ແລະ EVIPA ໄປສູ່ພຶດຕິກໍາຕົວຈິງ, ພ້ອມກັນຮ່ວມມື ແລະພັດທະນາແບບຍືນຍົງ.

ໂດຍ: ແສງເດືອນ