ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ອັດລົງຢ່າງສົມກຽດໃນຕອນບ່າຍວັນທີ 23 ມັງກອນ, ຢູ່ຫໍປະຊຸມແຫ່ງຊາດທີ່ນະຄອນຫຼວງຮ່າໂນ້ຍ, ພາຍຫຼັງການເຮັດວຽກມາເປັນເວລາ 5 ວັນ (19 – 23 ມັງກອນ).
    |
 |
|
ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດສະໄໝທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ອັດລົງຢ່າງສົມກຽດຢູ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ |
ເຂົ້າຮ່ວມພິທີອັດມີຜູ້ແທນ 1586 ສະຫາຍ, ບັນດານັກປະຕິວັດຜູ້ອາວຸໂສ, ບັນດາແມ່ຫວຽດນາມ ວິລະຊົນ, ຜູ້ຕາງໜ້າຜູ້ຊົງຄຸນວຸດທິ, ປັນຊາຊົນ, ເອກອັກຄະລັດຖະທູດ, ອຸປະທູດ, ຜູ້ຕາງໜ້າຄະນະທູຕານຸທູດ, ອົງການຈັດຕັ້ງສາກົນ.
ຕາງໜ້າຄະນະປະທານກອງປະຊຸມໃຫຍ່ ລາຍງານໝາກຜົນກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານສູນກາງພັກສະໄໝທີ XIV, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ປະກາດຄະນະບໍລິຫານງານສູນກາງພັກໄດ້ເລືອກຕັ້ງກຳມະການກົມການເມືອງສະໄໝທີ XIV 19 ທ່ານ ດ້ວຍຈຳນວນບັດເລືອກຕັ້ງໄວ້ວາງໃຈຢູ່ລະດັບສູງ.
ດ້ວຍບັດເລືອກຕັ້ງ 100%, ຄະນະບໍລິຫານງານສູນກາງພັກສະໄໝທີ XIV ໄດ້ເລືອກຕັ້ງທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກສະໄໝທີ XIII ດຳລົງຕຳແໜ່ງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກສະໄໝທີ XIV.
    |
 |
|
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຕາງໜ້າຄະນະປະທານລາຍງານໝາກຜົນການເລືອກຕັ້ງກົມການເມືອງ, ເລຂາທິການໃຫຍ່, ຄະນະເລຂາທິການ, ຄະນະກວດກາສູນກາງ, ປະທານຄະນະກວດກາສູນກາງສະໄໝທີ XIV. ພາບ: ສໍານັກຂ່າວສານຫວຽດນາມ |
ເມື່ອກ່າວຄຳເຫັນພາຍຫຼັງທີ່ກຳມະການຄະນະບໍລິຫານງານສູນກາງພັກສະໄໝທີ XIV ຈຳນວນ 200 ສະຫາຍ ສະເໜີຕົວຕໍ່ກອງປະຊຸມໃຫຍ່, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIV, ຢັ້ງຢືນວ່າ ນີ້ແມ່ນຄວາມເປັນກຽດ ແລະຄວາມຮັບຜິດຊອບທີ່ຍິ່ງໃຫຍ່. ທ່ານກ່າວວ່າ:
“ຕໍ່ໜ້າພັກ, ຕໍ່ໜ້າປະຊາຊົນ, ພວກຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດ, ສຸດຈິດສຸດໃຈ, ສຸມກຳລັງແຮງຮັບໃຊ້ພາລະກິດອັນສູງສົ່ງຂອງພັກ, ຂອງການປະຕິວັດ, ຂອງປະຊາຊົນ, ຄະນະບໍລິຫານງານສູນກາງພັກສະໄໝທີ XIV ຂໍສາບານຕົວຈົງຮັກພັກດີຕໍ່ເປົ້າໝາຍອຸດົມການຂອງພັກ, ຖືຜົນປະໂຫຍດແຫ່ງຊາດ, ຂອງຊາດເໜືອກວ່າສິ່ງໃດໝົດ, ປົກປັກຮັກສາເອກະລາດ, ເປັນເຈົ້າຕົນເອງ, ເດັດດ່ຽວປົກປັກຮັກສາປະເທດຊາດ, ປົກປ້ອງປະຊາຊົນ. ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ສືບຕໍ່ກໍ່ສ້າງ, ປັບປຸງພັກປອດໃສ, ໝັ້ນຄົງເຂັ້ມແຂງ, ຮັກສາຄວາມສາມັກຄີ, ເປັນເອກະພາບພາຍໃນພັກ, ເພີ່ມທະວີຄວາມເປັນລະບຽບວິໄນຂອງພັກ, ຂອງປະເທດຊາດ, ສ້າງກົນໄກຄວບຄຸມສິດອຳນາດໃຫ້ສົມບູນແບບ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຟຸມເຟືອຍ, ປະກົດການຫຍໍ້ທໍ້, ປະຕິບັດວຽກງານພະນັກງານໃຫ້ເປັນຢ່າງດີ.”
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ຕາງໜ້າຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ກ່າວຄຳເຫັນ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ເສັ້ນທາງໃນຂ້າງໜ້າມີຫຼາຍວຽກທີ່ໃຫຍ່, ຮຽກຮ້ອງຕ້ອງມີຄວາມຕັດສິນໃຈສູງ, ການປະຕິບັດລະບຽບວິໄນຢ່າງເຂັ້ມງວດ ແລະຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ. ທ່ານກ່າວຕື່ມອີກວ່າ:
“ຕໍ່ໜ້າພັກ, ຕໍ່ໜ້າປະຊາຊົນ, ພວກຂ້າພະເຈົ້າຂໍໃຫ້ຄຳໝັ້ນສັນຍາຈະສາມັກຄີກັນເປັນຈິດໜຶ່ງໃຈດຽວເຮັດວຽກຢ່າງຈິງຈັງ, ກະທຳຢ່າງຂ້ຽວຂາດ, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອສົມກັບຄວາມເຊື່ອໝັ້ນຂອງພັກ, ຂອງປະຊາຊົນ, ຂອງບັນດາຜູ້ແທນກອງປະຊຸມໃຫຍ່, ຕັດສິນໃຈນຳພາປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ຢ່າງມີໄຊ, ນຳປະເທດພັດທະນາຢ່າງຈະເລີນຮຸ່ງເຮືອງ, ວັດທະນາຖາວອນໃນສັງກາດໃໝ່”.
ກໍໃນວາລະອັດກອງປະຊຸມ, ບັນດາຜູ້ແທນໄດ້ລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີ XIV ຂອງພັກກອມມູນິດ ຫວຽດນາມ. ຫຼັງຈາກນັ້ນ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIV ໄດ້ມີບົດກ່າວປາໄສອັດກອງປະຊຸມໃຫຍ່, ໂດຍຢັ້ງຢືນວ່າ ກອງປະຊຸມໃຫຍ່ໄດ້ປະສົບຜົນສຳເລັດຢ່າງຈົບງາມ.
    |
 |
|
ຄະນະບໍລິຫານງານສູນກາງພັກສະໄໝທີ XIV ເປີດຕົວຢູ່ກອງປະຊຸມໃຫຍ່. ພາບ: ສໍານັກຂ່າວສານຫວຽດນາມ |
ພາຍຫຼັງວາລະອັດກອງປະຊຸມ ໄດ້ດຳເນີນການຖະແຫຼງຂ່າວສາກົນ ເພື່ອແຈ້ງໃຫ້ຊາບໝາກຜົນຂອງກອງປະຊຸມໃຫຍ່ສະໄໝທີ XIV ຂອງພັກ.
ຕອນຄ່ຳຂອງວັນດຽວກັນ ຢູ່ສະໜາມກິລາແຫ່ງຊາດ ໝີດິ່ງ ທີ່ນະຄອນຫຼວງ ຮ່າໂນ້ຍ ໄດ້ດຳເນີນລາຍການສະແດງສິລະປະພິເສດ “ພາຍໃຕ້ຄັນທຸງອັນສະຫງ່າຂອງພັກ”, ເພື່ອຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່.
ລາຍການສະແດງສິລະປະດັ່ງກ່າວສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງທົ່ວພັກ, ທົ່ວປວງຊົນທັງຊາດ, ທົ່ວກອງທັບທີ່ມີຕໍ່ການນຳພາຂອງພັກກອມມູນິດຫວຽດນາມ, ຕັດສິນໃຈປະຕິບັດມະຕິກອງປະຊຸມໃຫຍ່ສະໄໝທີ XIV ປະສົບຜົນສຳເລັດຢ່າງມີໄຊ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ