ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ມີການແລກປ່ຽນກັບສະມາຊິກຄະນະລັດຖະບານປະທານາທິບໍດີ Donald Trump, ໃນນັ້ນມີທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ, ທ່ານ Scott Bessent ລັດຖະມົນຕີກະຊວງການເງິນ, ທ່ານ Howard Lutnick ລັດຖະມົນຕີກະຊວງການຄ້າ… ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ຢືນຢັນວ່າ ຫວຽດນາມ ຕີລາຄາສູງຄວາມມານະພະຍາຍາມຂອງທ່ານປະທານາທິບໍດີ Donald Trump ໃນການຊຸກຍູ້ສັນຕິພາບ, ການຮ່ວມມື ແລະຄວາມວັດທະນາຖາວອນໃນໂລກ, ພ້ອມແລ້ວທີ່ຈະເຂົ້າຮ່ວມສະພາສັນຕິພາບດ້ວຍຖານະເປັນສະມາຊິກຜູ້ກໍ່ຕັ້ງ.

ກໍ່ຕາມທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ແລ້ວ, ຫວຽດນາມ ປາດຖະໜາຢາກສົມທົບກັບສະມາຊິກຂອງສະພາໃນການຜັນຂະຫຍາຍແຜນການສັນຕິພາບເຂດກາຊາ ໂດຍໄວ (ໂດຍສະຫະປະຊາຊາດ ໄດ້ຮັບຮອງເອົາໃນວັນທີ 17 ພະຈິກ 2025), ຜ່ານນັ້ນຊຸກຍູ້ສັນຕິພາບຢູ່ຕາເວັນອອກກາງແບບຍືນຍົງ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Nickolay Mladenov ຜູ້ຕາງໜ້າຂັ້ນສູງຂອງສະພາສັນຕິພາບ, ອະດີດທູດພິເສດສະຫະປະຊາຊາດ ຮັບຜິດຊອບຕາເວັນອອກກາງ. ພາບ: ກະຊວງການຕ່າງປະເທດ

ສຳລັບຝ່າຍອາເມລິກາ, ບັນດາລັດຖະມົນຕີໃນຄະນະລັດຖະບານຂອງທ່ານປະທານາທິບໍດີ Donald Trump ໄດ້ຢືນຢັນການຖືເປັນສໍາຄັນ ແລະເຫັນດີເປັນເອກະພາບຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອາເມລິກາ ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ໃນນັ້ນມີການຊຸກຍູ້ບັນລຸໄດ້ຂໍ້ຕົກລົງກ່ຽວກັບການເຈລະຈາດ້ານພາສີຕອບໂຕ້ໂດຍໄວ; ພ້ອມທັງຊົມເຊີຍຫວຽດນາມ ກາຍເປັນສະມາຊິກຜູ້ກໍ່ຕັ້ງຂອງສະພາສັນຕິພາບ.

ຢູ່ນອກພິທີລົງນາມ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ມີການພົບປະກັບທ່ານ Ilham Aliyev ປະທານາທິບໍດີ ອາແຊກໄບຢານ. ທ່ານປະທານາທິບໍດີ Aliyev ຕີລາຄາສູງເລື່ອງຫວຽດນາມ ແລະທ່ານເລຂາທິການໃຫຍ່ ໂຕເລິມ ຕົກລົງເຂົ້າຮ່ວມການກໍ່ຕັ້ງສະພາສັນຕິພາບ ແລະຫວັງວ່າ ອາແຊກໄບຢານ ແລະຫວຽດນາມ ຈະຮ່ວມມືຢ່າງແໜ້ນແຟ້ນ, ແບ່ງປັນປະສົບການພັດທະນາ, ຜ່ານນັ້ນປະກອບສ່ວນແທດຈິງເຂົ້າໃນວິວັດການກໍ່ສ້າງຄືນໃໝ່ບໍ່ພຽງແຕ່ຢູ່ເຂດກາຊາ ເທົ່ານັ້ນ ຫາກຍັງໃນໂລກອີກດ້ວຍ.

ໂດຍ: ເຈິ່ນຮວ່ຽນ