ນີ້ແມ່ນເທື່ອທີ 2 ຫວຽດນາມ ໄດ້ຮັບຄວາມໄວ້ວາງໄຈຈາກບັນດາສະມາຊິກ ສປຊ ເພື່ອຮັບດໍາລົງຕໍາແໜ່ງນີ້, ດ້້ວຍຄວາມຫວັງ ຫວຽດນາມ ຈະສືບຕໍ່ມີການປະກອບສ່ວນຫຼາຍຢ່າງກວ່າອີກເຂົ້າບັນດາຄວາມມານະພະຍາຍາມລວມຂອງ ສປຊ ແລະປະຊາຄົມສາກົນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາ.

ການສະໜັບສະໜູນເກືອບຄືວ່າຂາດຂັ້ນຈາກປະຊາຄົມສາກົນ ແມ່ນພະຍານຫຼັກຖານຢ່າງຈະແຈ້ງພິສູດໃຫ້ເຫັນວ່າບັນດາການປະກອບສ່ວນຢ່າງຕັ້ງໜ້າ, ແທດຈິງ, ມີຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ສປຊ ເວົ້າລວມ ແລະສະພາຄວາມໝັ້ນຄົງ ສປຊ ເວົ້າສະເພາະໄດ້ຮັບການຮັບຮູ້. ເຫດການດັ່ງກ່າວກໍ່ສະແດງໃຫ້ເຫັນອິດທິພົນຊື່ສຽງ ແລະຖານະບົດບາດຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຕໍ່ກັບເພື່ອນມິດສາກົນ. ພາຍຫຼັງສະມັດຊາໃຫຍ່ ສປຊ ປະກາດຜົນຂອງການເລືອກຕັ້ງ, ບັນດາສໍານັກຂ່າວສານໃນໂລກໄດ້ໃຫ້ຂ່າວກ່ຽວກັບເລື່ອງຫວຽດນາມ ໄດ້ຮັບການເລືອກຕັ້ງເປັນກໍາມະການບໍ່ປະຈໍາການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021 ດ້ວຍຈຳນວນບັດສູງສຸດ. ໜັງສືພິມ Washington Times  ມີບົດຂຽນໃຫ້ຂໍ້ສັງເກດວ່າ: “ຄວາມສໍາຄັນຂອງຫວຽດນາມ ສໍາລັບຄວາມໝັ້ນຄົງສາກົນໄດ້ເພີ່ມຂຶ້ນພໍສົມຄວນພາຍຫຼັງສັບປະດາຂັ້ນສູງເວທີປາໄສເສດຖະກິດ ອາຊີ-ປາຊີຟິກ (APEC) 2017 ທີ່ດໍາເນີນຢູ່ນະຄອນດ່ານັ້ງ ແລະກອງປະຊຸມສຸດຍອດລະຫວ່າງ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2”.

leftcenterrightdel
ຜູ້ຕາງໜ້າປະເທດຕ່າງໆອວຍພອນ, ແບ່ງປັນຄວາມເບີກບານມ່ວນຊື່ນກັບຄະນະປະຕິບັດງານຫວຽດນາມ ຢູ່ ສປຊ ພາຍຫຼັງມີຜົນການປ່ອນບັດ. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 8 ມິຖຸນາ, ທ່ານ Norikazu Suzuki ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ສະແດງຄວາມປິຕິຊົມຊື່ນເມື່ອຫວຽດນາມ  ໄດ້ຮັບການເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021, ພ້ອມທັງຫວັງວ່າຫວຽດນາມ ຈະເສີມຂະຫຍາຍບົດບາດເປັນການນໍາຕໍ່ກັບປະຊາຄົມສາກົນໃນການຮັກສາພື້ນຖານສັນຕິພາບໂລກໃຫ້ໝັ້ນຄົງ. ທ່ານນາງ Gillian Bird ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ສປຊ ສະແດງຄວາມປິຕິຊົມຊື່ນເມື່ອມີສະມາຊິກ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຕື່ມອີກຖັດຈາກອິນໂດເນເຊຍ ມີໜ້າໃນສະພາຄວາມໝ້ັນຄົງ ສປຊ.

ບໍ່ພຽງແຕ່ຝາກຄໍາອວຍພອນມາຍັງຫວຽດນາມ ເທົ່ານັ້ນ, ເພື່ອນມິດສາກົນກໍ່ຕັ້ງຄວາມຫວັງຕໍ່ການປະກອບຂອງຫວຽດນາມ ໃຫ້ປະຊາຄົມສາກົນໃນອາຍຸການຈະມາເຖິງ. ທ່ານ Kamal Malhotra ຜູ້ປະສານງານ ສປຊ ປະຈໍາຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ຮ່ວມເດີນທາງພ້ອມກັບຫວຽດນາມ ໃນບົດບາດໃໝ່ຢູ່ສະພາຄວາມໝັ້ນຄົງ ສປຊ. ທ່ານ Kamal Malhotra ເນັ້ນໜັກວ່າ,  ເມື່ອເປັນສະມາຊິກສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ຈະມີກາລະໂອກາດຕື່ມອີກເພື່ອພິສູດໃຫ້ເຫັນຄວາມສາມາດຂອງຕົນ, ສວມບົດບາດສໍາຄັນໃນບັນດາເຫດການພາກພື້ນ ແລະທົ່ວໂລກ. ທ່ານ Hunter Marston, ອະດີດຜູ້ຊ່ວຍຄົ້ນຄວ້າຂັ້ນສູງຂອງສະຖາບັນ Brookings ຢູ່ອາເມລິກາ ໃຫ້ຂໍ້ສັງເກດ, ຫວຽດນາມ ໄດ້ພິສູດໃຫ້ເຫັນວ່າສາມາດຊຸກຍູ້ການທູດພາກພື້ນຢູ່ຂັ້ນສູງສຸດ ແລະສິ່ງດັ່ງກ່າວໄດ້ສະແດງອອກຜ່ານບົດບາດເປັນກາງຂອງຫວຽດນາມ ເມື່ອຈັດຕັ້ງກອງປະຊຸມສຸດຍອດລະຫວ່າງທ່ານ Donald Trump ປະທານາທິບໍດີອາເມລິກາ ແລະທ່ານ Kim Jong Un ການນໍາ ສປປ ເກົາຫຼີ ໃນເດືອນກຸມພາ ທີ່ຜ່ານມາຢູ່ຮ່າໂນ້ຍ. ທ່ານ Hunter Marston ເຊື່ອໝັ້ນວ່າ, ຫວຽດນາມ ສາມາດດຳລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ເປັນຢ່າງດີ ແລະຈະມີການປະກອບສ່ວນສໍາຄັນຕໍ່ບັນດາບັນຫາ ຄື: ກົດໝາຍສາກົນ, ຄວາມໝ້ັນຄົງໃນການເດີນທະເລ, ການຄ້າທົ່ວໂລກ, ການປົກປັກຮັກສາສິ່ງແວດລ້ອມ ແລະບັນດາສິ່ງທ້າທາຍລວມໃນພາກພື້ນ. ຕາມທ່ານ Hunter Marston ແລ້ວ, ປີ 2020, ພ້ອມກັບການດໍາລົງຕຳແໜ່ງເປັນປະທານອາຊຽນ, ເລື່ອງຮັບດໍາລົງສອງຕຳແໜ່ງທີ່ສໍາຄັນໃນພາບດຽວນັ້ນຈະນໍາມາເຊິ່ງບັນດາກາລະໂອກາດໃຫຍ່ເພື່ອໃຫ້ຫວຽດນາມ ມີການປະກອບຢ່າງແທດຈິງໃນບັນດາບັນຫາສາກົນ, ພ້ອມກັນນັ້ນສາມາດໂຄສະນາເຜີຍແຜ່ຮູບພາບກ່ຽວກັບປະເທດຊາດ ແລະຊາວຫວຽດນາມ ອອກສູ່ໂລກໃຫ້ຫຼາຍກວ່າອີກ.

ຜ່ານອາຍຸການ 2008-2009 ໄດ້ພິສູດໃຫ້ເຫັນວ່າຫວຽດນາມ ແມ່ນປະເທດທີ່ມີຄວາມຮັບຜິດຊອບ, ມີທັດສະນະຄ້າຍຄືກັນກັບບັນດາຄູ່ຮວມມືຕໍ່ບັນດາບັນຫາທີ່ມີຄວາມສະດຸ້ງໄວ, ມີກໍາລັງຄວາມສາມາດບືນຕົວຂຶ້ນເພື່ອປະກອບສ່ວນເຂົ້າສະພາຄວາມໝັ້ນຄົງ ສປຊ. ດ້ວຍບັນດາບົດຮຽນທີ່ມີຢູ່ແລ້ວແຕ່ອາຍຸການກ່ອນພ້ອມກັບການສະໜັບສະໜູນຈາກປະຊາຄົມສາກົນ ແລະຄວາມຕັດສິນໃຈກາຍເປັນ “ຄູ່ຮ່ວມມືເພື່ອສັນຕິພາບແບບຍືນຍົງ”, ຫວຽດນາມ ມີຄວາມສາມາດຢ່າງພຽງພໍເພື່ອປະຕິບັດສໍາເລັດໜ້າທີ່, ຕອບສະໜອງຄວາມຫວັງຂອງທຸກປະເທດທີິ່ໄດ້ສະໜັບສະໜູນ ແລະປ່ອນບັດໃຫ້ຫວຽດນາມ. ນີ້ກໍ່ແມ່ນກາລະໂອກາດຊ່ວຍໃຫ້ຫວຽດນາມ ສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າ, ແທດຈິງ ແລະມີຄວາມຮັບຜິດຊອບຕໍ່ສປຊ ເວົ້າລວມ ແລະສະພາຄວາມໝັ້ນຄົງ ສປຊ ເວົ້າສະເພາະ.

ໂດຍ: ທູຈາງ