ອີງໃສ່ສາຍພົວພັນອັນເປັນມູນເຊື້ອທີ່ສະໜິດສະໜົມລະຫວ່າງພັກກອມມູນິດຫວຽດນາມ ກັບພັກປະຊາຊົນປະຕິວັດລາວ ແລະພັກປະຊາຊົນກຳປູເຈຍ ທີ່ເຄີຍແມ່ນພື້ນຖານອັນໜັກແໜ້ນໃຫ້ແກ່ນໍ້າໃຈມິດຕະພາບທີ່ໝັ້ນຄົງ ແລະການຮ່ວມມືຮອບດ້ານລະຫວ່າງ 3 ປະເທດ, ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ຮັບຄວາມຫວັງວ່າ ຈະສືບຕໍ່ຢືນຢັນບົດບາດນຳພາຂອງພັກກອມມູນິດຫວຽດນາມ ນໍາປະເທດພັດທະນາກະໂດດຂັ້ນໃນສັງກາດໃໝ່. ພ້ອມທັງເປີດກາລະໂອກາດຮ່ວມມືລະຫວ່າງ 3 ພັກ ແລະ 3 ປະເທດຫວຽດນາມ-ລາວ-ກຳປູເຈຍ ຢ່າງເລິກເຊິ່ງກວ່າອີກ, ເພື່ອຜົນປະໂຫຍດຍາວນານຂອງປະຊາຊົນ 3 ປະເທດ ກໍຄືສັນຕິພາບ, ສະຖຽນລະພາບ ແລະການພັດທະນາໃນພາກພື້ນ.
ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ແບ່ງປັນກັບນັກຂ່າວ ທີ່ວ່າ: “ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ມີຄວາມໝາຍສຳຄັນຍິ່ງບໍ່ພຽງແຕ່ສຳລັບປະຊາຊົນ ແລະປະເທດຫວຽດນາມ ເທົ່ານັ້ນ ຫາກຍັງມີຄວາມສໍາຄັນຕໍ່ກັບພາກພື້ນ ແລະສາກົນ, ເປັນຕົ້ນແມ່ນບັນດາປະເທດບ້ານໃກ້ເຮືອນຄຽງ ກໍຄືບັນດາປະເທດທີ່ມີການພົວພັນຮ່ວມມືຍຸດທະສາດກັບຫວຽດນາມ ອີກດ້ວຍ. ຍ້ອນພວກເຮົາເຫັນວ່າ ຫວຽດນາມ ສວມບົດບາດສຳຄັນໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາເສດຖະກິດແບບຍືນຍົງຂອງພາກພື້ນ ແລະໂລກ. ຫວຽດນາມ ແມ່ນສະມາຊິກ ແລະມີຫຼາຍຂໍ້ລິເລີ່ມຢູ່ເວທີປາໄສສາກົນ ແລະອົງການຈັດຕັ້ງຫຼາຍຝ່າຍ”.
ທ່ານນາງ ຄຳເພົາ ເອີນທະວັນ ຖືວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຍິ່ງມີຄວາມໝາຍ ກວ່າເວລາໃດໝົດ ເມື່ອດຳເນີນໄປໃນສະພາບການພາກພື້ນ, ໂລກມີການຜັນແປຢ່າງວ່ອງໄວ, ຄາດເດົາໄດ້ຍາກ, ຫວຽດນາມ ປະຕິບັດສຳເລັດ 40 ປີແຫ່ງການປ່ຽນແປງໃໝ່ດ້ວຍບັນດາຜົນງານທີ່ໜ້າປະທັບໃຈ, ມຸ່ງໄປເຖິງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 100 ປີ, ວັນສ້າງຕັ້ງປະເທດສັງຄົມນິຍົມຫວຽດນາມ ຄົບຮອບ 100 ປີ. ກອງປະຊຸມໃຫຍ່ ໄດ້ຮັບຄວາມຫວັງວ່າ ຈະແມ່ນເຫດການ “ບານພັບ” ເພື່ອວາງແຜນກຳນົດນະໂຍບາຍ, ຮູບແບບການເຕີບໂຕຄືນໃໝ່ ແລະສຸມແຫຼ່ງກຳລັງເພື່ອປະຕິບັດເປົ້າໝາຍ, ວິໄສທັດຮອດປີ 2030 ແລະ 2045.
ທ່ານນາງ ຄຳເພົາ ເອີນທະວັນ ຢືນຢັນວ່າ “ຂ້າພະເຈົ້າຖືວ່າ ກອງປະຊຸມໃຫຍ່ເປັນຂີດໝາຍອັນສຳຄັນ ເພື່ອໃຫ້ພວກເຮົາເບິ່ງຄືນວິວັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ກໍ່ຄື 40 ປີແຫ່ງການປະຕິບັດນະໂຍບາຍປ່ຽນແປງໃໝ່. ສິ່ງເຫຼົ່ານີ້ແມ່ນບົດຮຽນທີ່ສຳຄັນ ແລະລໍ້າຄ່າທີ່ສຸດ ແລະແມ່ນປະຖົມປັດໄຈເພື່ອໃຫ້ພວກເຮົາສືບຕໍ່ວາງແຜນກຳນົດ ແລະປັບປຸງນະໂຍບາຍເພື່ອປະຕິບັດແຜນການພັດທະນາເສດຖະກິດຮອດປີ 2030 ໃຫ້ກາຍເປັນປະເທດທີ່ກຳລັງພັດທະນາມີລາຍຮັບປານກາງສູງ, ຮອດປີ 2045 ໃຫ້ກາຍເປັນປະເທດພັດທະນາມີລາຍຮັບສູງ. ກອງປະຊຸມໃຫຍ່ ກໍແມ່ນໂອກາດ ເພື່ອຊຸກຍູ້ວິວັດການດັ່ງກ່າວ, ສ້າງກໍາລັງໜູນ ແລະປຸກລະດົມທຸກແຫຼ່ງກໍາລັງຈາກປະຊາຊົນ ແລະກະຊວງ, ຂະແໜງການເຂົ້າຮ່ວມຢ່າງແຂງແຮງປະກອບສ່ວນຫັນເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ. ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ບັນດາເປົ້າໝາຍດັ່ງກ່າວຈະປະກົດຜົນເປັນຈິງໂດຍໄວ”.
    |
 |
|
ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳຫວຽດນາມ. ພາບ: vov.vn |
ໂດຍມີທັດສະນະດຽວກັນກັບທ່ານນາງ ຄໍາເພົາ ເອີນທະວັນ, ປອ. Kin Phea, ຫົວໜ້າສະຖາບັນການພົວພັນສາກົນ, ສະພາມະຫາບັນດິດແຫ່ງລາຊະອານາຈັກກຳປູເຈຍ ກໍ່ຖືວ່າ ພັກກອມມູນິດຫວຽດນາມ ໄດ້ສວມບົດບາດນຳພາຢ່າງແຂງແຮງ ແລະຂາດບໍ່ໄດ້ໃນການຕັດສິນຊາຕາກໍາຂອງຊາດ. ສືບທອດບັນດາຜົນງານທີ່ບັນລຸໄດ້ນັ້ນ, ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈະແມ່ນປະຖົມປັດໄຈເພື່ອນໍາ ຫວຽດນາມ ກ້າວເຂົ້າສູ່ສັງກາດພັດທະນາໃໝ່.
ໃນສະພາບການພາກພື້ນ ແລະໂລກມີການຜັນແປທີ່ຄາດເດົາໄດ້ຍາກ, ພັກກອມມູນິດຫວຽດນາມ ໄດ້ນຳພາຢ່າງມີໄຫວພິບ ແລະສະຫຼາດສ່ອງໃສ, ພິເສດແມ່ນວຽກງານພົວພັນຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ສິ່ງທີ່ພິເສດ, ໃນຮ່າງເອກະສານກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ຍົກລະດັບວຽກງານພົວພັນຕ່າງປະເທດໃຫ້ກາຍເປັນໜ້າທີ່ຈຸດສຸມ ແລະເປັນປະຈໍາ, ທຽບເທົ່າກັບວຽກງານປ້ອງກັນຊາດ, ປ້ອງກັນປະເທດຢູ່ພາຍໃນປະເທດ. ທ່ານນາງ ຄໍາເພົາ ເອີນທະວັນ ຖືວ່າ ນີ້ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນເພື່ອຮັກສາສະຖຽນລະພາບ ແລະສ້າງກຳລັງແຮງແຫ່ງຊາດ.
ທ່ານນາງ ຄໍາເພົາ ເອີນທະວັນ ເນັ້ນໜັກວ່າ: “ໜຶ່ງໃນບັນດາເນື້ອໃນສຳຄັນຂອງກອງປະຊຸມໃຫຍ່ ຄັ້ງທີ XIV ແມ່ນສຸມໃສ່ບັນດາເປົ້າໝາຍຮ່ວມມືສາກົນຂອງຫວຽດນາມ. ຂ້າພະເຈົ້າເຫັນວ່າ ໃນໄລຍະຜ່ານມາ, ຫວຽດນາມ ໄດ້ຜັນຂະຫຍາຍບັນດານະໂຍບາຍການພົວພັນຕ່າງປະເທດຂອງຕົນເປັນຢ່າງດີ. ຫວຽດນາມ ມີຫຼາຍຂໍ້ລິເລີ່ມຢູ່ເວທີປາໄສຫຼາຍຝ່າຍຂອງພາກພື້ນ ແລະສາກົນຄືເວທີປາໄສອະນາຄົດອາຊຽນ ແລະເປັນສະມາຊິກຂອງຫຼາຍອົງການຈັດຕັ້ງຫຼາຍຝ່າຍ. ຂ້າພະເຈົ້າເຫັນວ່າ ນີ້ແມ່ນທິດເດີນທີ່ຖືກຕ້ອງຊ່ວຍຍົກລະດັບທີ່ຕັ້ງ ແລະກຳລັງແຮງຂອງຊາດຫວຽດນາມ ໃນເວທີສາກົນ ແລະສືບຕໍ່ຮັກສາສະຖຽນລະພາບດ້ານການເມືອງຂອງຫວຽດນາມ ໃນສະພາບການໂລກມີການຜັນແປຫຼາຍຢ່າງ. ຂ້າພະເຈົ້າຫວັງວ່າ, ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV, ຫວຽດນາມ ຈະສືບຕໍ່ເປີດກວ້າງ ແລະຍູ້ແຮງການພົວພັນຮ່ວມມື, ສືບຕໍ່ເປັນປະເທດທີ່ເປັນເຈົ້າການ, ມີຄວາມຕັ້ງໜ້າ, ມີຄວາມຮັບຜິດຊອບ, ປະກອບສ່ວນສ້າງສັນຕິພາບ ແລະສະຖຽນລະພາບໃນພາກພື້ນ ແລະສາກົນ”.
ໂດຍມີທັດສະນະດຽວກັນ, ປະລິນຍາໂທ Thong Mengdavid, ທີ່ມາຈາກສະຖາບັນຄົ້ນຄວ້າສາກົນ ແລະນະໂຍບາຍລັດ, ມະຫາວິທະຍາໄລລາດຊະວົງພະນົມເປັນ ໃຫ້ຂໍ້ສັງເກດວ່າ, ຮູບແບບການພົວພັນການຕ່າງປະເທດຂອງຫວຽດນາມ ໄດ້ກາຍເປັນແບບຢ່າງເພື່ອໃຫ້ບັນດາພັກກຳອຳນາດໃນພາກພື້ນ, ໃນນັ້ນ ລວມມີພັກປະຊາຊົນກຳປູເຈຍ (CPP) ສາມາດທາບທາມ. ປະລິນຍາໂທ Thong Mengdavid ຫວັງວ່າ, ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV, ການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ກັບພັກປະຊາຊົນກຳປູເຈຍ ຈະຊຸກຍູ້ 4 ການກຳນົດທິດໃຫຍ່. ທີໜຶ່ງແມ່ນພັດທະນາກຳລັງຄວາມສາມາດນໍາພາໃຫ້ແກ່ຖັນແຖວຜູ້ສືບທອດໂດຍຜ່ານການແລກປ່ຽນການຢ້ຽມຢາມທີ່ເປັນທາງການ, ກອງປະຊຸມສຳມະນານະໂຍບາຍແນໃສ່ຮັບປະກັນຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະປັບປຸງພື້ນຖານຂອງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນໃນອະນາຄົດ, ພາຍໃຕ້ການບອກສອນຊັກຈູງຂອງການນໍາລຸ້ນຕ່າງໆ. ທີສອງ, ແມ່ນຊຸກຍູ້ການຮ່ວມມືດ້ານເສດຖະກິດກໍານົດທິດອະນາຄົດ, ໂດຍສຸມໃສ່ຂົງເຂດດີຈີຕອນ, ພະລັງງານສີຂຽວ, ເຕັກໂນໂລຢີ, ນະວັດຕະກໍາ, ການສຶກສາ... ທີສາມ, ແມ່ນເພີ່ມທະວີການສົມທົບທາງດ້ານການເມືອງແບບຍືນຍົງໃນທຸກຂັ້ນຂອງພັກໃນການແກ້ໄຂສິ່ງທ້າທາຍຂ້າມຊາຍແດນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະຄວາມໝັ້ນຄົງດ້ານສະບຽງອາຫານ. ທີສີ່, ແມ່ນເຮັດໃຫ້ການທູດປະຊາຊົນ, ການແລກປ່ຽນລະຫວ່າງນັກສຶກສາ, ນັກຄົ້ນຄວ້າ, ນັກຂ່າວ, ນັກທຸລະກິດເລິກເຊິ່ງກວ່າອີກ, ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ສັງຄົມໃຫ້ຍາວນານກໍຄືຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະກັນ.”
ປອ Kin Phea ເວົ້າວ່າ: “ຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈະແມ່ນໂສມໜ້າໃໝ່ທີ່ສົດໃສໃນປະຫວັດສາດແຫ່ງການພັດທະນາຂອງປະເທດ. ອີກຄັ້ງໜຶ່ງ, ຂ້າພະເຈົ້າຂໍອວຍພອນໃຫ້ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ ແລະປາດຖະໜາຢາກໃຫ້ນໍ້າໃຈມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງກຳປູເຈຍ ກັບຫວຽດນາມ ນັບມື້ນັບແໜ້ນແຟ້ນຂຶ້ນຕື່ມ”.
ທ່ານນາງ ຄໍາເພົາ ເອີນທະວັນ ແບ່ງປັນວ່າ “ການນຳຂອງພັກກອມມູນິດຫວຽດນາມ ຍາມໃດກໍ່ມີວິໄສທັດຍົກສູງກຳລັງຄວາມສາມາດນຳພາຂອງພັກ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍບັນດາບົດຮຽນປະສົບການ ແລະການນຳພາອັນສະຫຼາດສ່ອງໃສ, ມີໄຫວພິບ, ຖັນແຖວການນໍາຊຸດໃໝ່ຂອງພັກກອມມູນິດຫວຽດນາມ ຈະນຳຫວຽດນາມ ກາຍເປັນປະເທດພັດທະນາວັດທະນາຖາວອນ ແລະຍາດໄດ້ໄຊຊະນະຫຼາຍຢ່າງ ແລະສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດຫວຽດນາມ-ລາວ ພັດທະນາແບບຍືນຍົງຢ່າງບໍ່ຢຸດຢັ້ງ”.
ກອງປະຊຸມໃຫຍ່ຄັ້ງທີ XIV ບໍ່ພຽງແຕ່ແມ່ນວັນບຸນໃຫຍ່ຂອງພັກ ແລະປະຊາຊົນຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນແຫຼ່ງບັນດານໃຈຢ່າງແຂງແຮງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຕໍ່ປະເທດຫວຽດນາມ ທີ່ສະຖຽນລະພາບ, ວັດທະນາຖາວອນ, ເປັນເສົາຄ້ຳໃຫ້ສັນຕິພາບ ແລະການພັດທະນາໃນພາກພື້ນອີກດ້ວຍ. ດ້ວຍໄມຕີຈິດມິດຕະພາບອັນໝັ້ນແກ່ນລະຫວ່າງ 3 ພັກ, 3 ຊາດ “ທີ່ຮ່ວມແມ່ນ້ຳຂອງດຽວກັນ”, ຄວາມຫວັງຂອງສອງປະເທດລາວ ແລະກຳປູເຈຍ ຈະສືບຕໍ່ປະກົດຜົນເປັນຈິງເພື່ອໃຫ້ສາມປະເທດພ້ອມກັນສ້າງໜ້າປະຫວັດສາດໃໝ່ອັນດີງາມຂອງນ້ຳໃຈສາມັກຄີ.
ໂດຍ: ທູຈາງ