ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ IPU ໃຫ້ຫຼາຍກວ່າອີກ
ທ່ານ Martin Chungong ເລຂາທິການໃຫຍ່ IPU ຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນ, ໜູນຊ່ວຍສະພາແຫ່ງຊາດຫວຽດນາມ ສ້າງຄວາມສາມາດດ້ານການທູດລັດຖະສະພາຫຼາຍຝ່າຍ, ໝູນໃຊ້ວິທະຍາສາດ - ເຕັກໂນໂລຢີ ໃນວຽກງານ, ກໍ່ຄືສືບຕໍ່ມີບົດບາດ, ປະກອບສ່ວນນັບມື້ນັບຕັ້ງໜ້າກວ່າອີກຢູ່ IPU.
    |
 |
|
ທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Martin Chungong ເລຂາທິການໃຫຍ່ສະຫະພັນລັດຖະສະພາສາກົນ (IPU). ພາບ: vov.vn |
ຕອນບ່າຍວັນທີ 29 ທັນວາ, ຢູ່ຫໍສະພາແຫ່ງຊາດ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Martin Chungong ເລຂາທິການໃຫຍ່ສະຫະພັນລັດຖະສະພາສາກົນ (IPU), ທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ກຳນົດການເຂ້ົາຮ່ວມບັນດາການເຄື່ອນໄຫວຂອງ IPU ຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງການທູດລັດຖະສະພາຫຼາຍຝ່າຍ, ທ່ານ ປາດຖະໜາຢາກສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ການສະໜັບສະໜູນ ແລະການຮ່ວມເດີນທາງຂອງທ່ານເລຂາທິການໃຫຍ່ IPU ເພື່ອແນໃສ່ສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືທີ່ມີປະສິດທິຜົນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ IPU ແລະສະພາແຫ່ງຊາດຫວຽດນາມ ກວ່າອີກ. ຜ່ານນັ້ນ ປະກອບສ່ວນຢ່າງແທ້ຈິງເຂົ້າບັນດາເປົ້າໝາຍລວມ.
ສ່ວນທ່ານ Martin Chungong ຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນ, ໜູນຊ່ວຍສະພາແຫ່ງຊາດຫວຽດນາມ ສ້າງຄວາມສາມາດດ້ານການທູດລັດຖະສະພາຫຼາຍຝ່າຍ, ໝູນໃຊ້ວິທະຍາສາດ-ເຕັກໂນໂລຢີໃນວຽກງານ, ກໍ່ຄືສືບຕໍ່ມີບົດບາດ, ປະກອບສ່ວນນັບມື້ນັບຕັ້ງໜ້າກວ່າອີກຢູ່ IPU.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ