ຫວຽດນາມ ເປັນເຈົ້າການປະກອບສ່ວນເຂົ້າໃນການເຈລະຈາ ແລະການຮ່ວມມືເພື່ອການເຕີບໂຕແບບຍືນຍົງ
ກປ.ອອນໄລ - ໃນລະຫວ່າງວັນທີ 19-23 ມັງກອນ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ ແລະຄະນະຜູ້ແທນລັດຖະບານຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກ (WEF) ປີ 2026, ດໍາເນີນຢູ່ເທດສະບານ Davos (ສະວິດ).
ກ່າວຄຳເຫັນທີ່ວາລະປຶກສາຫາລືຫົວເລື່ອງສະເພາະຂອງກອງປະຊຸມກ່ຽວກັບ “ບັນດາເສັ້ນທາງໃໝ່ພາໄປເຖິງການເຕີບໂຕ ແລະຄວາມວັດທະນາຖາວອນຂອງອາຊຽນ” ແລະ “ຕາໜ່າງໄຟຟ້າອາຊຽນ”, ຄະນະຜູ້ແທນຫວຽດນາມ ໄດ້ສະເໜີບາງບຸລິມະສິດການຮ່ວມມືຈຸດສຸມຂອງອາຊຽນ ລວມມີ: ການສ້າງຂອບເຂດລວມກ່ຽວກັບການກຳນົດຊື່ແບບດີຈີຕອນ, ການຄຸ້ມຄອງຂໍ້ມູນ ແລະຄວາມໝັ້ນຄົງທາງໄຊເບີແນໃສ່ຊຸກຍູ້ການຄ້າດີຈີຕອນ ແລະນະວັດຕະກໍາ; ຍູ້ແຮງຮູບແບບກຸ່ມອຸດສາຫະກຳຮ່ວມສຳພັນ, ເພີ່ມທະວີການຖ່າຍທອດເຕັກໂນໂລຢີ, ພັດທະນາທັກສະ ແລະຍົກສູງຖານະບົດບາດຂອງອາຊຽນ ໃນລະບົບມຸນຄ່າພາກພື້ນ ແລະທົ່ວໂລກ.
ພ້ອມກັນນັ້ນ, ໃຫ້ບຸລິມະສິດການພັດທະນາການເງິນແບບຍືນຍົງ ແລະການເງິນຫັນປ່ຽນເພື່ອລະດົມແຫຼ່ງກໍາລັງເອກະຊົນໃຫ້ການເຕີບໂຕສີຂຽວຢ່າງມີປະສິດທິຜົນ; ຊຸກຍູ້ການພັດທະນາຕາໜ່າງໄຟຟ້າອາຊຽນ ແລະການຄ້າໄຟຟ້າສະອາດຂ້າມຊາຍແດນ ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະການເຕີບໂຕກວມລວມ.
    |
 |
|
ທ່ານ ເລແອັງຕ໊ວນ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ (ກາງ) ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມເຫດການຢູ່ WEF Davos 2026. ພາບ: qdnd.vn |
ກໍ່ທີ່ກອງປະຊຸມ, ອີກຄັ້ງໜຶ່ງຫວຽດນາມ ຢືນຢັນຢຶດໝັ້ນການກຳນົດທິດການເຕີບໂຕຢ່າງໄວ, ກວມລວມ ແລະຍືນຍົງ, ຕິດພັນກັບການປະຕິຮູບລະບອບລະບຽບການ, ການຫັນເປັນດີຈີຕອນ ແລະຫັນປ່ຽນໄປຍັງພື້ນຖານເສດຖະກິດກາກບອນຕໍ່າ, ມຸ່ງໄປເຖິງເປົ້າໝາຍນຳການປອຍອາຍພິດລົງລະດັບ “0” ໃນປີ 2050, ພ້ອມທັງພ້ອມແລ້ວທີ່ຈະສົມທົບຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ແລະຄູ່ຮ່ວມມືສາກົນເພື່ອຄວາມວັດທະນາຖາວອນລວມຂອງພາກພື້ນ.
ຢູ່ນອກກອງປະຊຸມ, ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ຄະນະກຳມະການປະຊາຊົນນະຄອນດ່າໜັງ ແລະກະຊວງການຕ່າງປະເທດ ໄດ້ສົມທົບກັນຈັດຕັ້ງເຫດການແນະນຳເຖິງເພື່ອນມິດ ແລະຄູ່ຮ່ວມມືສາກົນກ່ຽວກັບກົນໄກ, ນະໂຍບາຍສະເພາະຂອງສູນການເງິນສາກົນຫວຽດນາມ ທີ່ຕັ້ງຢູ່ນະຄອນໂຮ່ຈີມິນ ແລະນະຄອນດ່າໜັງ, ບັນດາທ່າໄດ້ປຽບ ແລະກາລະໂອກາດລົງທຶນໃໝ່ຢູ່ຫວຽດນາມ.
ໂດຍ: ເຈິ່ນຮວ່ຽນ