ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທງເຊິນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນແຫ່ງການເຊື່ອມໂຍງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຂົ້າກັບສາກົນ, ໃນນັ້ນເນັ້ນໜັກເຖິງການເຊື່ອມໂຍງເຂົ້າກັບສາກົນຮັບປະກັນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອສ້າງສາ ແລະປົກປັກຮັກສາປະເທດຊາດ.

ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ຂໍທ່ານຕີລາຄາຄວາມໝາຍ, ໝາກຜົນຂອງການເຊື່ອມໂຍງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຂົ້າກັບສາກົນຕາມມະຕິເລກທີ 22-NQ/TW ລົງວັນທີ 10 ເມສາ 2013 ຂອງກົມການເມືອງ ຊຸດທີ  XI?

leftcenterrightdel
ທ່ານ ບຸ່ຍແທງເຊິນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ໃຫ້ສຳພາດຕໍ່ສື່ມວນຊົນ. ພາບ: ເຟືອງລິງ.


ທ່ານ ບຸ່ຍແທງເຊິນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ: ໝາກຜົນກວມລວມຂອງການເຊື່ອມໂຍງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຂົ້າກັບສາກົນມີຄວາມໝາຍສຳຄັນໃນການຮັບປະກັນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອສ້າງສາ ແລະປົກປັກຮັກສາປະເທດຊາດ. ການເຊື່ອມໂຍງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຂົ້າກັບສາກົນ ມີການປະກອບສ່ວນຢ່າງແທດຈິງໃຫ້ແກ່ພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນ 3 ແງ່ມຸມ:

ທີໜຶ່ງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຜົນປະໂຫຍດລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມື, ພິເສດແມ່ນບັນດາຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ. ບັນດາຄູ່ຮ່ວມມືລ້ວນແຕ່ຖືເປັນສຳຄັນ, ໄວ້ວາງໃຈ ແລະປາດຖະໜາຢາກເພີ່ມທະວີການພົວພັນກັບຫວຽດນາມ.

ທີສອງ, ຫວຽດນາມ ໄດ້ເປັນເຈົ້າການແບກຫາບ ແລະຕັ້ງໜ້າປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະທົ່ວໂລກ. ຈຸດໃໝ່ທີ່ສຸດໃນໄລຍະຜ່ານມາແມ່ນການປະກອບສ່ວນຂອງຫວຽດນາມ ໃຫ້ແກ່ກຳລັງຮັກສາສັນຕິພາບສະຫະປະຊາຊາດ. ຈາກນັ້ນ, ພວກເຮົາຢັ້ງຢືນໄດ້ບົດບາດສຳຄັນຂອງການພົວພັນຕ່າງປະເທດດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງຫວຽດນາມ ແລະຍົກສູງຖານະບົດບາດຂອງປະເທດໃນເວທີສາກົນ, ປະກອບສ່ວນຢ່່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະສາກົນ, ພ້ອມກັນນັ້ນປະກອບສ່ວນຍາດແຍ່ງບັນດາແຫຼ່ງກຳລັງພາຍນອກໃຫ້ການປົກປັກຮັກສາອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.

ທີສາມ, ການເຊື່ອມໂຍງເຂົ້າກັບສາກົນດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບປະກອບສ່ວນປັບປຸງ ແລະພັດທະນາບັນດາຂົງເຂດເສດຖະກິດ, ສັງຄົມ, ວິທະຍາສາດ, ເຕັກໂນໂລຢີ, ການແພດ, ການສຶກສາ. ເຄືອຂ່າຍ 30 ປະເທດຄູ່ຮ່ວມມືຍຸດທະສາດ ແລະຄູ່ຮ່ວມມືຮອບດ້ານ ຊ່ວຍຮັບປະກັນ 8/10 ຕະຫຼາດສົ່ງອອກຫຼັກຂອງຫວຽດນາມ ດ້ວຍ 60,7% ຍອດມູນຄ່າສົ່ງອອກ; 9/10 ຕະຫຼາດນຳເຂົ້າຕົ້ນຕໍດ້ວຍ 74,7% ຍອດມູນຄ່ານໍາເຂົ້າ; 76,7% ຍອດປະລິມານນັກທ່ອງທ່ຽວ ແລະ 74% ຍອດຈຳນວນເງິນລົງທຶນຈາກຕ່າງປະເທດເຂົ້າຫວຽດນາມ.

ໝາກຜົນສຳຄັນທີ່ສຸດໜຶ່ງອີກແມ່ນໃນວິວັດການເຊື່ອມໂຍງ, ຫວຽດນາມ ໄດ້ພັດທະນາກຳລັງຄວາມສາມາດແຫ່ງຊາດຢ່າງບໍ່ຢຸດຢັ້ງ, ພິເສດແມ່ນໃນການປັບປຸງແຜນນະໂຍບາຍ, ນະໂຍບາຍ ແລະຄຸນນະພາບແຫຼ່ງຊັບພະຍາກອນມະນຸດ. ກົງຈັກ, ແຫຼ່ງຊັບພະຍາກອນມະນຸດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ຫວຽດນາມ ກຳລັງ ແລະຈະຮັບພາລະໜ້າທີ່ສຳຄັນຫຼາຍຢ່າງ, ມີການປະກອບສ່ວນສຳຄັນເຂົ້າໃນການຊອກຫາມາດຕະການໃຫ້ແກ່ບັນຫາຕ່າງໆ ຄື: ທະເລຕາເວັນອອກ, ວິວັດທະນາການປອດນິວເຄຼຍ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເປັນຕົ້ນແມ່ນຢູ່ບັນດາເວທີປາໄສອາຊຽນ, ສະຫະປະຊາຊາດ...

ນັກຂ່າວ: ທ່ານຮອງລັດຖະມົນຕີ ຕີລາຄາຄືແນວໃດກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ ເພື່ອໝູນໃຊ້ ແລະເສີມຂະຫຍາຍຜົນປະໂຫຍດ ເຊິ່ງການເຊື່ອມໂຍງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຂ້ົາກັບສາກົນນຳມາໃຫ້?

ທ່ານ ບຸ່ຍແທງເຊິນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ: ການເຊື່ອມໂຍງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຂ້ົາກັບສາກົນ ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ພວກເຮົາຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ. ເມື່ອເຂົ້າຮ່ວມການເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດນີ້, ພວກເຮົາກໍ່ໄດ້ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງລວມຂອງໂລກ. ຍ້ອນເຫດນັ້ນ, ຖານະບົດບາດຂອງປະເທດໄດ້ຮັບການຍົກສູງ, ຄວາມເອົາໃຈໃສ່ຂອງປະຊາຄົມສາກົນກໍ່ນັບມື້ນັບເພີ່ມຂຶ້ນ, ຜ່ານນັ້ນປັບປຸງໄດ້ຖານະບົດບາດຂອງປະເທດຊາດຢ່າງໝັ້ນຄົງເຂັ້ມແຂງຂຶ້ນຕື່ມ, ສ້າງພື້ນຖານເພື່ອປະຕິບັດທິດນຳ ເຊິ່ງ ພັກ ແລະລັດ ໄດ້ວາງອອກແມ່ນປົກປັກຮັກສາປະເທດຊາດແຕ່ໄກ.

ນັກຂ່າວ: ຂໍທ່ານເວົ້າແຈ້ງກວ່າກ່ຽວກັບການໝູນໃຊ້ທິດນຳປົກປັກຮັກສາປະເທດຊາດແຕ່ໄກໃນສະພາວະການປະຈຸບັນ?

ທ່ານ ບຸ່ຍແທງເຊິນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ: ການເຊື່ອມໂຍງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຂ້ົາກັບສາກົນຈະຊ່ວຍເພີ່ມທະວີ, ເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືສຳຄັນ, ເປັນຕົ້ນແມ່ນບັນດາຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ ແລະເພື່ອນມິດທີ່ເປັນມູນເຊື້ອເລິກເຊິ່ງກວ່າ, ຜ່ານນັ້ນຮັບປະກັນໄດ້ສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ. ເມື່ອພວກເຮົາເສີມຂະຫຍາຍໄດ້ບົດບາດໃນອົງການຈັດຕັ້ງ, ເວທີປາໄສຫຼາຍຝ່າຍຕ່າງໆ ອິດທິພົນຊື່ສຽງ ແລະຖານະບົດບາດຂອງພວກເຮົາຈະໄດ້ຮັບການຍົກສູງຂຶ້ນ. ບັນດາຄູ່ຮ່ວມມືລ້ວນແຕ່ຢາກເພີ່ມທະວີການພົວພັນຮ່ວມມືກັບຫວຽດນາມ ເພື່ອແນໃສ່ປະກອບສ່ວນເຂົ້າໃນການປົກປັກຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ກໍຄືອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.

ຜ່ານການເຊື່ອມໂຍງເຂົ້າກັບສາກົນ, ການຮ່ວມມືດ້ານປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບຂອງຫວຽດນາມ ກັບແຕ່ລະຄູ່ຮ່ວມມືໃນຂົງເຂດຕ່າງໆຈະປະກອບສ່ວນສຳຄັນເຂົ້າໃນການຍົກສູງກຳລັງແຮງບົ່ມຊ້ອນດ້ານປ້ອງກັນຊາດ, ກໍຄືຄວາມໝັ້ນຄົງແຫ່ງຊາດຂອງຫວຽດນາມ.

ໂດຍ: ແສງເດືອນ