ປະທານປະເທດ ເລືອງເກື່ອງ ເປັນປະທານພິທີຕ້ອນຮັບປະທານາທິບໍດີລິດວາ ຢ່າງເປັນທາງການ
ກປ.ອອນໄລ - ຕອນເຊົ້າວັນທີ 12 ມິຖຸນາ, ທີ່ທໍານຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານ Gitanas Nauseda ປະທານາທິບໍດີລິດວາ ແລະພັນລະຍາ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດ ແລະທ່ານ Gitanas Nauseda ປະທານາທິບໍດີລິດວາ ທີ່ພິທີຕ້ອນຮັບ. ພາບ: qdnd.vn |
ນີ້ແມ່ນການຢ້ຽມຢາມຂັ້ນສູງຄັ້ງທໍາອິດຂອງປະມຸກລັດລິດວາ ມາຫວຽດນາມ ໃນຊຸມປີຜ່ານມາ, ແມ່ນເຫດການການທູດທີ່ມີຄວາມໝາຍສໍາຄັນ, ສະແດງການຖືເປັນສໍາຄັນຂອງສອງປະເທດສໍາລັບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືດ້ານຕ່າງໆ, ພ້ອມທັງເປີດໜ້າປະຫວັດສາດໃໝ່ໃຫ້ການພົວພັນສອງຝ່າຍ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Gitanas Nauseda ປະທານາທິບໍດີລິດວາ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn |
    |
 |
ທ່ານ ເລືອງເກື່ອງ ປະທານປະເທດ ແລະພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານ Gitanas Nauseda ປະທານາທິບໍດີລິດວາ ແລະພັນລະຍາ. ພາບ: qdnd.vn |
ຫວຽດນາມ ແລະລິດວາ ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການເມື່ອວັນທີ 18 ມີນາ ປີ 1992. ກວ່າ 3 ທົດສະວັດຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືດ້ານຕ່າງໆລະຫວ່າງສອງປະເທດຍາມໃດກໍ່ໄດ້ຮັບການເພີ່ມທະວີ, ໃນນັ້ນພົ້ນເດັ່ນແມ່ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຮ່ວມມື ແລະລັກສະນະໜູນຊ່ວຍກັນສູງລະຫວ່າງສອງພື້ນຖານເສດຖະກິດເຖິງວ່າຂອບຂະໜາດ ແລະພູມີປະເທດແຕກຕ່າງກັນ.
ຫວຽດນາມ ຍາມໃດກໍ່ຖືລິດວາ ເປັນຄູ່ຮ່ວມມືເພື່ອນມິດທີ່ຈິງໃຈຢູ່ພາກພື້ນເອີລົບຕາເວັນອອກກາງ, ໃນຂະນະທີ່ ລິດວາ ຕີລາຄາສູງບົດບາດທີ່ນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ ຢູ່ພາກພື້ນອາຊີຕາເວັນສ່ຽງໃຕ້ ແລະອາຊຽນ. ສອງປະເທດສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍຄື ສປຊ, ເວທີປາໄສຮ່ວມມືອາຊີ-ເອີລົບ (ASEM), ອາຊຽນ-ອີຢູ...
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ຫວຽດນາມ ແລະລິດວາ ຍັງມີຫຼາຍຂົງເຂດຮ່ວມມືທີ່ມີແງ່ຫວັງ, ພິເສດເມື່ອສອງພື້ນຖານເສດຖະກິດມີລັກສະນະຊ່ວຍເຫຼືອກັນສູງ ແລະລ້ວນແຕ່ພວມມຸ່ງເຖິງບັນດາຮູບການພັດທະນາແບບຍືນຍົງ, ຫັນປ່ຽນສີຂຽວ ແລະຫັນປ່ຽນດີຈີຕອນ.
ລິດວາ ແມ່ນໜຶ່ງໃນບັນດາປະເທດນໍາໜ້າຢູ່ເອີລົບ ກ່ຽວກັບການພັດທະນາລັດຖະບານເອເລັກໂຕນິກ, ບໍລິຫານດີຈີຕອນ ແລະເລີ່ມດໍາເນີນທຸລະກິດດ້ານເຕັກໂນໂລຢີ, ໃນຂະນະນັ້ນທີ່ຫວຽດນາມ ກໍ່ພວມຍູ້ແຮງຍຸດທະສາດຫັນປ່ຽນດີຈີຕອນແຫ່ງຊາດຮອດປີ 2030. ການຮ່ວມມືດ້ານການສຶກສາ-ບໍາລຸງສ້າງ ແລະວິທະຍາສາດເຕັກໂນໂລຢີ ກໍ່ແມ່ນຈຸດພົ້ນເດັ່ນໃນການພົວພັນສອງປະເທດ. ນອກຈາກນັ້ນ, ສອງປະເທດຍັງມີຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານກະສິກໍາເຕັກໂນໂລຢີສູງ, ການແພດ-ການຢາ, ປົກປັກຮັກສາສິ່ງແວດລ້ອມ, ການທ່ອງທ່ຽວ-ວັດທະນະທໍາ, ການຮ່ວມມືດ້ານແຮງງານທີ່ມີຄຸນນະພາບສູງ...
ພາຍຫຼັງພິທີຕ້ອນຮັບ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Gitanas Nauseda ປະທານາທິບໍດີລິດວາ ນໍາໜ້າຄະນະຜູ້ແທນຂັ້ນສູງດໍາເນີນການພົບປະສອງຝ່າຍ, ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະສະເໜີທິດທາງຮ່ວມມືຕ່າງໆໃນໄລຍະຈະມາເຖິງ. ການນໍາສອງທ່ານ ກໍ່ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືສະບັບຕ່າງໆລະຫວ່າງບັນດາກະຊວງ, ຂະແໜງການ ແລະຄູ່ຮ່ວມມືສອງປະເທດ.
ໂດຍ: ໄຊນີດາ