ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເປັນປະທານພິທີ.

ເຂົ້າຮ່ວມຄະນະຜູ້ແທນ ມີບັນດາສະຫາຍກໍາມະການກົມການເມືອງ: ທ່ານ ເລືອງເກື່ອງ ປະທານປະເທດ; ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ; ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ; ທ່ານ ເຈິ່ນເກິ໊ມຕູ໋ ຜູ້ປະຈໍາການຄະນະເລຂາທິການ.

ເຂົ້າຮ່ວມຄະນະ ຍັງມີບັນດາສະຫາຍກຳມະການກົມການເມືອງ, ເລຂາທິການສູນກາງພັກ, ກໍາມະການສູນກາງພັກ ແລະບັນດາຜູ້ແທນອີກດ້ວຍ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍບັນດາສະຫາຍການນໍາພັກ, ລັດ ອາໄລຫາປະທານໂຮ່ຈີມິນ. ພາບ: qdnd.vn
leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍບັນດາສະຫາຍການນໍາພັກ, ລັດ ວາງພວງມາໄລອາໄລຫາປະທານໂຮ່ຈີມິນ. ພາບ: qdnd.vn
leftcenterrightdel
ຄະນະຜູ້ແທນກອງທັບເຂົ້າສຸສານໄວ້ອາໄລ ປະທານໂຮ່ຈີມິນ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນເຂົ້າສຸສານໄວ້ອາໄລ ປະທານໂຮ່ຈີມິນ. ພາບ: qdnd.vn

ໃນຈຸດເວລາທີ່ສັກສິດ, ບັນດາຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ປະທານໂຮ່ຈີມິນ, ຜູ້ນໍາທີ່ແສນເຄົາລົບຮັກຂອງຊາດຫວຽດນາມ, ອາຈານທີ່ຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ, ວິລະຊົນປົດປ່ອຍຊາດ, ບຸລຸດວັດທະນະທຳຜູ້ມີຊື່ສຽງຂອງໂລກ, ເພິ່ນ ໄດ້ອຸທິດຊີວິດເພື່ອເອກະລາດຂອງຊາດ, ເສລີພາບ ແລະຄວາມຜາສຸກຂອງປະຊາຊົນ,  ຜູ້ທີ່ໄດ້ສ້າງພື້ນຖານແນວຄິດໃຫ້ແກ່ພາລະກິດປະຕິວັດຂອງພັກ, ນຳພາປະເທດຊາດກ້າວເດີນໄປບົນເສັ້ນທາງປ່ຽນແປງໃໝ່ ແລະກ້າວຂຶ້ນສັງຄົມນິຍົມ ຢ່າງໝັ້ນຄົງ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍບັນດາສະຫາຍການນໍາພັກ, ລັດ, ຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຖະຫວາຍດອກໄມ້ຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ຢູ່ຖະໜົນບັກເຊີນ (ນະຄອນຮ່າໂຮ້ຍ).

ຕໍ່ຈາກນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍບັນດາສະຫາຍການນຳພັກ, ລັດ ແລະຜູ້ຕາງໜ້າບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ  XIV ຂອງພັກ ໄດ້ວາງພວງມາລາຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ອາໄລຫາຜູ້ທີ່ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ເພື່ອຊີວິດອີ່ມໜໍາສໍາລານ ແລະຄວາມຜາສຸກຂອງປະຊາຊົນ. ພວງມາລາຂອງຄະນະ ມີແຖວໜັງສື: "ຮູ້ບຸນຄຸນບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຕະຫຼອດໄປ”.

ໂດຍ: ທູຈາງ