ກອງປະຊຸມໃຫຍ່ ຄັ້ງທີ XIV ແມ່ນຈຸດເວລາທີ່ຫວຽດນາມ ສະແດງໃຫ້ເຫັນຄວາມຄາດຫວັງພັດທະນາ ແລະບົດບາດນັບມື້ນັບໃຫຍ່ຫຼວງໃນເວທີສາກົນ
ກປ.ອອນໄລ - ທ່ານນາງ Obuchi Yuko ປະທານສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ-ຫວຽດນາມ ໃຫ້ຂໍ້ສັງເກດວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ເປີດສັງກາດພັດທະນາໃໝ່, ຢືນຢັນບົດບາດນັບມື້ນັບໃຫຍ່ຫຼວງຂອງຫວຽດນາມ ໃນເວທີສາກົນ.
ຕາມທ່ານນາງ Obuchi Yuko ແລ້ວ, ນັບແຕ່ເລີ່ມຕົ້ນນະໂຍບາຍປ່ຽນແປງໃໝ່ມາຮອດປະຈຸບັນ, ພັກກອມມູນິດຫວຽດນາມ ຍາມໃດກໍ່ສວມບົດບາດນຳພາຂະບວນການພັດທະນາຂະຫຍັນຂັນເຄື່ອນຂອງຫວຽດນາມ. ທ່ານນາງ Obuchi Yuko ຕີລາຄາສູງຄວາມມານະພະຍາຍາມປະຕິຮູບ ເຊິ່ງຫວຽດນາມ ພວມຊຸກຍູ້; ໃຫ້ຂໍ້ສັງເກດກ່ຽວກັບການກ້າວເຂົ້າສູ່ “ສັງກາດໃໝ່”, ພັກກອມມູນິດຫວຽດນາມ ພວມ ແລະຈະສືບຕໍ່ຊຸກຍູ້ການປະຕິຮູບແຕກຕ່າງກັນເພື່ອແນໃສ່ນໍາປະເທດບັນລຸໄດ້ການພັດທະນາກວ່າອີກ, ພ້ອມທັງປະກອບສ່ວນຕັ້ງໜ້າເຂົ້າໃນສັນຕິພາບ ແລະສະຖຽນລະພາບຂອງປະຊາຄົມສາກົນ.
    |
 |
|
ທ່ານນາງ Obuchi Yuko ປະທານສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ-ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ຂ້າພະເຈົ້າ ຖືວ່າ ກອງປະຊຸມໃຫຍ່ຂອງພັກ ຄັ້ງນີ້ ແມ່ນຈຸດເລີ່ມຕົ້ນຂອງສັງກາດໃໝ່ຂອງຫວຽດນາມ ຢ່າງແທ້ຈິງ, ພ້ອມທັງກໍ່ໄດ້ຮັບຖືວ່າແມ່ນຂີດໝາຍປະຫວັດສາດທີ່ມີຄວາມໝາຍອັນໃຫຍ່ຫຼວງ. ນີ້ແມ່ນໂອກາດສຳຄັນທີ່ສຸດເພື່ອໃຫ້ພັກ, ລັດຖະບານ, ປະຊາຊົນ ແລະທ້ອງຖິ່ນຂອງຫວຽດນາມ ສາມາດສາມັກຄີເປັນຈິດໜຶ່ງໃຈດຽວ, ມຸ່ງໄປເຖິງເປົ້າໝາຍໃໝ່.
ກ່ຽວກັບການພົວພັນຕ່າງປະເທດ, ທ່ານນາງ Obuchi Yuko ຕີລາຄາວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ກໍ່ແມ່ນໂອກາດສຳຄັນເພື່ອໃຫ້ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃຫ້ໂລກ ກ່ຽວກັບການຕັດສິນໃຈບືນຕົວຂຶ້ນຢ່າງແຂງແຮງກວ່າອີກໃນໄລຍະຈະມາເຖິງ, ສະແດງໃຫ້ເຫັນຄວາມຄາດຫວັງພັດທະນາ ແລະບົດບາດນັບມື້ນັບໃຫຍ່ຫຼວງຂອງຕົນໃນເວທີສາກົນ.
ທ່ານນາງ Obuchi Yuko ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາການພົວພັນເຈລະຈາ ແລະການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງພັກກອມມູນິດຫວຽດນາມ ແລະພັກເສລີປະຊາທິປະໄຕ ຍີ່ປຸ່ນ (LDP), ຖືວ່ານີ້ແມ່ນປັດໄຈສຳຄັນບໍ່ພຽງແຕ່ສຳລັບການພົວພັນສອງຝ່າຍ ຫວຽດນາມ-ຍີ່ປຸ່ນ ເທົ່ານັ້ນ ຫາກຍັງແມ່ນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ, ໃນສະພາບການສາກົນພວມມີການຜັນແປຢ່າງສັບສົນທີ່ສຸດ.
ໂດຍ: ເຈິ່ນຮວ່ຽນ