ຝຣັ່ງ ຕີລາຄາສູງກໍາລັງໜູນພັດທະນາໃໝ່ຂອງຫວຽດນາມ
ກປ.ອອນໄລ - ທ່ານ Olivier Brochet ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ຫວຽດນາມ ຕີລາຄາສູງບັນດາກໍານົດທິດຍຸດທະສາດ ແລະເຊື່ອໝັ້ນໄລຍະພັດທະນາໃໝ່ຂອງຫວຽດນາມ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກປະຊາຄົມສາກົນ, ພິເສດແມ່ນບັນດາເອກອັກຄະລັດຖະທູດ ແລະຜູ້ຕາງໜ້າການທູດ ພວມປະຕິບັດງານຢູ່ຫວຽດນາມ. ເຂົ້າຮ່ວມວາລະໄຂ ແລະປິດກອງປະຊຸມໃຫຍ່, ທ່ານເອກອັກຄະລັດຖະທູດຝຣັ່ງ ປະຈໍາ ຫວຽດນາມ Olivier Brochet ໄດ້ຕີລາຄາສູງທິດຍຸດທະສາດທີ່ໄດ້ຮັບຮອງເອົາ, ຖືວ່ານີ້ແມ່ນພື້ນຖານເປີດໄລຍະພັດທະນາໃໝ່ຂອງຫວຽດນາມ.
    |
 |
|
ທ່ານ Olivier Brochet ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ຫວຽດນາມ. ພາບ: ສະຖານທູດຝຣັ່ງ ປະຈໍາ ຫວຽດນາມ. |
ຕາມທ່ານເອກອັກຄະລັດຖະທູດ Olivier Brochet ແລ້ວ, ບັນດານະໂຍບາຍຂອງກອງປະຊຸມໃຫຍ່ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຄາດຫວັງພັດທະນາ ແລະປະກອບສ່ວນປັບປຸງທີ່ຕັ້ງບົດບາດສາກົນນັບມື້ນັບສູງຂອງຫວຽດນາມ, ພ້ອມທັງສ້າງຄວາມສາມາດບົ່ມຊ້ອນການຮ່ວມມືສອງຝ່າຍ, ພິເສດແມ່ນໃນການພົວພັນ ຫວຽດນາມ-ຝຣັ່ງ. ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງຫວຽດນາມ, ຝຣັ່ງ ຢືນຢັນຈະສືບຕໍ່ຮ່ວມເດີນທາງ ແລະໜູນຊ່ວຍຫວຽດນາມ ດ້ວຍບັນດາໂຄງການຮ່ວມມືລະອຽດ, ບົນພື້ນຖານການພົວພັນມິດຕະພາບກວ່າ 50 ປີຜ່ານມາ. ທ່ານເອກອັກຄະລັດຖະທູດ Olivier Brochet ໃຫ້ຮູ້ວ່າ: “ຝຣັ່ງ ຊົມເຊີຍຄວາມຄອງຄອຍພັດທະນາຂອງຫວຽດນາມ ໄດ້ສະແດງອອກຢ່າງຈະແຈ້ງທີ່ກອງປະຊຸມໃຫຍ່ ຄັ້ງທີ XIV, ພ້ອມກັບບົດບາດນຳພາຢ່າງແຂງແຮງ ແລະຂະຫຍັນຂັນເຄື່ອນ. ພວກຂ້າພະເຈົ້າຫວັງວ່າຈະຮ່ວມເດີນທາງພ້ອມກັບຫວຽດນາມ ໃນໄລຍະພັດທະນາໃໝ່ ແລະເຊື່ອໝັ້ນໃນຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງປະເທດເພື່ອຜົນປະໂຫຍດລວມ”.
ທ່ານເອກອັກຄະລັດຖະທູດ Olivier Brochet ກໍ່ຕີລາຄາສູງການກໍານົດທິດການພົວພັນການຕ່າງປະເທດຂອງຫວຽດນາມ ມຸ່ງໄປເຖິງການເສີມຂະຫຍາຍບົດບາດຕັ້ງໜ້າ ແລະມີຄວາມຮັບຜິດຊອບທີ່ກົນໄກຫຼາຍຝ່າຍ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະລັດທິຫຼາຍຝ່າຍ.
ໂດຍ: ເຈິ່ນຮວ່ຽນ