ລະດູບານໃໝ່ ປີມະເມຍ ໄດ້ວຽນມາແລ້ວ, ໃນຈຸດເວລາສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່, ຂ້າພະເຈົ້າຂໍສົ່ງຄໍາອວຍພອນປີໃໝ່ສະຫງົບສຸກ, ແຂງແຮງ ແລະຄວາມຜາສຸກມາສູ່ພີ່ນ້ອງຮ່ວມຊາດ, ສະຫາຍ, ນັກຮົບໃນທົ່ວປະເທດ ແລະພີ່ນ້ອງຮ່ວມຊາດ ອາໄສຢູ່ຕ່າງປະເທດ. ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດມາຍັງປະຊາຊົນ, ເພື່ອນມິດສາກົນ,  ອວຍພອນບຸນປີໃໝ່ມີສັນຕິພາບ ຄວາມຜາສຸກ ແລະພ້ອມກັນພັດທະນາ.

leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ  ອວຍພອນບຸນປີໃໝ່ປະຈໍາຊາດ ປີມະເມຍ 2026. ພາບ: ຈູງຮ໊ຽວ

ປີມະເສັງ 2025 ຜ່ານມາ, ປະເທດຫວຽດນາມ ໄດ້ຜ່ານໄລຍະທາງເປັນຂີດໝາຍຫຼາຍເຫດການສຳຄັນ, ມີຄວາມໝາຍພິເສດ ແລະບັນລຸໄດ້ບັນດາຜົນງານທີ່ເປັນໜ້າເອກອ້າງທະນົງໃຈ; ພ້ອມທັງກໍ່ແມ່ນປີໜຶ່ງທີ່ປະເທດຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການດ້ວຍການຫັນປ່ຽນຢ່າງວ່ອງໄວ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງສະພາບການໂລກ ແລະພາກພື້ນ, ພ້ອມກັບໄພທໍາມະຊາດທີ່ຮ້າຍແຮງ, ອັນໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງ ແລະກໍ່ຄວາມເຈັບປວດ, ຄວາມເສຍຫາຍໃຫ້ແກ່ພີ່ນ້ອງຮ່ວມຊາດເຮົາ.

ດ້ວຍຄຸນທາດອັນອົງອາດກ້າແກ່ນ, ເຈດຈໍານົງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມ ໄດ້ສາມັກຄີກັນ, ຮ່ວມແຮງຮ່ວມໃຈເສີມຂະຫຍາຍກຳລັງແຮງທົ່ວປວງຊົນທັງຊາດ ແລະໄດ້ຮັບການຊ່ວຍເຫຼືອຈາກເພື່ອນມິດສາກົນ, ພວກເຮົາໄດ້ປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກ, ດ້ວຍບັນດາຂີດໝາຍທີ່ພົ້ນເດັ່ນ, ຄື: ເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົນຖ້ວນ, ສະພາບແວດລ້ອມແຫ່ງສັນຕິພາບໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ; ການເຕີບໂຕເສດຖະກິດ ແມ່ນຢູ່ໃນກຸ່ມນຳໜ້າໃນໂລກ, ກາຍເປັນປະເທດທີ່ມີລາຍຮັບປານກາງສູງ; ການເມືອງ, ສັງຄົມມີສະຖຽນລະພາບ; ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ ແລະເພີ່ມທະວີ; ການພົວພັນຕ່າງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນໄດ້ຮັບການຍູ້ແຮງ, ຖານະບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມ ສືບຕໍ່ໄດ້ຮັບການຍົກສູງໃນເວທີສາກົນ; ສ້າງພື້ນຖານສຳຄັນເພື່ອໃຫ້ປະເທດຫວຽດນາມ ກ້າວເຂົ້າສູ່ສັງກາດພັດທະນາໃໝ່.

ກ້າວເຂົ້າສູ່ປີໃໝ່ ປີມະເມຍ 2026 - ແມ່ນປີທຳອິດທີ່ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ດ້ວຍມູນເຊື້ອຮັກຊາດ, ຈິດໃຈສາມັກຄີ, ເຈດຈໍານົງອົງອາດກ້າແກ່ນ ແລະຄວາມຄາດຫວັງບືນຕົວຂຶ້ນຢ່າງແຂງແຮງ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາ ຈະສືບຕໍ່ສາມັກຄີ, ຮ່ວມແຮງຮ່ວມໃຈ, ຍາດແຍ່ງທຸກກາລະໂອກາດ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ເສີມຂະຫຍາຍຈິດໃຈເຊື່ອໝັ້ນຕົນເອງ, ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມເອກອ້າງທະນົງໃຈຂອງຊາດ, ປ່ຽນແປງໃໝ່ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງ, ກະທຳຢ່າງຂ້ຽວຂາດ ເພື່ອຫັນເປົ້າໝາຍກໍ່ສ້າງປະເທດຫວຽນາມ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ ແລະຜາສຸກໃຫ້ປະກົດຜົນເປັນຈິງ.

ໃນຄວາມມ່ວນຊື່ນຕ້ອນຮັບລະດູບານໃໝ່, ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍອວຍພອນໃຫ້ພີ່ນ້ອງຮ່ວມຊາດ, ສະຫາຍ, ນັກຮົບໃນທົ່ວປະເທດ ແລະພີ່ນ້ອງຮ່ວມຊາດອາໄສຢູ່ຕ່າງປະເທດ ປີໃໝ່ໄຊຊະນະໃໝ່, ຜົນສຳເລັດໃໝ່; ປະເທດຊາດ ແລະປະຊາຊົນຫວຽດນາມ ນັບມື້ນັບວັດທະນາຖາວອນ, ມີຊີວິດອີ່ມໜໍາສໍາລານ, ເສລີພາບ ແລະຄວາມຜາສຸກ.

ດ້ວຍຄວາມຮັກແພງອັນສະໜິດສະໜົມ ແລະເດັດຂາດມີໄຊ!

ໂດຍ: ເຈິ່ນຮວ່ຽນ