ຂົວເຊື່ອມຕໍ່ສັນຕິພາບ, ການຮ່ວມມື ແລະພັດທະນາ

ໃນສະພາບການໂລກພວມມີການຜັນແປຢ່າງສັບສົນຄືປະຈຸບັນ, ສັນຕິພາບໄດ້ຖືວ່່າແມ່ນປັດໄຈສຳຄັນທີ່ສຸດຕໍ່ກັບການພັດທະນາຂອງແຕ່ລະປະເທດ, ພາກພື້ນ ແລະໂລກ. ເຊິ່ງແມ່ນປະເທດທີ່ຜ່ານຜ່າສົງຄາມມາເປັນເວລາຍາວນານ, ຫວຽດນາມ ປາດຖະໜາຢາກສະກັດກັ້ນສົງຄາມ ແລະພ້ອມກັບບັນດາປະເທດຕ່າງໆໃນໂລກກໍ່ສ້າງພື້ນຖານສັນຕິພາບແບບຍືນຍົງ. ພາຍຫຼັງສຳເລັດບົດບາດໃນອາຍຸການ 2008-2009 ເປັນຢ່າງດີນັ້ນ, ຫວຽດນາມ ໄດ້ສືບຕໍ່ອອກສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021. ການຕັດສິນໃຈນີ້ຂອງຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມປາດຖະໜາຢາກປະກອບສ່ວນຫຼາຍກວ່ານີ້ອີກເຂົ້າບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນໃນການຍົກສູງກົດໝາຍສາກົນ ແລະກົດບັດ ສປຊ, ຊຸກຍູ້ບົດບາດຂອງ ສປຊ  ແລະບັນດາລະບອບລະບຽບການຫຼາຍຝ່າຍ, ພິເສດແມ່ນໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ.

leftcenterrightdel
ວັນທີ 23 ພຶດສະພາ 2019, ຢູ່ ນິວຢອກ (ອາເມລິກາ), ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນວາລະປຶກສາຫາລືເປີດດ້ວຍຫົວຂໍ້ “ປົກປ້ອງສາມັນຊົນໃນການປະທະກັນດ້ວຍອາວຸດ”, ທ່ານ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ມີບົດກ່າວປາໄສທີ່ວາລະປຶກສາຫາລື. ໃນພາບແມ່ນບັນຍາກາດທີ່ວາລະປຶກສາຫາລືເປີດ. ພາບ: ສຳນັກຂ່າວສານຫວຽດນາມ.

ໃນຕະຫຼອດວິວັດທະນາການປະຫວັດສາດ, ຫວຽດນາມ ພຽງແຕ່ຢາກແມ່ນເພ່ືອນມິດ, ແມ່ນອ້າຍນ້ອງກັບຊົນຊາດຕ່າງໆໃນໂລກ. ເຊິ່ງແມ່ນສະມາຊິກທີ່ມີຄວາມຕັ້ງໜ້າຂອງອາຊຽນ, ຫວຽດນາມ ກຳລັງພ້ອມກັບບັນດາປະເທດສະມາຊິກອື່ນມານະພະຍາຍາມກໍ່ສ້າງປະຊາຄົມອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ ແລະສະໜິດຕິດພັນ, ຜ່ານນັ້ນປະກອບສ່ວນເຂົ້າໃນການຮັບປະກັນສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນຂອງພາກພື້ນ ແລະໂລກ.

ທ່ານ Kamal Malhotra ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ: ຖ້າວ່າຫວຽດນາມ ໄດ້ຮັບໄຊຊະນະໃນການເລືອກຕັ້ງ, ໃນໄລຍະທີ່ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ແລະພ້ອມທັງເປັນປະທານອາຊຽນ ປີ 2020, ຫວຽດນາມ ຈະມີບົດບາດແມ່ນຂົວເຊື່ອມຕໍ່ລະຫວ່າງພາກພື້ນ ແລະທົ່ວໂລກ, ຈາກນັ້ນຊ່ວຍແກ້ໄຂບັນດາບັນຫາເຄັ່ງຮ້ອນຂອງພາກພື້ນ ແລະໂລກ. ມີທັດສະນະຄືກັບທ່ານ Kamal Malhotra, ທ່ານ Antonio Alessandro ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ອີຕາລີ ປະຈຳຫວຽດນາມ ໃຫ້ຂໍ້ສັງເກດວ່າ: “ເມື່ອດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ຈະມີບັນດາການປະກອບສ່ວນສຳຄັນທີ່ສຸດເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບໃນໂລກ. ກໍ່ຄ້າຍຄືກັນກັບຄັ້ງທຳອິດທີ່ດຳລົງຕຳແໜ່ງນີ້ໃນອາຍຸການ 2008-2009, ຫວຽດນາມ ຈະພິສູດໃຫ້ເຫັນວ່າແມ່ນປະເທດທີ່ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ”.

ໃນບົດຂຽນທີ່ມີຫົວຂໍ້ “Vietnam Ready for a Seat at the UN Security Council” (ຫວຽດນາມ ກຽມພ້ອມ ໃຫ້ທີ່ນັ່ງຢູ່ ສະພາຄວາມໝັ້ນຄົງ ສປຊ) ໃນໜ້າແວັບໄຊສັງເກດ ແລະວິໄຈພູມສາດການເມືອງ Geo Political Monitor, ນັກຊ່ຽວຊານ James Borton ໃຫ້ຂ້ໍສັງເກດວ່າ: ຫວຽດນາມ ພວມນັບມື້ນັບສວມບົດບາດສຳຄັນຕໍ່ກັບຄວາມໝັ້ນຄົງສາກົນ, ໂດຍສະເພາະແມ່ນພາຍຫຼັງທີ່ຫວຽດນາມ ຈັດຕັ້ງສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ທ້າຍປີ 2017 ຢູ່ນະຄອນດ່ານັ້ງ ປະສົບຜົນສຳເລັດຢ່າງຈົບງາມ. ຕາມທ່ານ James Borton ແລ້ວ, ຜ່ານ 3 ທົດສະວັດ, ຫວຽດນາມ ໄດ້ຮັບການຮັບຮອງຈາກທົ່ວໂລກວ່າ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ເຄີຍຜ່ານການສົງຄາມມາຫຼາຍຄັ້ງ, ຫວຽດນາມ ຍາມໃດກໍ່ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ສປຊ ເພື່ອແນໃສ່ຍົກສູງບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ແລະກົດບັດ ສປຊ ໃນການແກ້ໄຂບັນດາການປະທະກັນສາກົນໂດຍສັນຕິວິທີ. 

ດ້ວຍທິດນຳທີ່ວ່າ “ຫວຽດນາມ ແມ່ນສະມາຊິກຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ” ເຊິ່ງພັກກອມມູນິດຫວຽດນາມ ໄດ້ຜັນຂະຫຍາຍຈາກກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ (ປີ 2011), ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມຊອກຫາມາດຕະການໃຫ້ແກ່ບັນດາບັນຫາເຄັ່ງຮ້ອນຂອງພາກພື້ນ ແລະໂລກ ເຊິ່ງປະຊາຄົມສາກົນມີຄວາມສົນໃຈ. ຍ້ອນເຫດນັ້ນ, ຫວຽດນາມ ຈຶ່ງໄດ້ຮັບຄວາມຫວັງຈາກປະຊາຄົມສາກົນວ່າຈະມີບັນດາການປະກອບສ່ວນຫຼາຍພໍສົມຄວນ ຖ້າວ່າໄດ້ກາຍເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021. ທ່ານເອກອັກຄະລັດຖະທູດ Dian Triansyah Djani, ຫົວໜ້າຄະນະຜູ້ຕາງໜ້າອິນໂດເນເຊຍ ປະຈຳ ສປຊ ສະແດງຄວາມເຊື່ອໝັ້ນວ່າ: ຖ້າວ່າໄດ້ຮັບໄຊຊະນະໃນການເລືອກຕັ້ງ, ຫວຽດນາມ ຈະດຳລົງຕຳແໜ່ງກຳມະການບໍ່ປະຈຳການຂອງຕົນຢູ່ສະພາຄວາມໝັ້ນຄົງ ສປຊ ໄດ້ເປັນຢ່າງດີ, ຍ້ອນວ່າ ຫວຽດນາມ ມີຄວາມໄວ້ເນື້ອເຊື່ອໃຈສູງທີ່ສຸດ. ສ່ວນທ່ານ Ian Martin, ອະດີດຜູ້ອຳນວຍການບໍລິຫານຂອງອົງການລາຍງານສະພາຄວາມໝັ້ນຄົງ ສປຊ ຢືນຢັນວ່າ: “ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2008-2009 ໄດ້ດີທີ່ສຸດ. ຫວຽດນາມ ກໍ່ມີບົດຮຽນສາກົນຫຼາຍຢ່າງ, ສະນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າຫວຽດນາມ ຈະມີບັນດາການປະກອບສ່ວນເປັນຢ່າງດີ ເມື່ອໄດ້ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021".

ໂດຍ: ແສງເດືອນ