ການເຄື່ອນໄຫວຂອງປະທານສະພາຕໍ່າ ຈໍແດນ ຢູ່ ຫວຽດນາມ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ຕອນບ່າຍວັນທີ 4 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ Mazen Turki El Qadi ປະທານສະພາຕໍ່າ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຈໍແດນ ໄດ້ວາງພວງມາລາ, ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ; ວາງພວງມາລາອາໄລຫາທີ່ອະນຸສາວະລີບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນບັກເຊີນ ແລະຢ້ຽມຊົມພະລາຊະວັງທັງລອງ.
    |
 |
|
ທ່ານ Mazen Turki El Qadi ປະທານສະພາຕໍ່າ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຈໍແດນ ໄດ້ວາງພວງມາລາ, ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ. ພາບ: ສໍານັກຂ່າວສານຫວຽດນາມ |
ຜູ້ຕາງໜ້າສູນອະນຸລັກຮັກສາມໍລະດົກທັງລອງ-ຮ່າໂນ້ຍ ໄດ້ແນະນຳເຖິງທ່ານປະທານສະພາຕໍ່າ ພ້ອມດ້ວຍຄະນະຜູ້ແທນຈໍແດນ ກ່ຽວກັບປະຫວັດສາດນັບພັນປີຂອງຊາດຫວຽດນາມ ຜ່ານບັນດາວັດຖຸພັນອະນຸລັກຮັກສາຢູ່ເຂດມໍລະດົກຂອງສູນພະລາຊະວັງທັງລອງ, ສະຖານທີ່ມີບັນດາຮ່ອງຮອຍປະຫວັດສາດຂອງນະຄວນຫຼວງອະລິຍະທຳນັບພັນປີ. ຜ່ານນັ້ນໄດ້ແນະນຳໃຫ້ທ່ານປະທານສະພາຕໍ່າຈໍແດນ ກ່ຽວກັບປະຫວັດສາດ, ວັດທະນະທຳປະເທດຫວຽດນາມ ທີ່ສວຍງາມ, ກໍ່ຄືກ່ຽວກັບຊາວຫວຽດນາມ ມີຄວາມຮັກແພງແຂກ, ຈາກນັ້ນຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ສ້າງພື້ນຖານໃຫ້ການເປີດກວ້າງການຮ່ວມມືໃນຂົງເຂດອື່ນຢ່າງເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດ.
* ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ທ່ານປະທານສະພາຕໍ່າຈໍແດນ ໄດ້ໄປຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ, ໄດ້ຮັບຟັງຜູ້ຕາງໜ້າຫໍພິພິທະພັນນຳສະເໜີປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາ ປະເທດຊາດ; ຂະບວນການຕໍ່ສູ້ຕ້ານຜູ້ຮຸກຮານ, ຍາດເອົາເອກະລາດ, ກໍ່ຄືຂະບວນການກໍ່ສ້າງປະເທດຂອງປະຊາຊົນຫວຽດນາມ.
ໂດຍ: ເຈິ່ນຮວ່ຽນ