ທີ່ການພົບປະສອງຝ່າຍ, ທ່ານ ເຈິ່ນແທັງເໝີນ ປະທານສະພາແຫ່ງຊາດ  ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືລັດຖະສະພາໃຫ້ກາຍເປັນເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນສະພາແຫ່ງຊາດທຸກຂັ້ນ; ບັນດາສະມາຊິກສະພາແຫ່ງຊາດ, ຄະນະຜູ້ແທນສະພາປະຊາຊົນທ້ອງຖິ່ນ ສອງປະເທດ; ສະໜັບສະໜູນ ເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສລັດຖະສະພາຢູ່ພາກພື້ນ ແລະ ໃນໂລກ.

leftcenterrightdel
ທ່ານ ເຈິ່ນແທັງເໝີນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Zhao Leji ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ. ພາບ: ຫວຽດຈູງ

ໂດຍຕາງໜ້າພັກ, ລັດ ແລະ ປະຊາຊົນຈີນ, ທ່ານ Zhao Leji ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ເນັ້ນໜັກວ່າ, ຈີນ ພ້ອມແລ້ວຈະພ້ອມກັບຫວຽດນາມ ຫັນຄວາມຮັບຮູ້ລວມຂອງເລຂາທິການໃຫຍ່ສອງປະເທດ ເປັນລະອຽດ, ນຳການພົວພັນລະຫວ່າງສອງພັກ, ສອງລັດໃຫ້ພັດທະນາຕາມການກຳນົດທິດ “6 ກວ່າ”. ຕາມນັ້ນແລ້ວ, ຈີນພ້ອມແລ້ວທີ່ຈະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮັກສາການພົບປະແລກປ່ຽນຂັ້ນສູງ; ຜັນຂະຫຍາຍການພົບປະແລກປ່ຽນ, ແບ່ງປັນບົດຮຽນການຄຸ້ມຄອງພັກ ແລະການບໍລິຫານປະເທດ; ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືຢ່າງແທດຈິງ; ເພີ່ມທະວີການສົມທົບກັນຢູ່ບັນດາກົນໄກລັດຖະສະພາຫຼາຍຝ່າຍ…

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ຫວຽດຈູງ

ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນຫາທະເລ, ເຫັນດີປະຕິບັດຄວາມຮັບຮູ້ລວມຂັ້ນສູງ, ສົມທົບກັນແກ້ໄຂບັນດາບັນຫາຢູ່ທະເລຢ່າງສົມເຫດສົມຜົນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ.

ພາຍຫຼັງການພົບປະສອງຝ່າຍ, ທ່ານ ເຈິ່ນແທັງເໝີນ ແລະທ່ານ Zhao Leji ໄດ້ເປັນປະທານຮ່ວມວາລະປະຊຸມລວມຄັ້ງທີ 1 ຄະນະກຳມະການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາຜູ້ແທນປະຊາຊົນທົ່ວປະເທດຈີນ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ