leftcenterrightdel
ພະນັກງານ, ນັກຮົບແຂວງກວາງງາຍ ກໍ່ສ້າງເຮືອນຊ່ວຍປະຊາຊົນ. ພາບ: vov.vn

ທ່ານ ຟ້າມຊວັນກວາງ, ປະທານຄະນະກຳມະການປະຊາຊົນຕາແສງມັງຣີ, ແຂວງກວາງງາຍ ໃຫ້ຮູ້ວ່າ: “ນອກຈາກການໜູນຊ່ວຍພໍ່ແມ່ປະຊາຊົນປູພື້ນກໍ່ສ້າງເຮືອນ, ພວກຂ້າພະເຈົ້າ ຍັງເຮັດທາງຄົມມະນາຄົມ. ກ່ອນອື່ນໝົດແມ່ນໜູນຊ່ວຍກໍ່ສ້າງເສັ້ນທາງ ເພື່ອໃຫ້ພໍ່ແມ່ປະຊາຊົນໄປມາຫາສູ່ຢ່າງສະດວກ. ໃນຍາວນານ, ພວກຂ້າພະເຈົ້າພວມສະເໜີແຂວງ ໜູນຊ່ວຍແຫຼ່ງງົບປະມານເພື່ອລົງທຶນບັນດາພື້ນຖານໂຄງລ່າງສັງຄົມອື່ນໆ ເຊັ່ນ ໄຟຟ້ານຳໃຊ້ໃນຄົວເຮືອນ, ນ້ຳສະອາດ ແລະ ກໍ່ສ້າງຫໍວັດທະນະທຳຊຸມຊົນ”.

ເພື່ອຮັບປະກັນຄວາມຄືບໜ້າ, ຄຸນນະພາບ, ຫົວໜ້າກອງບັນຊາການຕຳຫຼວດແຂວງກວາງງາຍ ໄດ້ສ້າງບັນດາໜ່ວຍປະຕິບັດງານດ້ວຍພະນັກງານ, ນັກຮົບ 266 ຄົນ ເພື່ອກໍ່ສ້າງເຮືອນຊ່ວຍປະຊາຊົນ.

ແຫຼ່ງຄັດຈາກ: vovworld.vn