ໃນສະພາບການໂລກພວມມີການຜັນແປຢ່າງແຂງແຮງ, ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ສົ່ງສານກ່ຽວກັບຄວາມສະຖຽນລະພາບດ້ານການເມືອງ, ການພັດທະນາເສດຖະກິດ ແລະແນວທາງການພົວພັນຕ່າງປະເທດດຸ່ນດ່ຽງ. ນີ້ແມ່ນຂໍ້ສັງເກດຂອງທ່ານ Claude Blanchemaison ອະດີດເອກອັກຄະລັດຖະທູດຝຣັ່ງ ປະຈຳ ຫວຽດນາມ (1989-1993).

leftcenterrightdel
ທ່ານ Claude Blanchemaison ອະດີດເອກອັກຄະລັດຖະທູດຝຣັ່ງ ປະຈຳ ຫວຽດນາມ (1989-1993). ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານ Claude Blanchemaison ແລ້ວ, ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ຈັດຕັ້ງໃນສະພາບການພາກພື້ນ ແລະສາກົນມີການຜັນແປຫຼາຍຢ່າງ, ໃນນັ້ນໂລກນັບມື້ນັບສະແດງໃຫ້ເຫັນລັກສະນະຫຼາຍຂົ້ວ ແລະບັນດາປະເທດມະຫາອຳນາດ ມີທ່າອ່ຽງຢືນຢັນບົດບາດຂອງຕົນໃນພາກພື້ນອິດທິພົນຂອງຕົນ. ສະນັ້ນ, ເຫດການການເມືອງທີ່ສໍາຄັນຍິ່ງຂອງຫວຽດນາມ, ໂດຍແມ່ນປະເທດທີ່ມີການເຊື່ອມໂຍງເຂົ້າກັບສາກົນຢ່າງສຳເລັດຜົນ, ມີລະດັບເຕີບໂຕພັດທະນາເສດຖະກິດທີ່ໜ້າປະທັບໃຈ, ເປີດກວ້າງການພົວພັນຕ່າງປະເທດ... ແລະໄດ້ຮັບຄວາມສົນໃຈຈາກໂລກ. ທ່ານ Claude Blanchemaison ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ໄດ້ກາຍເປັນສະຖານທີ່ດຶງດູດສໍາລັບນັກລົງທຶນຕ່າງປະເທດ, ຍ້ອນສະພາບແວດລ້ອມມີສະຖຽນລະພາບ, ຊັບພະຍາກອນມະນຸດທີ່ສີມືແຮງງານ ແລະເຄືອຂ່າຍສັນຍາການຄ້າເສລີທີ່ກວ້າງຂວາງ. ຕາມທ່ານແລ້ວ, ບັນດາສັນຍານ ເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XIV ສົ່ງໄປຈະໄດ້ຮັບຄວາມສົນໃຈເປັນພິເສດຈາກນັກລົງທຶນ, ເປັນຕົ້ນແມ່ນກ່ຽວຂ້ອງເຖິງສະຖຽນລະພາບດ້ານນະໂຍບາຍ ແລະເປີດກາລະໂອກາດຮ່ວມມືໃໝ່ໃນເຕັກໂນໂລຢີທີ່ກ້າວໜ້າ.

ທ່ານອະດີດເອກອັກຄະລັດຖະທູດຝຣັ່ງ ປະຈຳ ຫວຽດນາມ ກໍ່ຖືວ່າ ຈິດໃຈດຳເນີນທຸລະກິດຂອງຊາວຫວຽດນາມ, ຄວາມສຳເລັດທາງດ້ານເສດຖະກິດ ແລະທີ່ຕັ້ງຂອງປະເທດຢູ່ພາກພື້ນ ກໍ່ຄືໃນໂລກໄດ້ປະກອບສ່ວນນໍາຫວຽດນາມ ກາຍເປັນແມ່ນໜຶ່ງໃນບັນດາເຈົ້າກໍາທີ່ສຳຄັນໃນເວທີສາກົນ; ອິດທິພົນຊື່ສຽງ ແລະບົດບາດຂອງການທູດຫວຽດນາມ ນັບມື້ນັບໄດ້ຮັບການຢືນຢັນໃນບັນດາອົງການຈັດຕັ້ງສາກົນໃຫຍ່, ເປັນຕົ້ນແມ່ນໃນອົງການ ຂຶ້ນກັບລະບົບສະຫະປະຊາຊາດ.

ໂດຍ: ເຈິ່ນຮວ່ຽນ