ຂີດໝາຍຂອງຫວຽດນາມ ຢູ່ສະພາຄວາມໝ້ັນຄົງ ສປຊ

ພາຍຫຼັງເຂົ້າເປັນສະມາຊິກ ສປຊ, ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະປະກອບສ່ວນນັບມື້ນັບແທດຈິງເຂົ້າບັນດາຄວາມມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝ້ັນຄົງສາກົນ ແລະຊຸກຍູ້ການພັດທະນາແບບຍືນຍົງ. ທີ່ກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 62 ດຳເນີນໃນເດືອນ ຕຸລາ 2007, ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝ້ັນຄົງ ສປຊ ອາຍຸການ 2008 – 2009 ດ້ວຍຈຳນວນບັດສະໜັບສະໜູນສູງທີ່ສຸດ. ເຫດການນີ້ເປັນຂີດໝາຍເທື່ອທຳອິດທີ່ປະເທດຫວຽດນາມ ເຂົ້າຮ່ວມອົງການສໍາຄັນທີ່ສຸດຂອງ ສປຊ ດ້ວຍການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ.

leftcenterrightdel
ວາລະປະຊຸມຂອງສະພາຄວາມໝັ້ນຄົງ ສປຊ  ທີ່ມີການເຂົ້າຮ່ວມຂອງຫວຽດນາມ ໃນປີ 2009. ພາບ: Getty Image.

ໂດຍປະຕິບັດແນວທາງການພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ; ຫັນການພົວພັນເປັນຫຼາຍຮູບ, ຫຼາຍແບບ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ; ແມ່ນເພື່ອນມິດ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະສະມາຊິກທີ່ມີ ຄວາມຮັບຜິດຊອບໃນປະຊາຄົມສາກົນ, ຫວຽດນາມ ໄດ້ສຳເລັດບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2008-2009 ເປັນຢ່າງດີ.

ສະພາຄວາມໝັ້ນຄົງລວມມີ 15 ປະເທດສະມາຊິກ, ໃນນັ້ນມີ 5 ປະເທດແມ່ນກຳມະການປະຈຳການ (ອາເມລິກາ, ລັດເຊຍ, ຈີນ, ອັງກິດ, ຝະລັ່ງ, ເອີ້ນຊື່ຫຍໍ້ແມ່ນ P-5) ແລະ 10 ປະເທດສະມາຊິກບໍ່ປະຈຳການ (E-10) ໂດຍສະມັດຊາໃຫຍ່ ສປຊ ເລືອກຕັ້ງດ້ວຍອາຍຸການສອງປີສະຫຼັບກັນ. ທີ່ສະພາຄວາມໝ້ັນຄົງ, ແຕ່ລະສະມາຊິກປະຈຳການ ແລະບໍ່ປະຈຳການມີ 1 ບັດ. ເຖິງຢ່າງໃດກໍ່ຕາມ, ພຽງແຕ່ມີ 5 ສະມາຊິກປະຈຳການແມ່ນມີສິດຢັບຢັ້ງ. ເຖິງວ່າບໍ່ມີສິດຢັບຢັ້ງກໍ່ຕາມແຕ່ວ່າບົດບາດຂອງບັນດາປະເທດກຳມະການບໍ່ປະຈຳການກໍ່ມີຄວາມສຳຄັນທີ່ສຸດ ເມື່ອອີງໃສ່ກຳນົດທີ່ສະພາຄວາມໝັ້ນຄົງ, ການຕັດສິນບັນດາບັນຫາທີ່ມີລັກສະນະລະບຽບການຕ້ອງບັນລຸບັດສະໜັບສະໜູນຢ່າງໜ້ອຍສຸດແມ່ນ 9/15 ບັດ; ການຕັດສິນບັນດາບັນຫາແທດຈິງຕ້ອງໄດ້ຮັບບັດສະໜັບສະໜູນໜ້ອຍສຸດແມ່ນ 9 ບັດ ແລະບໍ່ຖືກສະມາຊິກປະຈຳການໃດຢັບຢັ້ງ.

ໃນຕະຫຼອດອາຍຸການ 2008-2009 ທີ່ ສະພາຄວາມໝັ້ນຄົງ, ຫວຽດນາມ ໄດ້ຜັນຂະຫຍາຍແນວທາງພົວພັນຕ່າງປະເທດຮັກຫອມສັນຕິພາບຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂການປະທະກັນ, ວິກິດການໃນໂລກ, ສະໜັບສະໜູນບັນດາມາດຕະການຜ່ານການເຈລະຈາສັນຕິພາບ, ຈຳກັດບັນດາມາດຕະການລົງໂທດອີງຕາມພື້ນຖານກົດໝາຍສາກົນ ແລະບັນດາຫຼັກການຂອງກົດບັດ ສປຊ ແລະຮັບປະກັນບັນດາສິດພື້ນຖານຂອງຊາດ. ທີ່ ສປຊ, ຫວຽດນາມ ໄດ້ເຂົ້າຮ່ວມຢ່າງເປັນເຈົ້າການ, ສະແດງຫຼັກໝັ້ນເອກະລາດເປັນເຈົ້າຕົນເອງ, ແກ້ໄຂຢ່າງຄ່ອງແຄ້ວເມື່ອມີບັນຫາແຕກຕ່າງກັນລະຫວ່າງບັນດາສະມາຊິກ, ໂດຍສະເພາະແມ່ນບັນດາປະເທດໃຫຍ່; ປະຕິບັດໄດ້ບັນດາເປົ້າໝາຍເຊິ່ງພັກ, ລັດ ແລະລັດຖະບານ ວາງອອກ, ມີບັນດາຂໍ້ລິເລີ່ມ ແລະການປະກອບສ່ວນຫຼາຍຢ່າງເຂົ້າການເຄື່ອນໄຫວຂອງສະພາຄວາມໝັ້ນ ຄົງ, ໄດ້ຮັບການຕີລາຄາສູງຈາກປະເທດຕ່າງໆ.

ບໍ່ພຽງແຕ່ສາມາດປະຕິບັດວຽກງານໄດ້ຢ່າງວ່ອງໄວ, ເຂົ້າຮ່ວມ 1.500 ກອງປະຊຸມຂອງສະພາຄວາມໝ້ັນຄົງຢ່າງຄົບຖ້ວນເທົ່ານັ້ນ ຫວຽດນາມ ຍັງຄົງປະກອບສ່ວນຢ່າງຕັ້ງໜ້າໃນທຸກບັນຫາຈາກການກ່າວຄຳເຫັນ, ເຂົ້າຮ່ວມການເຈລະຈາ, ປະກອບສ່ວນກໍ່ສ້າງມະຕິ, ເອກະສານສະບັບ ຕ່າງໆ. ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນປະທານ ແລະຮອງປະທານອະນຸກຳມະບານຈຳນວນໜຶ່ງຂອງສະພາຄວາມໝັ້ນຄົງ. ເປັນຜູ້ຕາງໜ້າຂອງ ອາຊີ, ຫວຽດນາມ ໄດ້ເອົາໃຈໃສ່ຊຸກຍູ້ການແກ້ໄຂບັນດາບັນຫາຢູ່ພາກພື້ນໂດຍສັນຕິວິທີ. ນອກຈາກນັ້ນ, ຫວຽດນາມ ກໍ່ເອົາໃຈໃສ່ຊຸກຍູ້ບັນດາບັນຫາຢູ່ພາກພື້ນອື່ນ, ຄື: ອາຟະລິກາ, ຕາເວັນອອກກາງ.

ກາຍເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງແມ່ນເປົ້າໝາຍ ແລະກາລະໂອກາດພິເສດເຊິ່ງບັນດາປະເທດສະມາຊິກ ສປຊ ສ່ວນຫຼາຍຖືເປັນສຳຄັນທີ່ສຸດ, ເພື່ອແນໃສ່ປົກປັກຮັກສາ ແລະຊຸກຍູ້ຜົນປະໂຫຍດແຫ່ງຊາດ; ຍົກສູງບົດບາດ, ຖານະບົດບາດສາກົນ; ສ້າງເງື່ອນ ໄຂເພື່ອເພີ່ມທະວີການພົວພັນກັບບັນດາປະເທດ, ໂດຍສະເພາະແມ່ນບັນດາປະເທດໃຫຍ່, ຜ່ານການເຂົ້າຮ່ວມປຶກສາຫາລື, ປະກອບ, ຕັດສິນບັນດາບັນຫາໃຫຍ່ທີ່ກ່ຽວຂ້ອງເຖິງສັນຕິພາບ ແລະຄວາມໝັ້ນຄົງຢູ່ພາກພື້ນ, ແລະໃນໂລກ.

ຍ້ອນເຫດນັ້ນ, ການເຄື່ອນໄຫວຂອງ ຫວຽດນາມ ທີ່ກົນໄກຮ່ວມມືຫຼາຍຝ່າຍສຳຄັນນີ້ປະກອບສ່ວນຍົກສູງຮູບພາບ, ຖານະບົດບາດຂອງ ຫວຽດນາມ; ເພີ່ມທະວີການພົວພັນລະຫວ່າງຫວຽດນາມ ແລະບັນດາປະເທດໃນໂລກ. ນີ້ກໍ່ແມ່ນພະຍານຫຼັກຖານລະອຽດ, ຈະແຈ້ງກ່ຽວກັບ ປະເທດຫວຽດນາມ ທີ່ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ. ທ່ານເລຂາທິການໃຫຍ່ ສປຊ ແລະການນຳຫຼາຍປະເທດ, ພິເສດແມ່ນບັນດາປະເທດໃຫຍ່, ບັນດາຄູ່ຮ່ວມມືສຳຄັນ ແລະໃນພາກພື້ນລ້ວນແຕ່ຕີລາຄາສູງບັນດາການປະກອບສ່ວນຂອງ ຫວຽດນາມ ທີ່ສະພາຄວາມໝັ້ນຄົງ ແລະປາດຖະໜາວ່າ ຫວຽດນາມ ຮັກສາບົດບາດໃຫຍ່ກວ່າໃນບັນດາບັນຫາສາກົນ. ພິເສດ, ບັນດາປະເທດບໍ່ຮ່ວມກຸ່ມ, ພວມພັດທະນາຕີລາຄາວ່າ ຫວຽດນາມ ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການເສີມຂະຫຍາຍບົດບາດ ແລະທັດສະນະຂອງບັນດາປະເທດບໍ່ຮ່ວມກຸ່ມ, ພວມພັດທະນາຜ່ານການທາບທາມຄຳເຫັນຈາກບັນດາປະເທດນີ້ເປັນປະຈຳ, ໂດຍສະເພາະແມ່ນໃນການຮຽບຮຽງບົດລາຍງານການເຄ່ືອນໄຫວໃນປີຂອງສະພາຄວາມໝັ້ນຄົງ.

ໃນຖານະຕຳແໜ່ງແມ່ນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ, ຫວຽດນາມ ມີກາລະໂອກາດປະກອບສ່ວນຢ່າງຕັ້ງໜ້າກວ່າເຂົ້າກິດຈະການຮັກສາສັນຕິພາບ ແລະຄວາມໝັ້ນຄົງຂອງໂລກ, ຜ່ານນັ້ນຮັບປະກັນຮັກສາສະພາບແວດລ້ອມຄວາມໝັ້ນຄົງຂອງຕົນ, ສ້າງເງ່ືອນໄຂສະດວກກວ່າໃຫ້ພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດ.

ໂດຍ: ແສງເດືອນ