ໜັງສືພິມ Youm7 ເນັ້ນໜັກວ່າ, ສອງປະເທດລ້ວນແຕ່ໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມືດ້ານການຄ້າສອງຝ່າຍ ແລະສູ້ຊົນຍົກວົງເງິນການຄ້າສອງສົ້ນຂຶ້ນເຖິງ 1 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງ, ສຸມໃສ່ເຂົ້າຜະລິດຕະພັນປະເພດຕ່າງໆທີ່ມີທ່າແຮງ, ຄື: ສິນໃນນໍ້າ, ຜະລິດຕະພັນກະເສດ ແລະເຄື່ອງຕໍ່າເຜ່ນຕັດຫຍິບ (ຈາກຫວຽດນາມ) ກໍ່ຄື ທາດເຄມີ, ຝຸ່ນ, ຢາ (ຈາກ ເອຢິບ). ການຮ່ວມມືດ້ານການລົງທຶນລະຫວ່າງຫວຽດນາມ ແລະເອຢິບ ໄດ້ຮັບການຕີລາຄາວ່າມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ, ເປັນຕົ້ນແມ່ນໃນບັນດາຂະແໜງການ, ຄື: ການປຸງແຕ່ງທັນຍາຫານ Halal, ຕໍ່າເຜ່ນຕັດຫຍິບ, ພະລັງງານສະອາດ ແລະໂລຈິດສະຕິກ.

ໃນຂະນະນັ້ນ, ໜັງສືພິມ Al-Ahram ຕີລາຄາວ່າ ການຢ້ຽມຢາມທາງລັດຖະກິດ ເຖິງ ເອຢິບ ຂອງທ່ານປະທານປະເທດ ເລືອງເກື່ອງ ເປັນຂີດໝາຍແຫ່ງບາດກ້າວເດີນທີ່ແທດຈິງໃນການປະຕິບັດຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງສອງຝ່າຍ. ສ່ວນໜັງສືພິມ  Al-Gomhuria ແລະ El-Balad ຂອງເອຢິບ ໃຫ້ຂໍ້ສັງເກດວ່າ ສອງປະເທດມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງເພື່ອຍູ້ແຮງການຮ່ວມມືດ້ານການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ. ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວແຫ່ງໃໝ່ ແລະດຶງດູດນັກທ່ອງທ່ຽວຈາກຕາເວັນອອກກາງ ແລະອາຟຣິກາເໜືອ ເວົ້າລວມ ແລະເອຢິບ ເວົ້າສະເພາະ. ໃນຂະນະນັ້ນ, ເອຢິບ ທີ່ມີສິ່ງມະຫັດສະຈັນຄື ປີລະມິດ Giza, ແມ່ນ້ຳ Nile, ຫໍພິພິທະພັນເອຢິບ... ແມ່ນເໝາະສົມທີ່ສຸດເພື່ອໂຄສະນາເຜີຍແຜ່ໃຫ້ນັກທ່ອງທ່ຽວຫວຽດນາມ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ​ແລະທ່ານ​ Abdel Fattah Al Sisi ປະທານາທິບໍດີເອຢິບ ທີ່​ການພົບປະສື່ມວນຊົນ. ພາບ: qdnd.vn

ກ່ຽວກັບການຮ່ວມມືດ້ານພະລັງງານ ແລະການຫັນປ່ຽນສີຂຽວ, ສື່ມວນຊົນເອຢິບ ໃຫ້ຂໍ້ສັງເກດວ່າ ສອງປະເທດຍັງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານທົດແທນ. ຫວຽດນາມ ມີທ່າແຮງດ້ານພະລັງງານແສງຕາເວັນ ແລະພະລັງງານແຮງລົມ, ໃນຂະນະທີ່ ເອຢິບ ພວມຍູ້ແຮງໂຄງການພັດທະນາ hydrogen ສີຂຽວ ແລະໄຟຟ້າແຮງລົມຢູ່ເຂດທະເລແດງ.

ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະລັດຖະສະພາ, ໜັງສືພິມ Daily News ແລະໜັງສືພິມ El-Watan ຂອງເອຢິບ ຖືວ່າ ສອງປະເທດພວມມຸ່ງໄປເຖິງການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ອຸດສາຫະກຳປ້ອງກັນຊາດ, ຄວາມໝັ້ນຄົງທາງທະເລ ແລະຕ້ານການກໍ່ການຮ້າຍ. ນອກຈາກນັ້ນ, ສື່ມວນຊົນເອຢີບ ຍັງຕີລາຄາຄວາມຫວັງໃນການຊຸກຍູ້ການທູດລັດຖະສະພາ ແລະການພົບປະແລກປ່ຽນຄະນະຜູ້ແທນລະຫວ່າງສະພາແຫ່ງຊາດສອງປະເທດ ແມ່ນປັດໄຈທີ່ຊ່ວຍປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ.

ສື່ມວນຊົນເອຢິບ ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ແລະເອຢິບ ມີຫຼັກໝັ້ນຄ້າຍຄືກັນຢູ່ບັນດາເວທີປາໄສຄື: ສະຫະປະຊາຊາດ (ສປຊ), ຂະບວນການບໍ່ຮ່ວມກຸ່ມ ແລະ G77+ ຈີນ. ໜັງສືພິມອື່ນໆຂອງເອຢິບ ຖືວ່າ ຫວຽດນາມ ແລະເອຢິບ ຄວນໝູນໃຊ້ບົດບາດເປັນປະຕູຍຸດທະສາດ, ສໍາລັບຫວຽດນາມ ເປັນຂົວເຊື່ອມຕໍ່ອາຊຽນ, ໃນຂະນະທີ່ ເອີຢິບ ເປັນປະຕູເຂົ້າສູ່ອາຟະລິກາ ແລະບັນດາປະເທດອາຣັບ.

ການຢ້ຽມຢາມເອຢິບ ຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ເປີດກາລະໂອກາດເພື່ອໃຫ້ສອງປະເທດເສີມຂະຫຍາຍທີ່ຕັ້ງຍຸດທະສາດຂອງຕົນໃນການເຊື່ອມຕໍ່ພາກພື້ນ ແລະຊຸກຍູ້ການພົວພັນລະຫວ່າງອາຊຽນ ກັບພາກພື້ນຕາເວັນອອກກາງ - ອາຟຣິກາເໜືອ.

ໂດຍ: ທູຈາງ