ຫວຽດນາມ ສະໜັບສະໜູນການປະຕິຮູບທີ່ແທດຈິງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ
ກປ.ອອນໄລ - ວັນທີ 21 ມັງກອນ, ທີ່ວາລະປະຊຸມຄົບຄະນະຄັ້ງທຳອິດຂອງຂະບວນການເຈລະຈາລະຫວ່າງລັດຖະບານ (IGN) ກ່ຽວກັບການປະຕິຮູບສະພາຄວາມໝັ້ນຄົງສະຫະປະຊາຊາດ ພາຍໃນຂອບເຂດກອງປະຊຸມ ສະໄໝທີ 80 ຂອງສະມັດຊາໃຫຍ່ສະຫະປະຊາຊາດ ຢູ່ ນະຄອນນິວຢອກ (ສະຫະລັດອາເມລິກາ), ຫວຽດນາມ ໄດ້ປະກາດສະໜັບສະໜູນການປະຕິຮູບທີ່ແທດຈິງເພື່ອແນໃສ່ຍົກສູງລັກສະນະຕາງໜ້າ, ມີຜົນສັກສິດ ແລະມີປະສິດທິຜົນຂອງອົງການນີ້.