leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ອອກຈາກນະຄອນຫຼວງຮ່າໂນ້ຍ, ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ເຂົ້າຮ່ວມຄະນະມີສະຫາຍ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແລະບັນດາສະຫາຍກໍາມະການກົມການເມືອງ, ຄື: ສະຫາຍ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ; ສະຫາຍ ເລມິງຮຶງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ; ສະຫາຍນາງ ບຸ່ຍທິມິງຮວ່າຍ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ; ສະຫາຍພົນເອກ ຟານວັນຢາງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ສະຫາຍພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ; ສະຫາຍ ຈິ້ງວັນກວ໊ຽດ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ; ສະຫາຍ ເຈິ່ນສີແທັງ, ເລຂາທິການສູນກາງພັກ, ຫົວໜ້າຄະນະກຳມະການກວດກາສູນກາງ; ສະຫາຍ ຟ້າມຢາຕຸກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ; ສະຫາຍ ເລຮວ່າຍຈຸງ ລັດຖະມົນຕີການຕ່າງປະເທດ.

ເຂົ້າຮ່ວມໃນຄະນະຜູ້ແທນຍັງມີສະຫາຍ ໂຕເອິນໂຊ, ຜູ້ຊ່ວຍວຽກສະຫາຍເລຂາທິການໃຫຍ່, ຮັບຜິດຊອບຫ້ອງການເລຂາທິການໃຫຍ່; ສະຫາຍ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ.

ໂດຍ: ເຈິ່ນຮວ່ຽນ