ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຮຽກຮ້ອງບົດລາຍງານທີ່ສົ່ງໃຫ້ ອີຊີ ຕ້ອງເປັນຄວາມຈິງ, ພາວະວິໄສ
ຕອນຄ່ຳວັນທີ 30 ທັນວາ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານວາລະປະຊຸມ ຄັ້ງທີ 28 ຂອງຄະນະຊີ້ນຳກ່ຽວກັບການຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກຳນົດ (IUU). ວາລະປະຊຸມ ໄດ້ເຊື່ອມຕໍ່ທາງໄກກັບ 22 ແຂວງ, ນະຄອນ, ເຂດແຄມທະເລ.
ໃນບົດລາຍງານອັບເດດສະພາບການ, ທ່ານ ເຈິ່ນດຶກທັງ, ລັດຖະມົນຕີກະຊວງກະສິກຳ ແລະສິ່ງແວດລ້ອມຫວຽດນາມ ໃຫ້ຮູ້ວ່າ, ທາງກະຊວງໄດ້ອັບເດດສຳເລັດຂໍ້ມູນລົບລ້າງຈົດທະບຽນກຳປັ່ນຫາປາ 18.024 ລຳ ເຂົ້າໃນຖານຂໍ້ມູນເພື່ອໃຫ້ບັນດາອົງການທີ່ມີໜ້າທີ່ເຂົ້າກວດກາ. ຈຳນວນກຳປັ່ນຫາປາທີ່ພວມມີຢູ່ຂອງບັນດາທ້ອງຖິ່ນໄດ້ຈົດທະບຽນ ແລະ ອັບເດດໃນ Vnfishbase ບັນລຸ 100% ແລ້ວ.
    |
 |
|
ບັນຍາກາດທີ່ວາລະປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ: “ນີ້ແມ່ນເຮັດໃຫ້ຕົນເອງ, ເພື່ອສ້າງໂຄງປະກອບຂະແໜງສິນໃນນ້ຳຄືນໃໝ່ໃຫ້ໄປຖືກທິດ, ປອດໂປ່ງ, ພັດທະນາມີລັກສະນະຍາວນານ, ຍືນຍົງ. ສ້າງຂໍ້ມູນຢູ່ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນເປັນມາດຕະຖານ, ພິເສດແມ່ນບັນດາບັນຫາ ເຊິ່ງ ອີຊີ ກ່າວເຕືອນ. ຕິດຕາມເພື່ອບົນພື້ນຖານນັ້ນຈະໄດ້ລາຍງານໃຫ້ຖືກຕ້ອງ”.
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງກະສິກຳ ແລະສິ່ງແວດລ້ອມ ສ້າງບົດລາຍງານໃຫ້ສົມບູບແບບ ແລະ ສົ່ງໃຫ້ອີຊີ ກ່ອນວັນທີ 5 ມັງກອນ 2026. ສືບຕໍ່ແລກປ່ຽນກັບອີຊີ ເປັນປະຈຳ ເພື່ອສະໜອງຂໍ້ມູນຢ່າງທັນການເມື່ອມີຄວາມຮຽກຮ້ອງ.
ແຫຼ່ງຄັດຈາກ: vovworld.vn