leftcenterrightdel
ທ່ານເອກອັກຄະລັດຖະທູດ ຫງວຽນນາມເຢືອງ ຍື່ນສານຕາຕັ້ງມາຍັງທ່ານ Mahmoud Abbas ປະທານາທິບໍດີ  ປາແລັດສະຕິນ. ພາບ: ສະຖານທູດ ຫວຽດນາມ ປະຈຳ ອີຢິບ

ໃນວາລະດັ່ງກ່າວ, ທ່ານປະທານາທິບໍດີ Mahmoud Abbas ໄດ້ສົ່ງຄຳອວຍພອນປີໃໝ່ມາຍັງການນຳ ແລະປະຊາຊົນຫວຽດນາມ. ທ່ານປະທານາທິບໍດີ Mahmoud Abbas ຕີລາຄາສູງບັນດາຜົນງານອັນຍິ່ງໃຫຍ່ເຊິ່ງ ຫວຽດນາມ ບັນລຸໄດ້ໃນ 40 ປີແຫ່ງການປ່ຽນແປງໃໝ່, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ແມ່ນແບບຢ່າງໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະການພັດທະນາປະເທດ ກໍຄືໃນການລະດົມຄວາມສະໜັບສະໜູນ, ຄວາມສາມັກຄີຈາກປະຊາຄົມສາກົນຢ່າງມີປະສິດທິຜົນ ເຊິ່ງບັນດາປະເທດຄວນຮຽນຮູ້.

ສ່ວນທ່ານ ຫງວຽນນາມເຢືອງ ໄດ້ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ສະໜັບສະໜູນພາລະກິດຕໍ່ສູ້ຢ່າງຊອບທຳຂອງປະຊາຊົນ ປາແລັດສະຕິນ, ສະໜັບສະໜູນມາດຕະການສອງລັດ ແລະຖານະສະມາຊິກທີ່ສົມບູນຂອງປາແລັດສະຕິນ ຢູ່ ສປຊ, ຮັບປະກັນສິດຊົນຊາດທີ່ບໍ່ອາດລ່ວງລ້ຳໄດ້ຂອງຊາວປາແລັດສະຕິນ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ